
ໃຫ້ທ່ານໄປໄດ້ໄກດ້ວຍຄວາມແຮງທີ່ສັ່ງໄດ້
EcoBoost ເປັນເຄື່ອງຈັກທີ່ຊະນະລາງວັນຢອດຢ້ຽມລະດັບໂລກ ດ້ວຍເທັກໂນໂລຊີ້ລ້ຳສະໄໝທີ່ສຸດເທົ່າທີ່ຟອດເຄຍສ້າງມາ ໂດຍສາມາດກົດອັດຕາການໃຊ້ເຊື້ອເພີງໄດ້ສູງສຸດ 20% ແຕ່ກັບໃຫ້ສະມັດຖະນະຂອງເຄື່ອງຈັກທີ່ດີຢ້ຽມຈຶ່ງເປັນທີ່ມາຂອງທີ່ສຸດໃນດ້ານຄວາມປະຢັດ ແລະ ຄວາມແຮງໃນເວລາດຽວກັນ.

ລະບົບໄດເຣັກ ອິນເຈັກຊັ້ນ
ຊ່ວຍຄວບຄຸມການໃຊ້ນ້ຳມັນເຊື້ອເພີງໄດ້ຢ່າງມີປະສິດຕະພາບຍິ່ງຂື້ນ ແລະ ຊ່ວຍໃຫ້ການສົ່ງກຳລັງຂອງເຄື່ອງຈັກເປັນໄປຢ່າງເໝາະສົມ.

ລະບົບແປຜົນແຄມຊາຟແບບອິດສະຫລະ
ເພີ່ມແຮງບິດໃຫ້ກັບເຄື່ອງຈັກຈຶ່ງໃຫ້ມີອັດຕາການແລັ່ງແຊງທີ່ດີກວ່າ ແລະ ຍັງປະຢັດກວ່າ.

ລະບົບເທີໂບຊາດເຈີ້
ເພີ່ມສະມັດຖະນະຂອງເຄື່ອງຍົນ ແລະ ເຮັດໃຫ້ເລັ່ງແຊງໄດ້ດັ່ງໃຈ
ເຄື່ອງຈັກ EcoBoost ຈະຊ່ວຍປະຢັດພະລັງງານໄດ້ຢ່າງໃດ

ລະບົບໄດເຣັກ ອິນເຈັກຊັ້ນ
ລະບົບຈະຄວບຄຸມການຈ່າຍນ້ຳມັນດ້ວຍແຮງດັນສູງ ທີ່ເຮັດໜ້າທີ່ຈ່າຍນ້ຳມັນໂດຍຕົງເຂົ້າສູ່ຫ້ອງເຜົາໄໝ້ ໂດຍຄຳນວນປະລິມານການຈ່າຍນ້ຳມັນໃນແຕ່ລະຄັ້ງໃຫ້ເໝາະສົມ ແລະ ຍັງຊ່ວຍເພີ່ມອັດຕາການບັບອັດຈຶ່ງເຮັດໃຫ້ເຄື່ອງຍົນເຮັດວຍກໄດ້ເຕັມປະສິດຕິພາບ ແລະ ໃຫ້ກຳລັງທີ່ສູງກວ່າ ເມື່ອທຽບກັບເຄື່ອງຈັກລະບົບທໍ່ສີດທົ່ວໄປ.

ລະບົບແປຜັນແຄມຊາຟແບບອິດສະຫລະ
ເຄື່ອງຈັກ EcoBoost ຄວບຄຸມການເຮັດວຽກຂອງວາວໄອດີ ແລະ ໄອເສຍ ເພື່ອໃຫ້ເຮັດວຽກສຳພັນກັບອັດຕາການແລັ່ງຂອງເຄື່ອງຈັກໄດ້ຢ່າງສົມບູນແບບຈຶ່ງຊ່ວຍລົດການໃຊ້ເຊື້ອເພີງ ລົການປ່ອຍໄອເສຍ ແລະ ຍັງຊ່ວຍໃຫ້ເພີ່ມອັດຕາເລັ່ງຂອງເຄື່ອງຈັກໃນຮອບຕຳໄດ້ອີກດ້ວຍ.

ການລົກຂະໜາດເຄື່ອງຈັກ
ເຄື່ອງຈັກ EcoBoost ຖືກອອກແບບໃຫ້ມີນ້ຳໜັກເບົາເພື່ອຕອບໂຈດໃນເລືອງຄວາມປະຢັດ ໂດຍການລົກຈຳນວນຂອງກະບອກສູບຈຶ່ງເຮັດໃຫ້ລົດອັດຕາການສຽດສີຂອງກະບອກສູບ ແລະ ໃຊ້ເຊື້ອດເພີ່ງນ້ອຍລົງ ນອກຈາກນີ້ ດ້ວຍລະບົບເທີໂບຊາດເຈີ ແລະ ລະບົບໄດເຣັກອິນເຈັກຊັ້ນ ຈຶ່ງເຮັດໃຫ້ເຄື່ອງຈັກ EcoBoost ຍັງມີຂຸມພະລັງເທົ່າກັບເຄື່ອງຈັກທີ່ມີຂະໜາດໃຫຍ່ກວ່າຫລາຍອີກນຳ.
ລະບົບເທີໂບຊາດເຈີ້
ລະບົບເທີໂບຊາດເຈີ້ໃຊ້ໄອເສຍຈາກເຄື່ອງຈັກໂດຍບໍ່ປ່ອຍໃຫ້ເສຍລ້າເພື່ອເພີ່ມແຮງອັດອາກາດກຳລັງສູງເຂົ້າເຄື່ອງຈັກ ຈຶ່ງເຮັດໃຫ້ກຳລັງຂອງເຄື່ອງຈັກເພີ່ມສູງຂື້ນຫລາຍ ໃນຂະໜະທີ່ລະບົບແປຜັນແຄມຊາບແບບອິດສະຫລະຄູ່ຊ່ວຍແກ້ປັນຫາ ”ການລໍຮອບຂອງລະບົບເທີໂບ” ແລະ ເຮັດໃຫ້ລະບົບເທີໂບຊາດເຈີ້ເລີ່ມຕົ້ນການເຮັດວຽກໄດ້ ແມ້ໃນຂະໜະທີ່ອັດຕາເລັ່ງຂອງເຄື່ອງຈັກຍັງຢູ່ໃນຮອບຕ່ຳ.

ຮູ້ຫລືບໍ່?
ໜຶ່ງໃນລົດແຂ່ງຂອງທີມ Ford Formula ໄດ້ຖືກຕິດຕັ້ງເຄື່ອງຈັກ EcoBoost ຂະໜາດ 1.0 ລິດ ທີ່ໄດ້ຮັບການປັບແຕ່ງມາເປັນພິເສດ ແລະ ໄດ້ລົງຂັບທັດສອບຈັບເວລາໃນສະໜາມແຂ່ງລົດລະດັບຕຳນານຢ່າງ “Nürburgring circuit” ແລະ ໄດ້ຖືກບັນທຶກໄວ້ວ່າການທົດສອບໃນຄັ້ງນັ້ນເປັນໜຶ່ງໃນການທຳເວລາຕໍ່ຮອບໄດ້ໄວທີ່ສຸດຄື 7’22” ໂດຍສາມາດເອົາຊະນະລົດຢ່າງ Lamborghini Aventador ແລະ Ferrari Enzo ລົງໄດ້.
