ເຣນເຈີ ແຣັບເຕີ
Ranger Raptor ມີຕົວຖັງລົດທີ່ີແຂງແກ່ນເປັນພິເສດເຫຼັກແຕະພື້ນທີ່ແໜ້ນໜາ ແລະ ຊ່ວງລ່າງທີ່ອອກແບບມາເພື່ອໃຫ້ລຸຍຕາມເສັ້ນທາງທີ່ລົດກະບະທຳມະດາບໍ່ມີຄວາມກ້າທີ່ຈະໄປປະເຊີນ.
ເອກະລັກຂອງ Ranger raptor ຄືໂຕໜັງສື Ford ທີ່ກະຈັງໜ້າຂອງລົດ, ໂຕບໍດີໂລດທີ່ກ້ວາງ ແລະ ໜາ, ຄັນຊົນເຫຼັກທີ່ຍຶດໃສ່ກັບໂຕຖັງລົດເຮັດໃຫ້ມີຄວາມແຂງແກ່ນ, ຕາສະປອດໄລ້ລະບົບ LED ມາພ້ອມໂກບບັງລົມແບບໃໝ່, ທ້າຍລົດທີ່ມີໂລໂກ້ຕິດທີ່ຝາທ້າຍແບບ 3ມິຕິ
ການອອກແບບລາຍລະອຽດເພື່ອການປະຕິບັດ, ເບາະລົດທີ່ອອກແບບສະປອດພ້ອມໜອນຮອງຄໍທີ່ມີເອກະລັກຂອງ Ranger Raptor ແລະ ອອກແບບໃຫ້ມີຄວາມສະດວກສະບາຍໃນເວລາຂັບຂີ່, ພວງມະໄລອອກມາໃນ ແບບທີ່ໂດດເດັ່ນທີ່ກາໂລໂກ້ Raptor ທີ່ຫຸ້ມຫຍິບດ້ວຍມື, ຄັນເກຍຫຸ້ມດ້ວຍໜັງ ແລະ ຮອງພື້ນ, ມາພ້ອມໜ້າຈໍອັດສະລີິຍະທີ່ສະແດງຂໍ້ມູນການປະຕິບັດງານຕ່າງໆທີ່ມີໜ້າຈໍທີ່ແບນ ແລະ ບໍ່ເຫຼຶ້ອມຕາ.
ຄັນພວງມະໄລທີ່ຫຸ້ມດ້ວຍໜັງ ແລະ ດ້າຍທີ່ເປັນສີສະທ້ອນເຮັດໃຫ້ທ່ານໝັ້ນໃຈວ່າມີການຄວບຄຸມພວງມະໄລຢູ່ຕະຫລອດເວລາ, ຈຸດທີ່ໜາຍສີແດງຢູ່ທາງກາງດ້ານເທິງຂອງພວງມະໄລຊ່ວຍໃຫ້ຮູ້ເຖິງຈັງວະຂອງລໍ້ເວລາລ້ຽວ.
ລະບົບ SYNC™ 4A ແມ່ນໃຫ້ຄວາມບັນເທີງໃຫ້ແກ່ທ່ານໃນການເດີນທາງສາມາດສັ່ງດ້ວຍຄໍາສັ່ງສຽງໄດ້ເທິງ 10.000 ຄຳສັ່ງເປັນພາສາອັງກິດຍົກຕົວຢ່າງ: ການໂທ, ການຫຼິ້ນເພງ ແລະ ປັບອຸນຫະພູມຂອງລະບົບປັນອາກາດ, ມາພ້ອມໜ້າຈໍ 8 ນິ້ວລະບົບສໍາຜັດ ແລະ ສາມາດຊູມໄດ້ ຍັງມາພ້ອມກັບລະບົບ Apple car play ແລະ Ardroid Anto ອິກດ້ວຍ.