
ທຸກຮອຍຍີ້ມ ຄືຄວາມປະທັບໃຈຂອງພວກເຮົາ ກັບການແບ່ງປັນຄວາມສຸກໃຫ້ນ້ອງໆນັກຮຽນ ທີ່ໂຮງຮຽນປະຖົມສົມບູນ ບ້ານນາຂອບ ເມືອງ ເຟືອງ ແຂວງວຽງຈັນ.
ໃນວັນທີ່ 18-19 ກຸມພາ, ບໍລິສັດ ລາວຟອດຊີຕີ ພ້ອມດ້ວຍຂະນະລູກຄ້າຜູ້ທີ່ຊົມໃຊ້ລົດຟອດ ເທີຣິທໍຣີ ໄດ້ຮ່ວມຕົວກັນຈັດງານຄາລາວານ ພາຍໃຕ້ສະໂລແກນທີ່ວ່າ “Ford Territory Make It Easy Drive” ເພື່ອການກຸສົນຊ່ວຍເຫຼືອນ້ອງນັກຮຽນທີ່ຂາດເຂີນອຸປະກອນການຮຽນ ແລະ ຮ່ວມກັນບູລະນະໂຮງຮຽນໃຫ້ໃໝ່ ເຊິ່ງໃນການເດີນທາງຄັ້ງນີ້ມີລົດເຂົ້າຮ່ວມທັງໝົດ 25 ຄັນ ລວມມູນຄ່າການບໍລິຈາກທັງໝົດ 120,000,000 ກີບ.
ທັງນີ້ທັ້ງນັ້ນ, ການໄປຄາລາວານໃນຄັ້ງນີ້ພວກເຮົາຍັງໄດ້ສາທິດ ແລະ ແນະນຳການນຳໃຊ້ອ໋ອບຊັນລົດໃຫ້ຖືກວິທີ ເຊັ່ນ: ລະບົບ Auto Hold, ລະບົບຄວບຄຸມຄວາມໄວ, ລະບົບແລ່ນໃນເລນ, ໂໝດຂັບຂີ່ແບບສະປອດ ແລະ ແບບປະຢັດ ເຊິ່ງລະບົບເຫຼົ່ານີ້ຈະຊ່ວຍໃຫ້ຂັບຂີ່ສະດວກສະບາຍຂຶ້ນ ແລະ ປະຢັດນ້ຳມັນໃນການເດີນທາງ
ສຸດທ້າຍນີ້ພວກເຮົາຕ້ອງຂໍຂອບໃຈມາຍັງລູກຄ້າທຸກທ່ານ ທີ່ຊ່ວຍເຮັດໃຫ້ມື້ນີ້ຂອງພວກເຮົາໃຫ້ສຳເລັດ ແລະ ມີນ້ຳໃຈທີ່ຢາກຈະຊ່ວຍເຫຼືອຮ່ວມກັນ. ສຳລັບລູກຄ້າທ່ານໃດທີ່ຢາກຈະຮ່ວມກິດຈະກຳເດີນທາງແບບນີ້ກັບພວກເຮົາ ຕິດຕາມເພສພວກເຮົາໄວ້ເລີຍ.













