ລາວຟອດຊີຕີສະໜັບສະໜູນ ອຸປະກອນສຳລັບເດັກນ້ອຍແລກເກີດໃຫ້ກັບອົງກອນ TAF The Asha ໃນຊ່ວງວັນທີ 11 ເມສາ 2022, ທິ່ຜ່ານມານີ້ທາງທີມງານບໍລິສັດລາວຟອດຊີຕີ ຮ່ວມກັບ ສາມາຄົມ ເດິອາຊ່າ ຟາວເດເຊິນ (The Asha Foundation) ໄດ້ມີການມອບເຄື່ອງຊ່ວຍເຫຼື່ອ ແລະ ແບ່ງປັນນໍ້າໃຈໃຫ້ແກ່ເດັກແລກເກີດທີ່ມີຄວາມຂາດແຄນທາງດ້ານເຄື່ອງນຸ່ງຫົ່ມ, ນົມ, ຖົງຜ້າ ແລະ ອຸປະກອນສຳລັບເດັກນ້ອຍຕ່າງໆ. ດັ່ງທີ່ເຮົາໄດ້ຮັບຂໍ້ມູນຈາກທາງສະມາຄົມ ເດິອາຊ່າ ຟາວເດເຊິນ (The Asha Foundation) ວ່າຍັງມີຫຼາຍຄອບຄົວທີ່ຕ້ອງການຄວາມຊ່ວຍເຫຼືອສຳລັບເດັກນ້ອຍເກີດໃໝ່, ເຊິ່ງການຊ່ວຍເຫຼືອຈາກທາງລາວຟອດຊີຕີໃນຄັ້ງນີ້ທາງເພວກຮົາກໍໄດ້ມອບໃຫ້ແກ່ຜູ້ປ່ວຍໂຮງໝໍ ມະໂຫສົດ, ໂຮງໝໍ ເດັກ, ເສດຖາທິລາດ ເປັນຈຳນນວນເງິນ 20,000,000 ກີບ. ຢ່າງໃດກໍຕາມທາງບໍລິສັດລາວຟອດຊີຕີຈະບໍ່ຢຸດໃຫ້ການຊ່ວຍເຫຼືອດີໆແບບນີ້ໃຫ້ແກ່ສັງຄົມ ແລະ ຍັງຈະສຶບຕໍ່ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຂາດເຂີນປັດໄຈຕ່າງໆ. ດັ່ງທີ່ຜ່ານມາທາງບໍລິສັດລາວຟອດຊີຕີພວກເຮົາກໍ່ໄດ້ມີການຊ່ວຍເຫຼືອແກ່ສັງຄົມມາຕະຫຼອດທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ໃຫ້ການຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ, ໃນຫຼາຍປີທີ່ຜ່ານມາບໍລິສັດຟອດມໍເຕີຄອມປານີ ແລະ ບໍລິສັດລາວຟອດຊີຕີໄດ້ເລີ່ີມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 – 2022 ນີ້:ປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງເຊິ່ງໄດ້ມອບທຶນ 20,000ໂດລາປີ 2013 ໄດ້ມອບທຶນສ້າງໂຮງຮຽນບ້ານຊໍ້ ຈໍານວນ 20,000 ໂດລາປີ 2014 ໄດ້ມອບທຶນໃຫ້ແກ່ອົງການ LIRE ເພື່ອຝຶກອົບຮົບໜ່ວຍກູ້ໄພ້ 1623 ມູນຄ່າ 20,000 ໂດລາປີ 2015 ໄດ້ມອບທຶນການສຶກສາ ໃຫ້ແກ່ໂຮງຮຽນ LANITH ມູນຄ່າ 20,00 ໂດລາປີ 2016 ໄດ້ມອບທຶນສະໜູນໃຫ້ແກ່ອົງການ ສຸພານິມິດ ສາກົນປະຈໍາລາວ ມູນຄ່າ 25,000 ໂດລາປີ 2017 ໄດ້ມອບທຶນໃຫ້ແກ່ອົງການ ກົງຟຣູອ່ອງເພື່ອ ອານຸລັກປົກປັກຮັກສາສິ່ງແວດລ້ອມໃນລາວ ມູນຄ່າ 25,000 ໂດລາປີ 2018 ໄດ້ມອບທຶນໃຫ້ແກ່ອົງການເພື່ອສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກມູນຄ່າ 25,000ໂດລາປີ 2019 ໄດ້ມອບທຶນໃຫ້ແກ່ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ ຈໍານວນ 20,000ໂດລາ ແລະ ອົງການ ວຽງຈັນສີຂຽວ ຈໍານວນ 5,000 ໂດລາ, ລວມມູນຄ່າ 25,000 ໂດລາປີ 2020 ໄດ້ມອບມອບເຄື່ອງບໍລິໂພກແລະອຸປະໂພກໃຫ້ແກ່ໜ່ວຍງານທະຫານ,ຕໍາຫຼວດແລະແພດໝໍທີ່ຮັບຜິດຊອບກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ19ປີ 2021 ໄດ້ມອບທຶນໃຫ້ແກ່ອົງການ ວຽງຈັນສີຂຽວ ຈຳນວນ 5,000 ໂດລາ ເພື່ອຮັກສາສິ່ງແວກລ້ອມຟອດມໍເຕີ ຄອມປານີ ແລະ ບໍລິສັດ ລາວຟອດຊີຕີ ກໍ່ໄດ້ສືບຕໍ່ມອບທຶນການຊ່ວຍເຫຼືອໃນຊ່ວງຕົ້ນປີ 2022 ນີ້ ບໍລິສັດກໍ່ໄດ້ໃຫ້ທຶນການຊ່ວຍເຫຼືອຫຼາຍອົງກອນ ເຊັ່ນ: ອົງກອນອານຸລັກສັດປ່າໂຄກໂອ່ງ-ມັ່ງ ແຂວງສະຫວັນນະເຂດດ້ວຍຈຳນວນເງິນ 30,000,000ກີບ, ເຊິ່ງຈະໝຸນໃຊ້ເງິນທຶນໃນການສະໜອງໃນການບູລະນະຮັກສາເຂດອະນຸລັກສັດປ່າ, ໂຮງຮຽນ ບ້ານສະໜາມໄຊ ຈຳນວນ 30,000,000 ກີບ ແລະ ໂຮງຮຽນ ບ້ານຄອນ ເມືອງລອງຊານ ແຂວງ ໄຊສົມບູນ ຈໍານວນ 5,000,000 ກີບແຕ່ເຖິງຢ່າງໃດກໍ່ດີ ໃນຊ່ວງປີໃໝ່ລາວທີ່ຜ່ານມາທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາຍັງໄດ້ແບ່ງງົບປະມານຈຳນວກໜື່ງເພື່ອຊ່ວຍເຫຼື່ອຊຸກຍູ້ໃຫ້ແກ່ຄອບຄົວທີ່ໃຫ້ກຳເນີດເດັກນ້ອຍໃໝ່ ແຕ່ຍັງຂາດເຂີນເລື່ອງອຸປະກອນແລະເຄື່ອງບໍລິໂພກສຳລັບແມ່ແລະເດັກ ດັ່ງລາຍລະອຽງທາງຂ້າງເທິງນີ້.