![](https://laofordcity.com/wp-content/uploads/2024/07/WhatsApp-Image-2024-07-02-at-14.29.05_e57f9956-300x169.jpg)
ທຸກຄວາມຝັນໃຫ້ຟອດພາໄປ ສຸກສັນວັນເດັກນ້ອຍສາກົນ
ມື້ນີ້ເຮົາຈະມາບອກ ບູທຟອດທີ່ສູນການຄ້າພາກຊັນ ເປີດກິດຈະກຳໃຫເດັກໆໄດ້ມີຮອຍຍີ້ມກັບກິດຈຳກຳລະບາຍສີ, ຂີ່ລົດໄຟ ແລະ ລົດໂຍກ ຕ້ອນຮັບວັນເດັກນ້ອຍສາກົນທີ່ຈະມາຮອດນີ້ ຢ່າລືມຖ່າຍຮູບເຊັກອິນກັບບູທຂອງພວກເຮົາທ່ານຈະໄດ້ຮັບບັດຄູປອງລຸ້ນໂຊກຮັບເຄື່ອງໃຊ້ໄຟຟ້າ ແລະ ຄຳ ທຸກໆມື້ ມູນຄ່າລວມ 110,000,000 ລ້ານກີບ ທີ່ເດີ່ນດ້ານໜ້າສູນການຄ້າພາກຊັນ ລາວຟອດຊີຕີ ຈັດໃຫ່ຍໃຫ້ໂຊກທຸກທ່ານທີ່ມາຮ່ວມຫຼິ້ນກິດຈະກຳ ແລະ ແວ່ຊົມບູທຟອດຂອງພວກເຮົາ ພຽງແຕ່ທ່ານລົງທະບຽນ ກໍ່ມີສິດລຸ້ນໂຊກໝຸນວົງລໍ້ຮັບຂອງແຖມຈາກບູທຟອດຂອງພວກເຮົາ ແລະ ທ່ານຍັງຈະໄດ້ຮັບບັດຄູປອງລຸ້ນໂຊກ ລຸ້ນຮັບເຄື່ອງໃຊ້ໄຟຟ້າ ແລະ ທອງຄຳ ແຈກທຸກໆຕອນແລງຂອງທຸກໆມື້ ສຳລັບກິດຈະກຳເດັກນ້ອຍທີ່ທາງລາວຟອດ ຊີຕີ ຈັດຕ້ນຮັບວັນເດັກກໍ່ຈະມີການແຕ້ມລະບາຍສີຕຸກກະຕາຟຣີ, ຂີ່ລົດໄຟ ແລະ ລົດໂຍກແບບຟຣີໆ ພ້ອມໃຫ້ເດັກໆໄດ້ສຳຜັດກັບລົດຟອດ ທີ່ພວກເຮົາໄດ້ຈັດໂຊພາຍໃນງານນີ້ ເພາະພວກເຮົາຄິດວ່າເດັກນ້ອຍຄືອານາຄົດທີ່ສົດໃສຂອງສັງຄົມ ແລະ ມີຄວາມຝັນທີ່ຍິ່ງໃຫ່ຍ ແລະ ພວກເຮົາພ້ອມທີ່ຈະພາທຸກໆຄວາມຝັນໄປຮອດຈຸດໝາຍໄດ້ຢ່າງແນ່ນອນ ໃຫ້ກົງກັບແຄມເປນທີ່ພວກເຮົາຕັ້ງໄວ້ວ່າ “ທຸກຄວາມຝັນ ໃຫ້ຟອດພາໄປ” “Let Ford Drive Your Dream” ພວກເຮົາຍັງບໍ່ໝົດພຽງເທົ່ານີ້ ເພາະພາຍໃນງານນີ້ພວກເຮົາຈັດໂປຣໂມຊັນແບບພິເສດໃຫ້ບັນດາທ່ານລູກຄ້າໄດ້ເລືອກ ແລະ ຈັບຈອງແບບໜັກໆໄປເລີຍ ສຳລັບອອກລົດຟອດ Next-Generation ທຸກລຸ່ນບໍ່ວ່າຈະເປັນ …
![](https://laofordcity.com/wp-content/uploads/2024/06/WhatsApp-Image-2024-06-13-at-15.20.48_f0a37beb-300x217.jpg)
ງານພົບປະກຸ່ມນັກທຸລະກິດໃນປະເທດລາວ
