![](https://laofordcity.com/wp-content/uploads/2023/09/WhatsApp-Image-2023-09-26-at-07.45.48-1-1024x682.jpeg)
ສະດວກສະບາຍ ແລະ ຫຼູຫຼາ, ທັງສາມລຸ້ນດັ່ງກ່າວໄດ້ຍົກລະດັບມາດຕະຖານຂອງຕະຫຼາດລົດ SUV ຂອງລາວໄປອີກລະດັບໜຶ່ງ.
ພວກເຮົາມີຄວາມຕື່ນເຕັ້ນທີ່ຈະເປັນຈຸດສໍາຄັນອີກອັນຫນຶ່ງດ້ວຍການເປີດຕົວສາມລຸ່ນໃຫມ່ເຊິ່ງພວກເຮົາໝຸ່ງໝັ້ນທີ່ຈະພັດທະນາລົດ SUV ທີ່ມີປະສິດຕິພາບ ແລະ ສະດວກສະບາຍທີ່ຫຼູຫຼາດ້ວຍລັກສະນະການພະຈົນໄພທີ່ສາມາດຊ່ວຍໃຫ້ທ່ານຂັບຂີ່ໃນທຸກສະພາບຖະໜົນ ດ້ວຍຮູບຊົງທີ່ໃໝ່, ດຸດັນກວ່າ ແລະ ການອອກແບບທີ່ລ້ຳສະໄໝ. ເປັນອີກໜຶ່ງລົດ SUV ທີ່ດຶງດູດຄົນເບິ່ງເວລາຂັບຂີ່ເທິງທ້ອງຖະໜົນ. ອີກໜຶ່ງລະດັບປະສົບການ ການຂັບຂີ່ມາພ້ອມຄວາມສະດວກສະບາຍ
Ford Everest Wildtrak ລຸ່ນໃໝ່ລ່າສຸດ ທີ່ອອກແບບມາສະເພາະສຳລັບຄອບຄົວ ພ້ອມກັບຄວາມອະເນກປະສົງໃນການຜະຈົນໄພ, ພ້ອມຄວາມສາມາດສູງ, ແລະ ເທັກໂນໂລຢີທີ່ເໜືອກວ່າໃນລົດ SUV ກຸ່ມດຽວກັນ ພ້ອມໃຫ້ທ່ານເພີດເພີນໄປກັບການຂັບຂີ່. Everest Wildtrak ມາພ້ອມກັບເຄື່ອງຈັກ 2.0L Bi-Turbo ຈັບຄູ່ກັບລະບົບເກຍອັດຕະໂນມັດ 10-speed e-Shifter 6 ໂຫມດການຂັບຂີ່ທຸກສະພາບຖະໜົນ: ໂໝດປົກກະຕິ, ປະຢັດ, ລາກແກ່, ທາງມື່ນ, ທາງຕົມ/ຮ່ອງ, ແລະ ທາງຊາຍພາຍໃນຫ້ອງໂດຍສານໄດ້ຮັບການອອກແບບໃໝ່ທັງໝົດດ້ວຍເບາະໜັງສັງເຄາະສີດຳທີ່ຕົກແຕ່ງດ້ວຍດ້າຍສີສົ້ມ ແລະ ໂລໂກ້ ‘Wildtrak’ ສຳລັບເບາະຄູ່ໜ້າ ມາພ້ອມກັບກະຈັງໜ້າທີ່ດຸດັນຍົກຈາກລົດກະບະມາໃສ່ໃນລົດ SUV ພ້ອມອັກສອນ ‘WILDTRAK’ ສີດໍາຢູ່ເທິງຝາກະໂປງ.
ແລະອີກ 1 ລຸ່ນທີ່ໜ້າສົນໃຈກໍ່ທີ່ສຸດຄື New Ranger Stormtrak ທີ່ອອກແບບມາສຳລັບສາຍພະຈົນໄພ ມາພ້ອມກັບແຖບສະປອດບາທີ່ສາມາດສະໄລ້ເຂົ້າອອກໄດ້ ພ້ອມຫາວຫຼັງຄາທີ່ສາມາດພັບ ແລະ ປັບໄດ້. ເພີ່ມໄຟ AUX ທຳງານຮ່ວມກັບກັບຕາສູງ, ກັບຄູ່ກັບເກຍ 10 ສະປີດແບບ E-Shifter ລຸ່ນທຳອິດຂອງລົດກະບະໃນປະເທດລາວທີ່ມີມາໃຫ້.
