
ເພາະເຮົາຢາກໃຫ້ທ່ານມີສະມາທິໃນການຂັບລົດ ໂດຍສະເພາະໃນຊ່ວງເວລາທີ່ອາກາດບໍ່ເປັນໃຈ ເຮົາຈຶ່ງອອກແບບລະບົບທີ່ປັດນ້ຳຝົນໃຫ້ມາຮັບໜ້າທີ່ຄິດແທນທ່ານ ໃນມື້ທີ່ຝົນຕົກ ຫຼື ຂະໜະທີ່ລົດຄັນອື່ນສາດນ້ຳມາໃສ່ແວນໜ້າລົດຂອງທ່ານ ລະບົບປັດນ້ຳຝົນອັດຕະໂນມັດຈະເຮັດວຽກທັນທີໂດຍທີ່ທ່ານບໍ່ຕ້ອງຄິດ ຫລື ເຮັດຫຍັງເລີຍ.
ການເຮັດວຽກ
- ເຊັ່ນເຊີ້ຕິດ້ານຫລັງແວ່ນແຍງຫລັງ ສາມາດກວດຈັບ ແລະ ເຕືອນໄດ້ທັນທີທີ່ມີນ້ຳຢູ່ທີ່ແວນລົດ.
- ລະບົບປັດນ້ຳຜົນຈະເຮັດວຽກ ແລະ ປັບຈັງຫວະການປັດໂດຍອັດຕະໂນມັດ ເພື່ອໃຫ້ໝັ້ນໃຈໄດ້ເຕັມທີ່ວ່າແວນຈະສະອາດ ໃນທຸກຄັ້ງທີ່ລະບົບກວດຈັບວ່າມີນ້ຳຢູ່ແວນລົດ ຝົນຕົກໜັກ ຈະປັດໃນຈັງຫວະໄວ ຝົນຕຳຮຳ ຈະປັດໃນຈັງຫວະຊ້າລົງໂດຍອັດຕະໂນມັດ.


ການເຮັດວຽກ
- ລະບົບຄວບຄຸມທີ່ກ້ານປັດນ້ຳຝົນໃຫ້ທ່ານປັບລະດັບການກວດຈັບນ້ຳຝົນທີ່ແວນລົດໄດ້ຕາມທີ່ຕ້ອງການ ຫາກເລືອກການກວດຈັບລະດັບສູງ ທີ່ປັດນ້ຳຝົນກໍຈະເຮັດວຽກຫຼາຍຄັ້ງຂື້ນ.
- ເວລາທີ່ທ່ານຢາກກັບມາສັ່ງງານທີ່ປັດນ້ຳຝົນດ້ວຍໂຕເອງ ທ່ານກໍສາມາດປ່ຽນໂໝດສັ່ງງານໄດ້ຕາມທີ່ໃຈຕ້ອງການ.