On May 16th 2024, In order to share ideas, the RMA Lao Group arranged a VIP InterCham Networking Night for businesspeople, business owners, NGO, entrepreneur and embassy to discuss how to adapt and cope with the economic crisis. Along with exchanging experiences, on this special occasion, we also had the chance to unveil our exiting …
![](https://laofordcity.com/wp-content/uploads/2024/03/WhatsApp-Image-2024-03-12-at-15.45.45-300x200.jpeg)
ງານສຳເໜີລົດບໍລິການເຄື່ອງ
ລາວຟອດຊີຕີ ພ້ອມທີ່ຈະເປີດປະສົບການ ໃຫ້ທ່ານໄດ້ສຳຜັດເຖິງຄວາມສະດວກສະບາຍໃນການບຳລຸງຮັກສາຍານພາຫະນະຂອງທ່ານແບບເຖິງທີ່ ດ້ວຍການເພີ່ມບໍລິການສ້ອມແປງແບບເຄື່ອນທີ່ ທີ່ທ່ານສາມາດເອີ່ນຫາລາວຟອດຊີຕີໄດ້ຕະຫຼອດ 24 ຊົ່ວໂມງ ໃນວັນທີ່ 27 ກຸມພາ ຕົວແທນຜູ້ຈັດຈຳໜ່າຍລົດຟອດ ບໍລິສັດ ລາວຟອດຊີຕີ ໄດ້ເສີມທັບຍົກລະດັບການບໍລິການໃຫ້ລູກຄ້າຕະຫຼາດລາວ ດ້ວຍການເປີດຕົວລົດ Next-Gen Ford Mobile Service ພ້ອມທີ່ຈະມາເສີມທັບໃຫ້ກັບລາວຟອດຊີຕີທຸກສາຂາທົ່ວປະເທດລາວ ຜ່ານການນນຳສະເໜີຂອງທ່ານ ສົມບູນ ລົດສ້ອມແປງບໍລິການເຄື່ອນທີ່ລຸ່ນນີ້ ໄດ້ໃຊ້gໄດ້ໃຊ້ເຄື່ອງຈັກ 2.0ລິດ ເທີໂບ ມາພ້ອມລະບົບຂັບເຄື່ອນ 4×4, ອຸປະກອນການໃຊ້ງານແບບຄົບຄັນສຳລັບໄວ້ລົງສະໜາມແບບເຕັມຕົວ ເພື່ອຕອບໂຈດກັບພາລະກິດສຸກເສີມຕ່າງໆ ທາງດ້ານຫຼັງຈະມາພ້ອມກັບຫ້ອງເກັບເຄື່ອງ ແລະ ຫ້ອງປະຕິບັດການຕົວຈິງ ເຊັ່ນ: ພຶ້ນທີ່ຈັດເກັບເຄື່ອງມືຊ່າງ, ປ້ຳລົມ, ທໍ່ລົມ ແລະ ໝໍ້ໄຟເສີມ, ປັກຈ່າຍໄຟ 220V, ຊັ້ນວາງເຄື່ອງ, ປ້ຳລົມແມ່ແຮງ, ຖັງເກັບນ້ຳ ແລະ ແຜງໂຊລ້າເຊວ ທັງໝົດນີ້ກໍ່ເພື່ອການກຽມພ້ອມບໍລິການສຸກເສີນໃຫ້ແກ່ລຸກຄ້າທີ່ເກີດເຫດຈຳເປັນລະຫວ່າງການເດີນທາງ ສຳລັບລົດບໍລິການສ້ອມແປງເຄື່ອນທີ່ຂອງພວກເຮົາແມ່ນຈະໃຫ້ບໍລິການລູກຄ້າແບບ onsite service ເຊິ່ງເຮົາສາມາດໃຫ້ບໍລິການລູກຄ້າພາຍໃນນະຄອນຫຼວງວຽງຈັນ ໃນກໍລະນີທີ່ລູກຄ້າບໍ່ສາມາດນຳລົດເຂົ້າມາທີ່ສູນບໍລິການຂອງພວກເຮົາ ຫຼື ທ່ານໃດທີ່ບໍ່ສະດວກນຳລົດເຂົ້າມາກວດເຊັກ ຫຼື …
