ກຸ່ມບໍລິສັດ RMA Lao ສ້າງສາຍຜົວພັນທຸລະກິດກັບບັນດານັກທຸລະກິດຊາວແຂວງຊຽງຂວາງ

ໃນວັນທີ່ 25 ກໍລະກົດທີ່ຜ່ານມາ ບໍລິສັດ ລາວຟອດ ຊີຕີ ເປັນຕົວແທນຕາງໜ້າໃຫ້ແກ່ກຸ່ມບໍລິສັດ RMA Lao ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ມອບເຄື່ອງອຸປະກອນການຮຽນ ແລະ ເຄື່ອງບໍລິໂພກ ເພື່ອຊ່ວຍເຫຼືອໃຫ້ແກ່ໂຮງຮຽນສີຊຽງໃໝ່ ບ້ານນາຊູ ເມືອງແປກ ແຂວງຊຽງຂວາງ ເປັນອີກໝູ່ບ້ານໜຶ່ງທີ່ຍັງຄົ້ນພົບວັດຖຸລະເບີດທີ່ຍັງຕົກຄ້າງຈາກສະໄໝສົງຄາມ ເຊິ່ງໂຮງຮຽນດັ່ງກ່າວຕັ້ງຢູ່ໃນພຶ້ນທີ່ທີ່ຍັງພົບວັດຖຸລະເບີດຢູ່ ແລະ ທາງອົງການ UXO ກໍ່ໄດ້ມາເກັຍບໄປທຳລາຍແລ້ວ ເຊິ່ງກ່ອນໜ້ານີ້ບໍລິສັດ ລາວຟອດຊີຕີ ຕາງໜ້າ Motor Company ໄດ້ມອບທືນຊ່ວຍເຫຼືອໃຫ້ແກ່ ອົງການ UXO ທີ່ເຮັດວຽກກ່ຽວກັບການເກັບກູ້ລະເບີດທີ່ບໍ່ທັນແຕກໃນລາວ ປະຈຳແຂວງຊຽງຂວາງ ເພື່ອນຳໄປບູລະນະ ແລະ ປູກສ້າງຫ້ອງນ້ຳໃຫ້ແກ່ໂຮງຮຽນຫຼັງດັ່ງກ່າວທີ່ໄດ້ຮັບຜົນກະທົບຈາກວັດຖຸລະເບີດທີ່ບໍ່ທັນແຕກທີ່ຍັງຫຼົງເຫຼືອຈາກສະໄໝສົງຄາມ ເປັນຈຳນວນເງິນ $20,000 ທັງນີ້ທັງນັ້ນ, ເພື່ຶອເປັນການຊ່ວຍເຫຼືອຕື່ມ ລາວຟອດຊີຕີ ໄດ້ຮ່ວມເດີນທາງມາມອບອຸປະກອນການຮຽນເຊັ່ນ: ປຶ້ມຂຽນ, ປຶ້ມແບບຮຽນ, ບິກ, ສໍ, ບັນທັດ, ເສື້ອ ແລະ ເຄື່ອງບໍລິໂພກ ລວມມູນຄ່າຫຼາຍກວ່າ 100,000,000ກີບ ແລະ ບໍລິສັດ ແລນໂລເວີລາວກໍ່ໄດ້ມອບອຸປະກອນຊ່ວຍເຫຼືອຕື່ມເປັນຈຳນວນໜຶ່ງ

ຫຼັງຈາກມອບເຄື່ອງບໍລິຈາກແລ້ວ ໃນຕອນແລງຂອງມື້ດັ່ງກ່າວ ບໍລິສັດ RMA Lao ຮ່ວມກັບສະຫະພັນຸດສາຫະກຳ ແລະ ການຄ້າແຂວງຊຽງຂວາງ ໄດ້ຮ່ວມກັນຈັດງານພົບປະສັງສັນກັບບັນດານັກທຸລະກິດ ເພື່ອນຳສະເໜີ ແລະ ເລົ່າປະຫວັດຄວາມເປັນມາກ່ຽວກັບກຸ່ມຜະລິດຕະພັນທີ່ RMA Lao ມີໃຫ້ບໍລິການບໍ່ວ່າຈະເປັນຜະລິດຕະພັນຍານຍົນ ເຊັ່ນ: ລົດຟອດ, ລົດແລນໂລເວີ, ລົດມາຮີນດຣາ, ກົນຈັກໜັກຕອບສະໜອງເຂົ້າໃຊ້ໃນເຮັດການກະສິກຳ ແລະ ການໃຫ້ບໍລິການອອກແບບ ແລະ ຮັບເມົາກໍ່ສ້າງ ທັງໝົດນີ້ RMA Lao ເຮົາໄດ້ເລີ່ມໃຫ້ບໍລິການມາຕັ້ງແຕ່ປີ 1994 ເປັນຕົ້ນມາ ແລະ ໃນປີນີ້ພວກເຮົາໄດ້ມີໂອກາດມາໂອ້ລົມກັບທາງບັນດານັກທຸລະກິດຊາວຄ້າຂາຍທາງແຂວງຊຽງຂວາງ ເຊິງພາຍໃນງານພວກເຮົາໄດ້ນຳລົດຟອດ, ແລນໂລເວີ, ມາຮີນດຣາ, ຈອນເດຍ ແລະ JCB ມາວາງສະແດງ ເພື່ອໃຫ້ທຸກທ່ານໄດ້ສຳຜັດກັບລົດຕົວຈິງ ແລະ ເຂົ້າຊົມຜະລິດຕະພັນຂອງພວກເຮົາຢ່າງໃກ້ຊິດ ນອກຈາກຜະລິດຕະພັນລົດແລ້ວ ພວກເຮົາຍັງນຳອາໄຫຼ່, ນຳມັນເຄື່ອງສຳລັບລົດຟອດ ແລະ ຢາງອ໋ອບໂຣດ ມາໄວ້ບໍລິການໃຫ້ລູກຄ້າທາງຊຽງຂວາງ

ລົງທະບຽນເພື່ອຮັບສ່ວນຫຼຸດ