ຫລັງຈາກສະຖານະການ ໂຄວິດ 19 ໃນຖືກຄວບຄຸມໄດ້. ລາວຟອດຊີຕີ ໄດ້ໃຊ້ໂອກາດນີ້ ໂດຍຈັດການແຂ່ງຂັນກອບຂື້ນທີ່ສະໜາມລອງແທງ ກອບຄັບ ໂດຍໄດ້ເຊີນຕົວແທນຈຳໜ່າຍທົ່ວປະເທດ ແລະ ນັກທຸລະິດເຂົ້າຮ່ວມ. ຫລັງຈາກການແຂ່ງຂັນຈົບລົງແມ່ນໄດ້ມີການຮັບປະທານອາຫານທ່ຽງຮ່ວມກັນ. ແລະຍັງໄດ້ມີການໂອ້ລົມ ສຶກສາຫາລືກັນກ່ຽວກັບແຜນການພັດທະນາທຸລະກິດໃນອະນາຄົດ ແລະ ການເຕີບໃຫຍ່ໄປນຳກັນ. ໂດຍໃນງານນີ້ ເຮົາສາມາດປິດການຂາຍ ຟອດ ເຣນເຈີ ຈຳນວນ 6 ຄັນ. ໃນອານາຄົດພວກເຮົາມີແຜນທີ່ຈະຈັດງານປະເພດນີ້ຂື້ນອີກ ເລື່ອຍໆ
ໃນວັນທີ່ 1 ຕຸລາ 2020, ລາວຟອດຊີຕີ ເຊິ່ງເປັນບໍລິສັດໃນເຄືອຂອງ ອາເອັມເອ ກຣູບ ໄດ້ຈັດງານມອບໃບຍ້ອງຍໍໃຫ້ກັບພະນັກງານຜູ້ທີ່ເຮັດວຽກທີ່ບໍລິສັດຟອດ ຍາວນານເຖິງ 10ປີ. ເຊິ່ງໃນປີນີ້ມີຜູ້ໄດ້ຮັບລາງວັນຈຳນວນ 4 ທ່ານ. ເຊິ່ງໃນແຕ່ລະປີ ອາເອັມເອ ກຣຸບໄດ້ຈັດງານດັ່ງກ່າວຂື້ນເພື່ອເປັນການກະຕຸ້ນໃຫ້ພະນັກງານ ແລະ ໃນປີຕໍ່ໆໄປ.
ໃນວັນທີ 16 ກັນຍາ 2020 ລາວຟອດຊີຕີ ຈັດການປະຊຸມກັບສາຂາທົ່ວປະເທດ ໂດຍຈັດຂື້ນທີ່ ນະຄອນຫລວງ. ເຊິ່ງເປັນໂອກາດທີ່ດີໃນການແບ່ງປັນປະສົບການ, ການສະຫລຸບຜົນງານທີ່ຜ່ານມາ ແລະ ແຜນໃນອານາຄົດ. ບັນດາຜູ້ຈັດການ ແຕ່ລະສາຂາ, ການເງິນ,ຈັດຊື້, ຂົນສົ່ງ, ບຸກຂະລາກອນ ແລະ ຜູ້ທີ່ເຮັດຜົນງານໄດ້ດີ ເຂົ້າຮ່ວາມງານເພື່ອເຮັດໃຫ້ງານນີ້ປະສົບຜົນສຳເລັດ
Be the First Received Special Promotions