![](https://laofordcity.com/wp-content/uploads/2023/12/WhatsApp-Image-2023-12-13-at-09.56.03-300x169.jpeg)
ລາວຟອດຊີຕີສະໜັບສະໜູນທີມເຮັດໄດ້
ໃນວັນທີ່ 1-4 ທັນວາທີ່ຜ່ານມາ ບໍລິສັດລາວຟອດຊີຕີຂອງພວກເຮົາໄດ້ໃຫ້ການສະໜັບສະໜູນລົດຟອດໃຫ້ກັບທີມ “ເຮັດໄດ້” ເພື່ອເປັນພາຫະນະຂົນສົ່ງສຳພາລະໃນການເດີນທາງ ເຊິ່ງໃນທຸກໆປີພວກເຮົາຈະໃຫ້ການສະໜັບສະໜູນເລື່ອຍໆມາ. ທີມເຮັດໄດ້ ຄືກຸ່ມອາສາສະມັກທີ່ປັ່ນລົດຖີບໃນທາງອ໋ອບໂຣດ ເພື່ອລະດົມທຶນຊ່ວຍເຫຼືອໃຫ້ແກ່ພາກສ່ວນທີ່ຕ້ອງການຄວາມຊ່ວຍເຫຼືອ ເຊິ່ງໃນປີນີ້ທີມເຮັດໄດ້ ກໍ່ໄດ້ປັ່ນລົດຖີບເພື່ອລະດົມທຶນຊ່ວຍເຫຼືອມູນນິທິອະນຸລັກຮັກສາສັດປ່າ ເພື່ອການອະນຸລັກສັດປ່າໃຫ້ຍືນຍົງ ແລະ ທ້າຍນີ້ພວກເຮົາຍັງຈະສຶບຕໍ່ໃຫ້ຄວາມຊ່ວຍເຫຼືອສັງຄົມໃນທຸກໆປີ
![](https://laofordcity.com/wp-content/uploads/2023/09/WhatsApp-Image-2023-09-26-at-07.45.48-1-1-300x200.jpeg)
ງານເປີດຕົວລົດຟອດ Ranger 2.0L, Ranger Stormtrak ແລະ Everest Wildtrak
ສະດວກສະບາຍ ແລະ ຫຼູຫຼາ, ທັງສາມລຸ້ນດັ່ງກ່າວໄດ້ຍົກລະດັບມາດຕະຖານຂອງຕະຫຼາດລົດ SUV ຂອງລາວໄປອີກລະດັບໜຶ່ງ. ພວກເຮົາມີຄວາມຕື່ນເຕັ້ນທີ່ຈະເປັນຈຸດສໍາຄັນອີກອັນຫນຶ່ງດ້ວຍການເປີດຕົວສາມລຸ່ນໃຫມ່ເຊິ່ງພວກເຮົາໝຸ່ງໝັ້ນທີ່ຈະພັດທະນາລົດ SUV ທີ່ມີປະສິດຕິພາບ ແລະ ສະດວກສະບາຍທີ່ຫຼູຫຼາດ້ວຍລັກສະນະການພະຈົນໄພທີ່ສາມາດຊ່ວຍໃຫ້ທ່ານຂັບຂີ່ໃນທຸກສະພາບຖະໜົນ ດ້ວຍຮູບຊົງທີ່ໃໝ່, ດຸດັນກວ່າ ແລະ ການອອກແບບທີ່ລ້ຳສະໄໝ. ເປັນອີກໜຶ່ງລົດ SUV ທີ່ດຶງດູດຄົນເບິ່ງເວລາຂັບຂີ່ເທິງທ້ອງຖະໜົນ. ອີກໜຶ່ງລະດັບປະສົບການ ການຂັບຂີ່ມາພ້ອມຄວາມສະດວກສະບາຍ Ford Everest Wildtrak ລຸ່ນໃໝ່ລ່າສຸດ ທີ່ອອກແບບມາສະເພາະສຳລັບຄອບຄົວ ພ້ອມກັບຄວາມອະເນກປະສົງໃນການຜະຈົນໄພ, ພ້ອມຄວາມສາມາດສູງ, ແລະ ເທັກໂນໂລຢີທີ່ເໜືອກວ່າໃນລົດ SUV ກຸ່ມດຽວກັນ ພ້ອມໃຫ້ທ່ານເພີດເພີນໄປກັບການຂັບຂີ່. Everest Wildtrak ມາພ້ອມກັບເຄື່ອງຈັກ 2.0L Bi-Turbo ຈັບຄູ່ກັບລະບົບເກຍອັດຕະໂນມັດ 10-speed e-Shifter 6 ໂຫມດການຂັບຂີ່ທຸກສະພາບຖະໜົນ: ໂໝດປົກກະຕິ, ປະຢັດ, ລາກແກ່, ທາງມື່ນ, ທາງຕົມ/ຮ່ອງ, ແລະ ທາງຊາຍພາຍໃນຫ້ອງໂດຍສານໄດ້ຮັບການອອກແບບໃໝ່ທັງໝົດດ້ວຍເບາະໜັງສັງເຄາະສີດຳທີ່ຕົກແຕ່ງດ້ວຍດ້າຍສີສົ້ມ ແລະ ໂລໂກ້ ‘Wildtrak’ ສຳລັບເບາະຄູ່ໜ້າ …
![](https://laofordcity.com/wp-content/uploads/2023/09/DSC00646-300x225.jpg)
ລາວຟອດຊີຕີສະໜັບສະໜູນສູນສຶກສາບົກຜ່ອງດ້ານການໄດ້ຍິນ
ນະຄອນຫຼວງວຽງຈັນ, ລາວ ໃນວັນທີ 8 ເດືອນ ກັນຍາທີ່ຜ່ານມາ ບໍລິສັດລາວຟອດຊີຕີໃດ້ມອບເຄື່ອງບໍລິຈາກໃຫ້ແກ່ ໂຮງຮຽນ ມືແຫ່ງຄວາມຫວັງ ສູນສຶກສາຜູ້ບົກຜ່ອງທາງດ້ານການໄດ້ຍິນ ທີ່ບ້ານໜອງບົວ ເມືອງໄຊທານີ ເຊິ່ງສ້າງຂຶ້ນເມື່ອປີ 2010 ຈາກກຸ່ມອາສາສະມັກທັງຄົນລາວ ແລະ ອີກຫຼາຍໆປະເທດທີ່ໃຫ້ການຊ່ວຍເຫຼືອ ພາຍໃນໂຮງຮຽນມີເດັກນ້ອຍທັງໝົດ 24 ຄົນທີ່ອາໃສພັກເຊົ່າຢູ່ໂຮງຮຽນ ເດັກນ້ອຍສ່ວນໃຫ່ຍແມ່ນເດັກນ້ອຍທີ່ເປັນເດັກກຳພ້າ ແລະ ໃດ້ອາໃສສູນການສຶກສານີ້ເປັນທີ່ອາໃສ. ບໍລິສັດລາວຟອດຊີຕີໃດ້ມອບຕູ້ເເຊອາຫານ ແລະ ອຸປະກອນເຄື່ອງໃຊ້ສຳລັບແຕ່ງກິນໃຫ້ກັບໂຮງຮຽນ ເພື່ອອຳນວຍຄວາມສະດວກໃນການປຸງແຕ່ງອາຫານໃຫ້ເດັກນ້ອຍ ພ້ອມດຽວກັນນີ້ທາງລາວຟອດຊີຕີຍັງໃດ້ຂຶ້ນແຜນໃຫ້ການສະໜັບສະໜູນ ງານສະເຫຼີມສະຫຼອງວັນພາສາມືສາກົນ ຄັ້ງທີ 2 ທີ່ຈະຈັດຂຶ້ນເປັນທາງການ ເຊິ່ງພາຍໃນງານໃດ້ສ້າງໃຫ້ເດັກນ້ອຍຄົນພິການມີຄວາມກ້າທີ່ຈະສະແດງອອກຫຼາຍຂຶ້ນ ແລະ ສັງຄົມໃດ້ເຫັນເຖິງຄວາມສາມາດຂອງນ້ອງໆຜູ້ພິການທາງການໄດ້ຍິນ. ທ່ານສາມາດຕິດຕາມຂ່າວສານນຳພວກເຮົາໃດ້ທີ່ເພດລາວຟອດຊີຕີ
