
ໃນວັນທີ 16 ພຶດສະພາ 2024, ກຸ່ມບໍລິສັດ RMA Lao ໄດ້ຈັດງານລ້ຽງພົບປະສັງສັນ VIP InterCham Networking Night ໃຫ້ແກ່ນັກທຸລະກິດ, ເຈົ້າຂອງທຸລະກິດ, ອົງການ NGO, ຜູ້ປະກອບການ ແລະ ສະຖານທູດ ເພື່ອປຶກສາຫາລືກ່ຽວກັບການປັບຕົວ ເພື່ອແລກປ່ຽນຄວາມຄິດຄວາມເຫັນ ແລະ ຮັບມືກັບວິກິດການເສດຖະກິດ. ພ້ອມກັບການແລກປ່ຽນປະສົບການ, ໃນໂອກາດພິເສດນີ້, ພວກເຮົາຍັງໄດ້ມີໂອກາດເປີດເຜີຍແຜ່ໂຄງການທີ່ພົ້ນເດັ່ນຂອງພວກເຮົາໃນປີນີ້ອີກດ້ວຍ. ເຊິງບໍລິສັດ RMA Lao Group ເປັນບໍລິສັດທີ່ໃຫ້ບໍລິການຫຼາຍກວ່າການນໍາເຂົ້າລົດ Ford, Land Rover, ແລະ Mahindra ລວມທັງເຄື່ອງຈັກໜັກ ແລະ ການນໍາເຂົ້າອື່ນໆ. ພວກເຮົາຍັງໃຫ້ບໍລິການທາງດ້ານການເງິນ, ບໍລິການໃຫ້ເຊົ່າລົດ, ບໍລິການອາຫານ, ແລະບໍລິການກໍ່ສ້າງ ແລະ ສ້ອມແປງ. ເຊິງງານນີ້ໄດ້ເປີດໂອກາດໃຫ້ລູກຄ້າທີ່ເຂົ້າຮ່ວມທັງໝົດສາມາດເວົ້າ ແລະ ໂອ້ລົມເພື່ອຍົກລະດັບການດຳເນີນທຸລະກິດ ເພື່ອອໍານວຍຄວາມສະດວກໃນການແລກປ່ຽນຄວາມຄິດລະຫວ່າງເຈົ້າຂອງທຸລະກິດຊາວລາວທັງໝົດ, RMA Lao ໄດ້ຮັກສາຄວາມສຳພັນກັບ AustCham Lao ມາເປັນເວລາດົນນານ. InterCham Networking Night ຖືກຈັດຂື້ນເພື່ອເປັນສັງສັນ ແລະ ເຊື່ອມສຳພັນໄມຕີຂອງທຸລະກິດທຸກພາກສ່ວນ, ເປັນພຶ້ນທີ່ເພື່ອການຮຽນຮູ້ ແລະ ແລກປ່ຽນຄວາມເຂົ້າໃຈລະຫວ່າງສະມາາຄົມທຸລະກິດຂອງລາວ ຕາງໜ້າເຂົ້າຮ່ວມຈາກສະພາການຄ້າຕ່າງປະເທດ.
ນອກຈາກການພົບປະສັງສັນກັນແລ້ວ ເພື່ອເປັນການຜ່ອນຄາຍ ແລະ ສ້າງຮອຍຍິ້ມໃຫ້ທຸກທ່ານທີ່ເຂົ້າຮ່ວມ ທາງກຸ່ມບໍລິສັດ RMA Lao ກໍ່ຍັງໄດ້ສ້າງຄວາມຕື່ມເຕັ້ນໃຫ້ແກ່ບັນດາທ່ານທີ່ເຂົ້າໃນງານນີ້ ດ້ວຍການຈັບສະຫຼາກເພື່ອຮັບຂອງລາງວັນທີ່ທາງລາວຟອດຊີຕີ ແລະ ລາວແລນໂລເວີໄດ້ຈັດກຽມໄວ້ໃຫ້ ເຊິ່ງຜູ້ໂຊກດີຈະໄດ້ຮັບລາງວັນ ປ່ຽນຖ່າຍນ້ຳມັນເຄື່ອງຟຣີ 1 ຄັ້ງ, ບັດພິດຊ່າ 1,000,000ກີບ ແລະ ທິບທ່ຽວວັງວຽງ 2 ມື້ 1 ຄືນ ເດີນທາງໄປກັບລົດຟອດ Territory
ລາວຟອດຊີຕີ ພູມໃຈທີ່ໄດ້ເປັນສ່ວນໜື່ງຂອງການຮ່ວມຕົວທັງນັກທຸລະກິດ, ຜູ້ປະກອບການ, ອົງກອນ NGO ແລະ ສະຖານທູດຕ່າງໆໃນຄັ້ງນີ້ ພວກເຮົາຫວັງວ່າທຸກທ່ານທຸກຄົນມ່ວນຊື່ນ ແລະ ປະທັບໃຈໃນຄັ້ງນີ້ອີກດ້ວຍ ພວກເຮົາຂໍຂອບໃຈມາຍັງຜູ້ເຂົ້າຮ່ວມເປັນຢ່າງຍິ່ງ ແລະ ຫວັງວ່າຈະໄດ້ພົບທຸກທ່ານໃນງານຄັ້ງຕໍ່ໄປ











