ລາວຟອດຊີຕີສະໜັບສະໜູນງານເພດທາງເລືອກ ວຽງຈັນ – 13 ກໍລະກົດ 2022, LGBTQແມ່ນຄຳຫຍໍ່ທີ່ໄດ້ມາຈາກຄຳວ່າເລສບ້ຽນ, ເກ, ມີຫຼາຍເພດ ຫຼື ແປງເພດແລ້ວຄຳພວກນີ້ແມ່ນຂໍ້ກຳນົດທີ່ໃຊ້ເພື່ອການອະທິບາຍທັດສະນະທາງເພດຂອງບຸກຄົນໃດຫຼືຕົວຕົນທາງເພດກຸ່ມຄົນເຫຼົ່ານີ້ແມ່ນຢູ່ທົ່ວທຸກມູມໂລກ ແລະ ແນ່ນອນປະເທດລາວເຮົາກໍ່ເປັນໜຶ່ງໃນນັ້ນ.ລາວຟອດຊີຕີແມ່ນຕົວແທນຜູ້ຈັດຈຳໜ່າຍລົດຟອດພຽງເຈົ້າດຽວໃນລາວທີ່ເຫັນເຖິງຄວາມສຳຄັນຂອງກຸ່ມຄົນທີມີຄວາມຫຼາກຫຼາຍທາງເພດຫລືເອີ່ນອີກຢ່າງໜຶ່ງວ່າLGBTQດັ່ງນັ້ນລາວຟອດຊີຕີຈຶື່ງມີຄວາມຍິນດີທີ່ຈະສະໜັບສະໜູນທຸກໆການເຄື່ອນໄຫວ.ແລະໃນເດືອນກໍລະກົດນີ້ ແມ່ນເດືອນແຫ່ງຄວາມຫຼາກຫຼາຍທາງເພດ ແລ້ວໃນວັນທີ່ 13ກໍລະກົດທີ່ຜ່ານມາ ທາງລາວຟອດຊີຕີຂອງພວກເຮົາກໍ່ໄດ້ເປັນຜູ້ສະໜັບສະໜູນຫຼັກໃນງານ “DragQueen Competition” ທີ່ຈັດຂຶ້ນສຳລັບກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ.ພາຍໃນງານພວກເຮົາຍັງໄດ້ມີຂອງລາງວັນຢ່າງຫຼວງຫຼາຍໃຫ້ແກ່ຜູ້ທີ່ເຂົ້າຮ່ວມການແຂ່ງຂັນນອກຈາກນີ້ພາຍໃນງານພວກເຮົາຍັງໄດ້ມີການໂຊລົດເພື່ອໃຫ້ຜູ້ເຂົ້າຮ່ວມແຕ່ລະຄົນໄດ້ມາຖ່າຍຮູບກ່ອນເຂົ້າໄປໃນງານ.ສຸດທ້າຍນີ້ ບໍລິສັດລາວຟອດຊີຕີຂອງພວກເຮົາແມ່ນມີຄວາມຫ່ວງໄຍທຸກໆການເຄື່ອນໄຫວຂອງສັງຄົມແລະພ້ອມທີ່ຈະໃຫ້ການສະໜັບສະໜູນທຸກຄົນແລ້ວພົບກັນໃໝ່ໃນປີໜ້າ.