Lao Ford City ທີ່ໄດ້ຮັບລາງວັນ President’s Award ປະຈໍາປີ 2024 ດ້ານ Net Promoter Score ກຣະບີ, ໄທ, ກຸມພາ 2025 – Lao Ford City ໄດ້ຖືກປະກາດໃຫ້ເປັນໜຶ່ງໃນຜູ້ຊະນະລາງວັນ President’s Award ປະຈໍາປີ 2024 ດ້ານ Net Promoter Score (ດັດສະນີປະສົບການຂອງລູກຄ້າ).ພິທີມອບລາງວັນ President’s Award ປະຈໍາປີ 2024 ໄດ້ຈັດຂຶ້ນໃນງານ Ford APDM Distributor Convention 2025 ລະຫວ່າງວັນທີ 18–21 ກຸມພາ 2025 ທີ່ແຂວງກຣະບີ ປະເທດໄທ. ງານນີ້ແມ່ນສ່ວນໜຶ່ງໃນການສົ່ງເສີມແລະຍອມຮັບຜູ້ແທນຈຳໜ່າຍຂອງ Ford ໃນ 24 ປະເທດ ທົ່ວພາກພື້ນ Asia-Pacific. ລາງວັນນີ້ສະທ້ອນໃຫ້ເຫັນເຖິງຄວາມພຽງພອນໃນການບໍລິການ ແລະການຂາຍ ທີ່ມີຄຸນນະພາບໃນສປປ ລາວ.ພວກເຮົາຮູ້ສຶກດີໃຈຢ່າງຫຼາຍ ທີ່ຈະແຈ້ງໃຫ້ທຸກຄົນຊາບວ່າ Lao Ford City ພາຍໃຕ້ RMA Lao ໄດ້ຮັບລາງວັນອັນຊຽງໃຫຍ່ຈາກ Ford Asia Pacific Distributor Markets (APDM) ສຳລັບຄວາມສາມາດອັນໂດດເດ່ນໃນປີ 2024 ນັ້ນຄື ລາງວັນ Net Promoter Score.ທີມງານ Lao Ford City ໄດ້ຮັບຄຳຊື່ນຊົມຢ່າງສູງ ສຳລັບຄຸນນະພາບຂອງສິນຄ້າ ແລະການບໍລິການ ພ້ອມທັງຄວາມມຸ່ງມັ້ນໃນຫຼັກການ “ດູແລລູກຄ້າເຫມືອນຄອບຄົວ” ຕາມແນວຄິດການບໍລິການລູກຄ້າຂອງ Ford. ນີ້ໄດ້ສະທ້ອນໃນຄະແນນປະເມີນທີ່ສູງຫຼາຍຂອງລູກຄ້າຕາມດັດສະນີ Net Promoter Score ທີ່ກ່ຽວຂ້ອງກັບປະສົບການຂອງລູກຄ້າ.ພາຍໃຕ້ການນຳພາຂອງ ທ່ານ Biju Narayanan (Managing Director) ແລະ ທ່ານ Thavysok Siriphone (Parts, Operation & Sales Manager) ທີມງານຖືກຍົກຍ້ອງໃຫ້ເປັນໜຶ່ງໃນຜູ້ແທນຈຳໜ່າຍທີ່ມີຄວາມຕັ້ງໃຈຫຼາຍທີ່ສຸດໃນພາກພື້ນ ແລະສາມາດໃຊ້ກົດໄກ Net Promoter Score ຢ່າງມີປະສິດທິພາບໃນຕະຫຼາດ.ດ້ວຍຈຳນວນ 6 ສາຂາ ແລະ 18 ຈຸດບໍລິການ ທົ່ວປະເທດ, Lao Ford City ແມ່ນໜຶ່ງໃນຜູ້ແທນຈຳໜ່າຍທີ່ແຂງແກ່ງ ແລະເປັນຕົວຢ່າງຂອງການບໍລິການລູກຄ້າທີ່ໂດດເດ່ນທີ່ສຸດໃນພາກພື້ນ Asia-Pacific.