ເອັກສ໌ໂປຼເຣີ

ຄວາມງາມທີ່ເໜືອກວາ

ພະລັງ ແລະ ການຂັບຂີ່ ຂອງ ຟອດ ເອັກສ໌ໂປຼເຣີ ມາພ້ອມການອອກແບບທີ່ສະດຸດຕາ ເຊິ່ງນຳມາເຊິ່ງຄວາມສະດວກສະບາຍ ແລະ ສະໄຕທີ່ແທ້ຈິງ. ແລະ ເນື່ອງຈາກວ່າມັນຖືກສ້າງຂື້ນມາເພື່ອຄວາມຄ່ອງໂຕ ທ່ານຈຶ່ງສາມາດໃຊ້ພື້ນທີ່ພາຍໃນສຳລັບເດັກນ້ອຍ, ສັດລ້ຽງ, ອຸປະກອນກິລາ, ອຸປະກອນການຕັ້ງແຄ້ມຂອງທ່ານ ແລະ ທຸກໆຢ່າງທີ່ທ່ານຕ້ອງການໃນການເດີນທາງຂອງທ່ານ.

ໃຫ້ຊີວິດໃນເມືອງກວນໃຈທ່ານ

ຮາວຫລັງຄາບໍໄດ້ມີໄວ້ເພື່ອຄວາມງາມລ້າໆ, ແຕ່ ຟອດເອັກສ໌ໂປຼເຣີ ຖືກອອກແບບມາສຳລັບທັງການຂັບຂີ່ທາງປົກກະຕິ ແລະ ທາງວິບາກ. ສີແຜ່ນກັນຊົນໜ້າ ແລະ ຫລັງ. ໄຟ LED ແບບເປັນເອກກະລັກ ແລະ ໄພຕັດໝອກທີ່ຊ່ວຍໃນສະພາບສະໜົນທີ່ຫລາກຫລາຍ ແລະ ສະພາບອາກາດ.

ຄວາມສະດວກສະບາຍພາຍໃນ

ຄວາມສະດວກສະບາຍຂອງ ຟອດ ເອັກສ໌ໂປຼເຣີ ປະກອບດ້ວຍ:

  • ເບາະນັ່ງຄົນຂັບແບບປັບດ້ວຍໄຟຟ້າ
  • ພວງມະໄລແບບປັບຄວາມຮ້ອນ
  • ເບາະນັ່ງດ້ານໜ້າແບບປັບອຸນນະພຸມ ຮ້ອນ ແລະ ເຢັນ
  • ເບາະນັ່ງດ້ານໜ້າມີໃຫ້ເລືອກຫລາຍຮູບແບບ ພ້ອມກັບ Active Motion®.
  • ເຂັມຂັດນິລະໄພແບບເປົ່າລົມ ທີ່ເບາະນັ່ງແຖວສອງ

ເບາະນັ່ງແກວສອງແບບຫຸ້ມໂຕ Bucket Seating

ນອກຈາກທີ່ເກັບຂອງສຳລັບການທ່ອງທ່ຽວ, ຜູ້ໂດຍສານຍັງສາມາດເພີດເພີນກັບເບາະນັ່ງແຖວສອງແບບຫຸ້ມໂຕ.

ໄຟແບບ LED

ມີຫລາຍຂໍໄດ້ປຽບ. ໄຟແບບ LED ແມ່ນມີຄວາມທົນທານ ແລະ ອາຍຸການໃຊ້ງານຍາວນານກວ່າ 60% ແລະ ປະຢັດໄຟກວ່າ.

Get Offers