Ranger Raptor ແມ່ນລົດກະບະອ໋ອບໂຣດທີ່ມີປະສິດຕິພາບສູງ, ແຕ່ສາມາດໄປໄດ້ທັງທາງແຄບ ແລະ ໃຊ້ໃນຊີວິດປະຈຳວັນກໍ່ໄດ້ ດ້ວຍການອອກແບບທີ່ລົງຕົວ ບໍ່ໃຫ່ຍ/ບໍ່ນ້ອຍຈົນເກີນໄປ ແລະທີ່ສຳຄັນຄືຄວາມແຮງທີ່ມາພ້ອມກັບຄວາມສະດວກສະບາຍ, ແລະ ເຕັມໄປດ້ວຍເທັກໂນໂລຍີທີ່ອອກແບບມາເພື່ອໃຊ້ງານຈິງ. ແລະ ຕອນນີ້ ພວກເຮົາກໍ່ໄດ້ນຳເອົາລົດລຸ່ນນີ້ມາໃຫ້ທ່ານໄດ້ສຳຜັດແລ້ວ ດ້ວຍເຄື່ອງຈັກ 2.0L ກາຊວນ ທີ່ໃຫ້ແຮງມ້າສູງເຖິງ 210 ແລະ ແຮງບິດທີ່ 500 ນິວຕັນແມັດ
ນີ້ຄືການມອບນະວັດຕະກໍາຊັ້ນນໍາໃຫ້ກັບລູກຄ້າ, Next-Gen Ranger Raptor 2.0, Ranger Stormtrak ແລະ Everest Wildtrak ທີ່ເຕັມໄປດ້ວຍເທັກໂນໂລຍີຊ່ວຍຜູ້ຂັບຂີ່ຢ່າງເຕັມຮູບແບບ, ໂດຍສະເພາະລະບົບຊ່ວຍຈອດອັດຕະໂນມັດແບບເຕັມລະບົບຊ່ວຍໃຫ້ຜູ້ຂັບຂີ່ສາມາດຈອດລົດຢູ່ໃນບ່ອນແຄບໄດ້ຢ່າງສະດວກສະບາຍ. ຜູ້ຂັບຂີ່ສາມາດເຂົ້າເຖິງຄວາມບັນເທິງວາໄລຕີ້ແບບບໍ່ສະດຸດດ້ວຍ Apple Carplay ແລະ Android Auto ແບບໄຮ້ສາຍ ໂດຍຜ່ານຈໍສະແດງຜົນ multi-touch 12 ນິ້ວທີ່ດີທີ່ສຸດໃນທຸກລຸ່ນ, ພ້ອມແຜງໜ້າປັດ 12.4.
ລາວຟອດຊີຕີ ຂໍຂອບໃຈເຖິງລູກຄ້າ 2,300 ກວ່າຄົນ ທີ່ມາຮ່ວມງານກັບພວກເຮົາ ແລະ ອີກຄັ້ງໜຶ່ງທາງເຮົາຕ້ອງຂໍຂອບໃຈລູກຄ້າທີ່ອອກລົດພາຍໃນງານຈຳນວນທັງໝົດ 22 ຄັນ, ພວກເຮົາຫວັງຢ່າງຍິ່ງວ່າງານໃນຄຳຄືນທີ່ຜ່ານມານີ້ ຈະສ້າງຄວາມມ່ວນຊື່ນ ສ້າງຄວາມບັນເທີງໃຫ້ທຸກໆທ່ານທີ່ມາຮ່ວມງານ. ທ່ານສາມາດຕິດຕາມ Lao Ford City ສໍາລັບຂໍ້ມູນເພີ່ມເຕີມ ແລະ ກິດຈະກຳອື່ນໆ ທີ່ເພດ .
![](https://laofordcity.com/wp-content/uploads/2023/09/380345625_770671181528059_3059244260917658616_n.jpg)
![](https://laofordcity.com/wp-content/uploads/2023/09/382222494_770672471527930_542051578801954985_n.jpg)
![](https://laofordcity.com/wp-content/uploads/2023/09/380348848_770672518194592_7337098230464707102_n.jpg)
![](https://laofordcity.com/wp-content/uploads/2023/09/381568313_770669451528232_5180144806190467596_n.jpg)
![](https://laofordcity.com/wp-content/uploads/2023/09/381591062_770669348194909_3399561419028012374_n.jpg)
![](https://laofordcity.com/wp-content/uploads/2023/09/380351572_770671984861312_5899702212159186303_n.jpg)
![](https://laofordcity.com/wp-content/uploads/2023/09/381633513_770672938194550_7305185073387213857_n.jpg)
![](https://laofordcity.com/wp-content/uploads/2023/09/380246879_770671881527989_3517653234393482590_n.jpg)
![](https://laofordcity.com/wp-content/uploads/2023/09/380345242_770672228194621_8088451181496060481_n.jpg)
![](https://laofordcity.com/wp-content/uploads/2023/09/380352812_770671908194653_4033303772966772504_n.jpg)
![](https://laofordcity.com/wp-content/uploads/2023/09/382233139_772811291314048_2713769545842384457_n.jpg)
![](https://laofordcity.com/wp-content/uploads/2023/09/382214912_772811674647343_2943420068493175887_n.jpg)