
ໃນທີ່ສຸດກໍ່ໄດ້ແລ້ວ ນາງແບບຂອງເວທີ FACE of Laos ທີ່ໄດ້ຜ່ານການຕັດສິນເປັນທີ່ຮຽບຮ້ອຍແລ້ວໃນວັນທີ່ 25 ມິຖຸນາ ທີ່ຫາກໍ່ຜ່ານມານີ້. FACE of Laos ເປັນອີກໜຶ່ງເວທີການປະກວດທີ່ລາວຟອດຊີຕີຂອງພວກເຮົາໄດ້ເປັນສ່ວນໜຶ່ງຂອງການຈັດງານປະກວດໃນຄັ້ງນີ້. ເຊິ່ງລາວຟອດຊີຕີຂອງພວກເຮົາໄດ້ເອົາໃຈໃສ່ທຸກກຸ່ມຄົນບໍ່ວ່າຈະເປັນນ້ອງນັກຮຽນ, ນັກສຶກສາ, ອົງການ, ໄວກາງຄົນ ຫຼື ກຸ່ມຄົນລຸ່ນໃໝ່ ພວກເຮົາກໍ່ຍິນດີໃຫ້ການສະໜັບສະໜູນ. FACE of Laos ຊຶ່ງເປັນເວທີປະກວດເພື່ອຂັດເລືອກເອົາຜູ້ທີ່ເໝາະສົມທີ່ສຸດເພື່ອໄປເປັນຕົວແທນຂອງປະເທດລາວເຂົ້າປະກວດເວທີລະດັບສາກົນໃນການປະກວດ Face of Asia ທີ່ປະເທດ ສ.ເກົາຫຼີ ແລະໃນສຸດທ້າຍ ທ້າຍທີ່ສຸດພວກເຮົາກໍ່ໄດ້ຜູ້ຊະນະການປະກວດຈຳນວນທັງໝົດ 2 ທ່ານ ທີ່ຈະໄດ້ເປັນຕົວແທນເດີນທາງໄປປະກວດທີ່ ສ.ເກົາຫຼີ. ລາວຟອດຊີຕີໃນນາມຂອງຜູ້ສະໜັບສະໜູນຫຼັກຂອງເວທີປະກວດນີ້ ກໍ່ໄດ້ໃຫ້ນ້ອງໆຜູ້ເຂົ້າຮ່ວມການປະກວດນີ້ໄດ້ຈັດແຄມເປນກ່ຽວກັບລົດຟອດ ຈຳນວວນ 4 ລຸ່ນດ້ວຍກັນເຊັ່ນ: Ford Ecosport, Next-Gen Ranger XLT, Explorer ແລະ Next-Gen Territory ເຊິ່ງແຄມເປນດັ່ງກ່າວພວກເຮົາກໍ່ໄດ້ໃຫ້ນ້ອງໆນຳສະເໜີລົດຟອດໃຫ້ຕົງກັບບຸກຂະລິກຂອງແຕ່ລະກຸ່ມຄົນ.



