
ໃນວັນທີ 26 ພະຈິກ 2020 ລາວຟອດຊີຕີ ໄດ້ຈັດງານເປີດໂຕລົດ ສຸກເສີນ Ford Transit Ambulance ທີ່ຫ້ອງຂາຍ ລາວຟອດຊີຕີ. ເຂົ້າມີບັນດາແຂກຜູ້ມີກຽດຈາກອົງການກ່ຽວກັບສຸຂະພາບ ປະກອບມີ: ແຂກຈາກ ກະຊວງສາທາລະນະສຸກ, ພາກລັດຖະບານ, ໂຮງໝໍ, ຄຣີນິກ, NGOs, ອົງການກາແດງລາວ. ໂດຍລົດ Ford Transit Ambulance ໄດ້ຖືກອອກແບບມາໃຫ້ເໝາະສົມກັບສະພາບຖະໜົນໃນ ລາວ ໃນການຂົນສົ່ງຄົນເຈັບໄປສົ່ງໂຮງໝໍ ແລະ ຍັງເໝາະແກ່ການຂົນສົ່ງຜູ້ຕິດເຊື້ອ ໂຄວິດ-19 ອີກດ້ວຍ.