ລາວຟອດຊີຕີ ຮ່ວມມືກັບ Veterinarians Without Borders Korea ຂັບເຄື່ອນ “ໂຄງການລາວປອດໂລກໝາວໍ້”

ລາວຟອດຊີຕີ ຮ່ວມມືກັບ Veterinarians Without Borders Korea ຂັບເຄື່ອນ “ໂຄງການລາວປອດໂລກໝາວໍ້”
ດ້ວຍຄວາມຕັ້ງໃຈ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ ບໍລິສັດ ລາວຟອດຊີຕີ ໄດ້ຮ່ວມມືກັບອົງກອນ Veterinarians Without Borders Korea ເພືອສະໜັບສະໜຸນ “ໂຄງການລາວປອດໂລກໝາວໍ້” ເຊິງຈັດຂື້ນລະຫວ່າງວັນທີ 9-12 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ.
ໃນຖານະທີ່ເປັນສ່ວນໜຶ່ງ ຂອງໂຄງການ (CSR) ບໍລິສັດ ລາວຟອດຊີຕີ ໄດ້ສະໜັບສະໜູນ ຍານພາຫະນະ ຈຳນວນ 3 ຄັນ ໄດ້ແກ່ Ranger Raptor 2.0L, Ranger 2.0L Wildtrak ແລະ Ranger 2.0L XLT ເພື່ອຊ່ວຍທີມສັດຕະວະແພດ ໃນການອອກຊັກວັກຊີນສັດ ຕາມພື້ນທີ່ຊົນນະບົດ ແລະ ຊານເມືອງຂອງນະຄອນຫຼວງວຽງຈັນ.
ການຮ່ວມມືຄັ້ງນີ້ ໄດ້ສະທ້ອນຄວາມໝາຍຂອງ “ການຂັບເຄື່ອນທີ່ມີຈຸດມຸ້ງໝາຍ” ໂດຍພະລັງຂອງ Ford Ranger ທີ່ບໍ່ໄດ້ພິສູດພຽງແຕ່ເທິງທ້ອງຖະໜົນ ແຕ່ຖືກໃຊ້ເພື່ອສ້າງຜົນກະທົບທາງບວກທີ່ຢື່ນຍົງຕໍ່ຜູ້ຄົນໃນສັງຄົມ.
ຂັບເຄື່ອນການປ່ຽນແປງຂອງຊຸມຊົນ
ພະຍາດໝາວໍ້ ຄື່ໜຶ່ງໃນພະຍາດຕິດຕໍ່ລະຫວ່າງສັດ ແລະ ຄົນທີ່ອັນຕະລາຍທີ່ສຸດໃນພາກພື້ນນີ້ ຄວາມຮ່ວມມືໃນປີນີ້ ເຮັດໃຫ້ທີມສາມາດເຂົ້າເຖິງພື້ນທີ່ຫາງໄກ ທີ່ເຂົ້າເຖິງຍາກ ແລະ ຊັກວັກຊີນໄດ້ຫຼາຍກວ່າ 250 ໂຕ, ເພີ່ມຂື້ນຢ່າງເຫັນໄດ້ຊັດເຈນ ຈາກປີທີ່ຜ່ານມາ.
ປີແລ້ວນີ້ ອາສາສະໝັກຕ້ອງໄດ້ເຊົ່າລົດ ແລະ ບາງຄັ້ງຕ້ອງໄດ້ຢ່າງເພື່ອເຂົ້າເຖິງໝູ່ບ້ານ ໄລຍະເວລາເດີນທາງ ແລະ ຄວາມເມື່ອຍລ້າຈຶ່ງຈຳກັດຕໍ່ການຊ່ວຍເຫຼືອ ແຕ່ປີນີ້ Ford Ranger ທັງ 3 ຄັນ ຊ່ວຍໃຫ້ທີມເດີນທາງໄວຂື້ນ, ບັນທຸກອຸປະກອນໄດ້ຫຼາຍຂື້ນ ແລະ ເຂົ້າເຖິງພື້ນທີ່ຫາງໄກໄດ້ຫຼາຍຂື້ນຢ່າງປອດໄພ. ຄວາມທົນທານ ແລະ ຄວາມອະເນກປະສົງຂອງລົດ ຊ່ວຍໃຫ້ອາສາສະໝັກທຸ້ມເທພະລັງໃຫ້ກັບງານສຳຄັນທີ່ສຸດ ຊ່ວຍຊີວິດສັດ ແລະ ປ້ອງກັນໂລກລະບາດ.
