ຂັບກໍ່ Fun ທ່ຽວກໍ່ Fin ກັບຟອດ ເທຣິທໍຣີ ທີ່ນ້ຳປຽນ ຢໍລະປາ

ວຽງຈັນ, ລາວ ໃນວັນທີ່ 11 ພຶດສະພາທີ່ຜ່ານມາ ລາວຟອດຊີຕີ ເອົາໃຈສາຍບູນ ພ້ອມຍົກທັບລົດຟອດ Territory ເຮັດບູນຖວາຍສັງກະທານ ແລະ ວັດຖຸປັດໄຈເພື່ອສ້າງສາ ແລະ ຕໍ່ເຕີມ

ວຽງຈັນ, ລາວ ໃນວັນທີ່ 11 ພຶດສະພາທີ່ຜ່ານມາ ລາວຟອດຊີຕີ ພ້ອມດ້ວຍລູກຄ້າທີ່ນຳໃຊ້ລົດຟອດ ເທີຣິທໍຣີ ອອກເດີນທາງຕາລາວານຮ່ວມເຮັດບູນ ຖວາຍສັງຂະທານ ແລະ ວັດສະດຸ ເຊັ່ນ: ຫີນ, ຊາຍ ແລະ ຊີມັງ ເພື່ອປະກອບສ່ວນເຂົ້າໃນການເທພ້ຶນເບຕົງເດີນວັດບ້ານ ທ່າຊ້າງ ເມືອງ ປາກງື່ມ ນະຄອນຫຼວງວຽງຈັນ. ເຊິ່ງວັດບ້ານທ່າຊ້າງນີ້ ທີ່ມີພະພຸດທະຮູບອົງທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະ ກຳລັງເປັນສະຖານໂດງດັງຈາກຕົ້ນລານບານດອກ ເຊິ່ງເປັນຕຳນານລູກຄ້າແມ່ ໃຊ້ເວລາ 50 ຫາ 100 ປີໃນການອອກດອກ ຫຼັງຈາກເຂົ້າວັດເຮັດບູນແລ້ວ ທາງລາວຟອດຊີຕີ ຍັງໄດ້ຈັດກິດຈະກຳ ແລະ ແຈກຂອງລາງວັນອີກຫຼາກຫຼາຍ ງານນີ້ບອກໄດ້ເລີຍວ່າທັງມ່ວນ ທັງໄດ້ບູນ ແຖມໄດ້ລາງວັນກັບບ້ານອີກດ້ວຍ.

ຂໍຂອບໃຈຄອບຄົວຄົນຮັກລົດ Ford Territory ຈໍານວນ 37 ຄັນ, ທີ່ພ້ອມຈະເດີນທາງ ແລະ ຮຽນຮູ້ຄຸນລັກສະນະພິເສດຂອງລົດ SUV ວ່າມີຈຸດເດັ່ນ ແລະ ໃຊ້ງານແບບໃນການເດີນທາງໄກ. ຄາລາວານລົດຟອດ ຂັບກໍ່ Fun ທ່ຽວກໍ່ Fin ກັບ Ford Territory” ແມ່ນໝາຍເຖິງຄວາມມຸ່ງຫມັ້ນຂອງພວກເຮົາໃນການມອບລົດຍົນທີ່ໂດດເດັ່ນ ແລະ ຖືກອອກແບບມາເພື່ອຍົກລະດັບປະສົບການຂັບຂີ່ຂອງທ່ານ ດ້ວຍການອອກແບບທີ່ມີສະຖຽນລະພາບ, ຄຸນລັກສະນະຄວາມປອດໄພ ແລະ ເຕັກໂນໂລຊີທີ່ທັນສະໄຫມ ລາວຟອດຊີຕີເປັນອີກໜຶ່ງຕົວແທນຈຳໜ່າຍລົດຍົນຟອດ ທີ່ສະຫນອງພາຫະນະ ແລະ ບໍລິການທີ່ມີຄຸນນະພາບສູງໃນອຸດສາຫະກໍາລົດຍົນ, ຮັບໃຊ້ລູກຄ້າຂອງພວກເຮົາຢ່າງດີເລີດ. ພວກເຮົາມີຄວາມພາກພູມໃຈໃນການເປັນສ່ວນຫນຶ່ງຂອງສັງຄົມລາວ ແລະ ການອຸທິດຕົນຕໍ່ຄວາມເພິງພໍໃຈຂອງລູກຄ້າ ເຊິ່ງໄດ້ເຮັດໃຫ້ພວກເຮົາເປັນແບຣນລົດຍົນຊັ້ນນໍາໃນທີ່ນີ້.

ພວກເຮົາບໍ່ໄດ້ເປັນພຽງແຕ່ບໍລິສັດທີ່ໃຫ້ບໍລິການຂາຍລົດ; ແຕ່ພວກເຮົາພະຍາຍາມສ້າງຄວາມສໍາພັນກັບລູກຄ້າ ແລະ ພ້ອມສະເໝີທີ່ຈະຊ່ວຍທ່ານໃນການຊອກຫາລົດທີ່ສົມບູນແບບ ແລະ ເຫມາະສົມກັບຄວາມຕ້ອງການຂອງທ່ານ. ພວກເຮົາເຊື່ອໃນການໃຫ້ປະສົບການທີ່ເກີນຄວາມຄາດຫວັງແກ່ທ່ານໃນທຸກໆບາດກ້າວຂອງພວກເຮົາ ຍິ່ງໄປກວ່ານັ້ນ, ຍັງເປັນສູນກາງສໍາລັບການບໍລິການແລະ ການບໍາລຸງຮັກສາທຸກລຸ່ນທົ່ວປະເທດ ພວກເຮົາມີຊ່າງທີ່ມີຄວາມຊໍານານສູງ, ເຄື່ອງມື ແລະ ເທັກໂນໂລຢີທີ່ທັນສະໄໝເພື່ອໃຫ້ແນ່ໃຈວ່າລົດຍົນ Ford ຂອງທ່ານໄດ້ຮັບການດູແລທີ່ດີທີ່ສຸດເທົ່າທີ່ເປັນໄປໄດ້. ພວກເຮົາເຂົ້າໃຈວ່າເວລາຂອງທ່ານມີຄຸນຄ່າ ແລະ ພວ ເຮົາມີຈຸດມຸ້ງຫມາຍທີ່ຈະໃຫ້ການບໍລິການມີປະສິດທິພາບ ແລະ ເຊື່ອຖືໄດ້ ເພື່ອໃຫ້ທ່ານຂັບຂີ່ໄດ້ຢ່າງບໍ່ຕ້ອງກັງວົນ

 

ພວກເຮົາຂໍສະແດງຄວາມຂອບໃຈຢ່າງເລິກຊຶ່ງຕໍ່ລູກຄ້າທຸກທ່ານທີ່ໄດ້ເຂົ້າຮ່ວມໃນມື້ນີ້, ທີ່ໄວ້ວາງໃຈໃຫ້ລາວຟອດ ຊີຕີ ບໍລິການທ່ານ ແລະ ສໍາພັດກັບປະສົບການທີ່ໜ້າຈົດຈຳໄປກັບ ໂອກາດໜ້າເຊີນທຸກທ່ານມາສ້າງການພະຈົນໄພນີ້ຮ່ວມກັນ ແລະ ສ້າງຄວາມຊົງຈໍາອັນຍາວນານໄປກັບ Ford Territory.

ລົງທະບຽນເພື່ອຮັບສ່ວນຫຼຸດ