
6 ເດືອນ ເມສາ 2023, ເພື່ອເປັນການສ້າງສີສັນໃຫ້ວົງການລົດຍົນໃນການເປີດໂຕລົດທີ່ບໍ່ແມ່ນພຽງແຕ່ການນຳສະເໜີລົດເທົ່ານັ້ນ ງານເປີດໂຕລົດເທຣິທໍຣີ ເນັກ-ເຈເນີເຣຊັນໃໝ່ ໃດ້ເນລະມິດສະຖານທີ່ແຕ່ລະຈຸດ ໃຫ້ເປັນພາບແຫ່ງຄວາມສຸກທີ່ທ່ານຈະໃດ້ມ່ວນຊື່ນໃນການຂັບຂີ່ໄປກັບFord Territory , ບໍ່ວ່າທ່ານຈະເດີນທາງໄປຕັ້ງແຄັ້ມທີອ້ອມຮອບໄປດ້ວຍສັນພູທີ່ສວຍງາມ ຫລື ເດີນທາງໄປແຄມຊາຍຫາດກັບຄອບຄົວທີ່ທ່ານຮັກ ລວມເຖິງການຂັບຂີ່ໃນຕົວເມືອງ Ford Territory Next Generation ສາມາດຕອບຕອບໂຈດທຸກການໃຊ້ງານ
ຟອດ ເທຮິທໍຣີ ເນັກ-ເຈເນີເຣຊັນໃໝ່ SUV ຂະໜາດ 5 ບ່ອນ ເປັນອີກໜຶ່ງລຸ່ນທີ່ເປັນຍອດນິຍົມໃນພາກພຶ້ນອາຊີ ເປັນຕົ້ນແມ່ນປະເທດຈີນ, ຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ຮັບການອອກແບບພາຍນອກ ແລະ ພາຍໃນແບບຫຼູຫຼາເໜືອລະດັບ ທີ່ມາພ້ອມກັບລະບົບເຕັກໂນໂລຊີ ທີ່ຈັດເຕັັມ.
ເປີດໃຫ້ເປັນເຈົ້າຂອງໄດ້ແລ້ວມື້ນີ້ ກັບຟອດ ເທຣິທໍຣີ ທີ່ມາພ້ອມເຄື່ອງຈັກ 1.5 ລິດ Ecoboost ຈັບຄູ່ກັບເກຍແບບໝູນ 7 ສະປີດ ທີ່ສາມາດຜະລິດແຮງມ້າໄດ້ສູງເຖິງ 163 ແຮງມ້າ ແລະ ແຮງບິດ 250 ນິວຕັນແມັດ ດ້ວຍພະລັງຂອງ Ecoboost ທີ່ຈະມາພ້ອມກັບ 4 ໂໝດການຂັບຂີ່ ເຊິ່ງຈະມີມາໃນທັງສອງລຸ່ນຄືລຸ່ນ Ambient ແລະ Titanium
ລະບົບຄວາມປອດໄພຂອງລົດຟອດທີ່ຂຶ້ນຊື່ແບບຈັດເຕັມທຸກລະບົບ ແລະ ເຕັກໂນໂລຊີທີ່ມີມາໃຫ້ໃນລົດຟອດຄັນນີ້ ບໍ່ວ່າຈະເປັນລະບົບຖອຍຈອດອັດສະລິຍະ,ລະບົບເຕືອນເມື່ອລົດອອກນອກເລນ, ລະບົບເຕືອນການຕຳ ພ້ອມເບຣກສຸກເສີນ, ລະບົບຄວບຄຸມຄວາມໄວແປຜັນ ສາມາດເລັ່ງ ຫຼື ຢຸດຕາມຄວາມໄວຄັນທາງໜ້າ ຈົນເຖິງຈຸດຢຸດນິ່ງ, ລະບົບເຕືອນມູມອັບສາຍຕາ ແລະ ລະບົບອື່ນໆ… ທ່ານສາມາດເຂົ້າມາສຳພັດລົດ Next Generation Ford Territory ໃດ້ທຸກສາຂາຂອງລາວຟອດຊີຕີ. ທ່ານສາມາດຕິດຕາມຂ່າວສານດີໆຈາກເພດ Laofordcity Vientiane ຫຼື ເວບໄຊ້ Laofordcity. ຂອບໃຈທຸກທ່ານທີ່ຕິດຕາມຂ່າວນຳພວກເຮົາ ພົບກັນໃໝ່ກັບກິດຈະກຳດີໆໃນຄັ້ງຕໍ່ໄປ.