ການຮ່ວມມື ເພື່ອອະນາຄົດ ແລະ ສຸຂະພາບທີ່ດີກວ່າ
ໂຄງການນີ້ຍັງໄດ້ຮ່ວມມື ກັບມະຫາວິທະຍາໄລແຫ່ງຊາດ ນຳທີມນັກສຶກສາ ຄູອາຈານ ແລະ ອາສາສະໝັກທີ່ມີເປົ້າໝາຍດຽວກັນ ຄື່ເຮັດໃຫ້ລາວປອດຈາກໂລກໝາວໍ້ ຜ່ານການໃຫ້ຄວາມຮູ້, ການປ້ອງກັນ ແລະ ການມີສ່ວນຮ່ວມຂອງຊຸມຊົນ.
ທ່ານ ສະຕີບ ຄົງ ຜູ້ຈັດການທົ່ວໄປຂອງ ລາວຟອດຊີຕີ ໄດ້ກ່າວວ່າ “ພວກເຮົາຮູ້ສຶກເປັນກຽດທີ່ໄດ້ເປັນສ່ວນໜຶ່ງຂອງໂຄງການນີ້ ພວກເຮົາເຊື່ອວ່າລົດຂອງພວກເຮົາບໍ່ເປັນພຽງແຕ່ຍານພາຫະນະ ແຕ່ເປັນເຄື່ອງມືທີ່ສ້າງພະລັງໃຫ້ກັບສັງຄົມ ການສະໜັບສະໜູນໂຄງການນີ້ ຄືການປົກປ້ອງຊີວິດ ແລະ ສ້າງແຮງບັນດານໃຈ ໃນການປ່ຽນແປງເຊີງບວກ”
ສ້າງຂື້ນເພື່ອຈຸດມຸ່ງໝາຍ ແລະ ຂັບເຄື່ອນດ້ວຍຫົວໃຈ
ສິ່ງທີ່ໂດດເດັ່ນທີ່ສຸດບໍ່ແມ່ນພຽງແຕ່ໂຕເລກ ແຕ່ຄື່ “ພະລັງຂອງທີມ” ແລະ “ຄວາມຫວັງ” ທີ່ທຸກຄົນຮ່ວມກັນ ພາບຂອງ Ford Ranger ທີ່ພາສັດຕະວະແພດ ແລະ ນັກສຶກສາໄປຊ່ວຍຊີວິດສັດ ໃນໝູ່ບ້ານຕ່າງໆ ສະທ້ອນຈິດວິນຍານຂອງແບຣນ “Built for Purpose”
Ford Ranger ຍັງຄົງພິສູດຕົວເອງວ່າເປັນຄູ່ຫູ່ທີ່ໄວ້ໃຈໄດ້ ບໍ່ວ່າຈະໃນເສັ້ນທາງຄຸຂະ ຫຼື ໃນການລົງພື້ນທີ່ຊ່ວຍເຫຼືອສັງຄົມ.
ກ້າວຕໍ່ໄປເພື່ອສັງຄົມທີ່ດີຂື້ນ
ລາວຟອດຊີຕີ ຍັງຄົງມຸ່ງໝັ້ນສະໜັບສະໜູນໂຄງການທີ່ຊ່ວຍສັງຄົມໃຫ້ແຂງແຮງ ແລະ ມີຄຸນນະພາບຊີວິດທີ່ດີຂື້ນ ໂຄງການນີ້ຄືຫຼັກຖານຂອງຄວາມມຸ່ງໝັ້່ນ ໃນດ້ານຄວາມຢື່ນຍົງ ຄວາມເມດຕາ ແລະ ຄວາມເຊື່ອທີ່ວ່າ ທຸກການເດີນທາງ ບໍ່ວ່າຈະໃຫຍ່ ຫຼື ນ້ອຍ ແມ່ນສາມາດສ້າງການປ່ຽນແປງໄດ້.
ຫຼັງຈາກຈົບໂຄງການ ບໍລິສັດຂອງພວກເຮົາ ຂໍຂອບໃຈ Veterinarians Without Borders Korea ແລະ ມະຫາວິທະຍາໄລ ແຫ່ງຊາດລາວ ສໍາລັບຄວາມຮ່ວມມື ແລະ ຄວາມທຸ່ມເທໃນການປົກປ້ອງທັງສັດ ແລະ ຜູ້ຄົນທົ່ວປະເທດ.
ພວກເຮົາຈະເດີນໜ້າຮ່ວມກັນ ເພື່ອອະນາຄົດທີ່ດີກວ່າ ປອດໄພກວ່າ ແລະ ສຸຂະພາບທີ່ດີຂື້ນ.

ລົງທະບຽນເພື່ອຮັບສ່ວນຫຼຸດ