
ມື້ນີ້ເຮົາຈະມາບອກ ບູທຟອດທີ່ສູນການຄ້າພາກຊັນ ເປີດກິດຈະກຳໃຫເດັກໆໄດ້ມີຮອຍຍີ້ມກັບກິດຈຳກຳລະບາຍສີ, ຂີ່ລົດໄຟ ແລະ ລົດໂຍກ ຕ້ອນຮັບວັນເດັກນ້ອຍສາກົນທີ່ຈະມາຮອດນີ້ ຢ່າລືມຖ່າຍຮູບເຊັກອິນກັບບູທຂອງພວກເຮົາທ່ານຈະໄດ້ຮັບບັດຄູປອງລຸ້ນໂຊກຮັບເຄື່ອງໃຊ້ໄຟຟ້າ ແລະ ຄຳ ທຸກໆມື້ ມູນຄ່າລວມ 110,000,000 ລ້ານກີບ ທີ່ເດີ່ນດ້ານໜ້າສູນການຄ້າພາກຊັນ
ລາວຟອດຊີຕີ ຈັດໃຫ່ຍໃຫ້ໂຊກທຸກທ່ານທີ່ມາຮ່ວມຫຼິ້ນກິດຈະກຳ ແລະ ແວ່ຊົມບູທຟອດຂອງພວກເຮົາ ພຽງແຕ່ທ່ານລົງທະບຽນ ກໍ່ມີສິດລຸ້ນໂຊກໝຸນວົງລໍ້ຮັບຂອງແຖມຈາກບູທຟອດຂອງພວກເຮົາ ແລະ ທ່ານຍັງຈະໄດ້ຮັບບັດຄູປອງລຸ້ນໂຊກ ລຸ້ນຮັບເຄື່ອງໃຊ້ໄຟຟ້າ ແລະ ທອງຄຳ ແຈກທຸກໆຕອນແລງຂອງທຸກໆມື້
ສຳລັບກິດຈະກຳເດັກນ້ອຍທີ່ທາງລາວຟອດ ຊີຕີ ຈັດຕ້ນຮັບວັນເດັກກໍ່ຈະມີການແຕ້ມລະບາຍສີຕຸກກະຕາຟຣີ, ຂີ່ລົດໄຟ ແລະ ລົດໂຍກແບບຟຣີໆ ພ້ອມໃຫ້ເດັກໆໄດ້ສຳຜັດກັບລົດຟອດ ທີ່ພວກເຮົາໄດ້ຈັດໂຊພາຍໃນງານນີ້ ເພາະພວກເຮົາຄິດວ່າເດັກນ້ອຍຄືອານາຄົດທີ່ສົດໃສຂອງສັງຄົມ ແລະ ມີຄວາມຝັນທີ່ຍິ່ງໃຫ່ຍ ແລະ ພວກເຮົາພ້ອມທີ່ຈະພາທຸກໆຄວາມຝັນໄປຮອດຈຸດໝາຍໄດ້ຢ່າງແນ່ນອນ ໃຫ້ກົງກັບແຄມເປນທີ່ພວກເຮົາຕັ້ງໄວ້ວ່າ “ທຸກຄວາມຝັນ ໃຫ້ຟອດພາໄປ” “Let Ford Drive Your Dream”
ພວກເຮົາຍັງບໍ່ໝົດພຽງເທົ່ານີ້ ເພາະພາຍໃນງານນີ້ພວກເຮົາຈັດໂປຣໂມຊັນແບບພິເສດໃຫ້ບັນດາທ່ານລູກຄ້າໄດ້ເລືອກ ແລະ ຈັບຈອງແບບໜັກໆໄປເລີຍ ສຳລັບອອກລົດຟອດ Next-Generation ທຸກລຸ່ນບໍ່ວ່າຈະເປັນ Ranger or Everest ຮັບໄປເລີຍບັດນ້ຳມັນ 15,000,000ກີບ ແລະ ອອກລົດຟອດທຸກລຸ່ນທີ່ລ້າງສະຕ໋ອກລໍ່ວ່າຈະເປັນ Mustang, Ranger Raptor, Everest XLS, Explorer ຮັບບັດນ້ຳມັນສູງເຖິງ 20,000,000ກີບ ແຕ່ລາວຟອດ ຊີຕີ ຍັງຈັດໃຫ້ແບບ ຄູນ 2 ໄປເລີຍ ສຳລັບທ່ານໃດທີ່ຈອງລົດພາຍໃນງານ Happy Children’s Day ຮັບເພີ່ມອີກ 3,000,000ກີບ