![](https://laofordcity.com/wp-content/uploads/2023/08/WhatsApp-Image-2023-08-15-at-10.16.40-1-300x225.jpeg)
ລາວຟອດຊີຕີສົ່ງມອບຄວາມຫ່ວງໃຍ ໃຫ້ພີ່ນ້ອງທີ່ປະສົບໄພນ້ຳຖ້ວມທີ່ເມືອງຄູນຄຳ, ແຂວງຄຳມ່ວນ
ເມືອງ ຄູນຄຳ, ແຂວງ ຄຳມ່ວນ, ລາວ. ບໍລີສັດ ລາວຟອດຊີຕີ ເຊິ່ງເປັນບໍລິສັດທີ່ຈັດຈຳໜ່າຍລົດຍົນຍີ່ຫໍ່ຟອດ ແລະ ການບໍລິການທາງດ້ານຍານຍົນ ແຕ່ເພື່ອຄວບຄູ່ກັນໄປກັນຄວາມຍືດຍຸ່ນຂອງສັງຄົມ ພວກເຮົາຍັງເຫັນເຖິງຄວາມສຳຄັນຂອງທຸກໆການເຄື່ອນໄຂທີ່ເກີດຂຶ້ນໃນສັງຄົມລາວໃນປະຈຸບັນ ແລະ ເຮົາກໍ່ເຫັນໄດ້ເລີຍວ່າໃນຊ່ວງຕົ້ນເດືອນສິງຫາທີ່ຜ່ານມານີ້ ເນື່ອງຈາກໃນຫຼາຍຂົງເຂດທົ່ວທຸກພາກໃນປະເທດລາວເຮົາ ມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ຈຶ່ງເຮັດໃຫ້ໃນຫຼາຍເຂດປະສົບກັບອຸຖົກກະໄພທາງທຳມະຊາດທີ່ເຮົາບໍ່ສາມາດຫຼີກຫຼ່ຽງໄດ້ ເຊິ່ງໃນນັ້ນໜັກສຸດກໍ່ຄືທາງພາກກາງໂດຍສະເພາະເມືອງຄູນຄຳ ແຂວງຄຳມ່ວນ ທີ່ໄດ້ຮັບຜົນກະທົບໜັກກວ່າທຸກເຂດ. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາຄົນລາວບໍ່ຖິ້ມກັນ ສະນັ້ນ ບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ເຫັນເຖິງຄວາມຫຍຸ່ງຍາກຂອງສັງຄົມທີ່ເກີດຂຶ້ນໃນຄັ້ງນີ້ ພວກເຮົາຈຶ່ງໄດ້ປຶກສາຫາລືເພື່ອສົ່ງຕໍ່ຄວາມຫ່ວງໃຍເຖິງຊາວຜູ້ປະສົບໄພທີ່ໄດ້ຮັບຜົນກະທົບຈາກເຫດການອຸຖົກກະໄພນ້ຳຖ້ວມຄັ້ງຮຸນແຮງໃນຮອບ 10 ປີ ທີ່ເມືອງຄູນຄຳ, ແຂວງຄໍາມ່ວນ ໃນຊ່ວງທີ່ຜ່ານມາ. ເຊິ່ງໃນວັນທີ 9-10 ສິງຫາທີ່ຜ່ານມານີ້ ທາງບໍລິສັດ ລາວຟອດຊີຕີ ກໍ່ໄດ້ອອກເດີນທາງໄປບໍລິຈາກດ້ວຍຂະບວນລົດຟອດ 6 ຄັນ ໃນນັ້ນເປັນການນຳທັຍຂອງລົດຟອດ Bronco, Next-Gen Ranger Raptor V6, Next-Gen Ranger Wildtrak, Next-Gen Everest Trend ແລະ Next-Gen Ranger XLT …