
ລາວຟອດຊີຕີ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ລາວຟອດຊີຕີ ໄດ້ຮັບ #ລາງວັນ “ນັກທຸລະກິດດີ້ເດັ່ນ ຈາກ ຄສອຊ ໃນໄລຍະ Covid-19 ປະຈຳປີ 2021 ທີ່ຜ່ານມາ”
ເຊິ່ງລາງວັນອັນຊົງກຽດນີ້ແມ່ນໄດ້ສະແດງໃຫ້ເຫັນເຖິງສັກກະຍະພາບ ແລະ ຜົນງານອັນໂດດເດັ່ນ ທີ່ທາງລາວຟອດຊີຕີຂອງພວກເຮົາໄດ້ມີຄວາມມຸ່ງໝັ່ນໃນການບໍລິການບໍລີການລູກຄ້າ ໃນຊ່ວງການລະບາດໃຫ່ຍຂອງພະຍາດ Covid-19 ທີ່ຜ່ານມາ ນັ້ນກໍ່ສະແດງໃຫ້ເຫັນເຖິງການດູແລະເອົາໃຈໃສ່ລູກຄ້າຕະຫຼອດເຖິງການໃຫ້ບໍລິການເປັນຢ່າງດີສະເໝີມາ ແລະ ລາວຟອດຊີຕີ ຂອງພວກເຮົາຍັງໄດ້ນຳເອົາຜະລິດຕະພັນຍານຍົນຄຸນນະພາບລະດັບໂລກມາໃຫ້ປະຊາຊົນລາວໄດ້ຊົມໃຊ້. ສຸດທ້າຍນີ້, ບໍລິສັດລາວຟອດຊີຕີ ຕ້ອງຂໍຂອບໃຈມາຍັງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ທີ່ໄດ້ຈັດງານນີ້ຂຶ້ນມາ ເພື່ອເປັນແຮງຜັກດັນໃຫ້ພວກເຮົາໄດ້ມີຄວາມຫ້າວຫັນໃນການໃຫ້ບໍລິການລູກຄ້າ ແລະ ລາວຟອດຊີຕີ ຈະເຮັດໃຫ້ດີທີ່ສຸດເພື່ອໃຫ້ລູກຄ້າໄດ້ຮັບປະສົບການ ການບໍລິການທີ່ດີຈາກພວກເຮົາ.





