
ລາວຟອດ ຊີຕີ ອອນທົວທຸກສາຂາທົ່ວປະເທດລາວ ກັບແຄມເປນ Born to be smart with ranger wildtrak ພ້ອມກັບການນຳສະເໜີການບຳລຸງຮັກສາດ້ວຍຕົວທ່ານເອງ (Owner Clinic)
ລາວຟອດ ຊີຕີ ເປີດໂອກາດໃຫ້ກັບບັນດາລູກຄ້າໃຫ້ເຂົ້າເຖິງການຮຽນຮູ້ວິທີການບຳລຸງຮັກສາລົດຂອງທ່ານ ແລະ ເພີ່ມທັກສະການຂັບຂີ່ດ້ວຍຕົວທ່ານເອງ. ລາວຟອດຊີຕີອອນທົວທຸກສາຂາທົ່ວປະເທດລາວ ເລີ່ມແຕ່ຕົ້ນເດືອນ ມິຖຸນາ ທີ່ຜ່ານມາ ກັບແຄມເປນ Born To Be Smart with Ranger Wildtrak ເພື່ອຈັດກິດຈະກຳ ເພື່ອໃຫ້ຄວາມຮູ້ ແລະ ເພີ່ມທັກສະໃນການຂັບຂີ່ໃຫ້ແກ່ບັນດາລູກຄ້າທີ່ທັງພາກເໜືອ ແລະ ທາງພາກໃຕ້ ນັ້ນກໍ່ຄື: ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາກສັກ ເພື່ອເປັນການແນະນໍາການນໍາໃຊ້ລົດໃຫ້ມີຄວາມປອດໄພ ແລະ ໜັ້ນໃຈໃນການເດີນທາງ ແລະ ເພື່ອເພີ່ມທັກສະໃຫ້ກັບລູກຄ້າບັນດາທ່ານທີ່ນຳໃຊ້ລົດຟອດຢູ່ແລ້ວ ຫຼື ສຳລັບທ່ານໃດທີ່ຍັງກຳລັງຕັດສິນໃຈອອກລົດຟອດກັບພວກເຮົາ ໄດ້ທົດລອງຂັບ ແລະ ໄດ້ຮຽນຮູ້ຈັກການໃຊ້ງານທຸກລະບົບຂອງລົດຟອດໄປໃນຕົວ ແລະ ດ້ວຍຄວາມເປັນຜູ້ນຳທາງດ້ານສະມັດທະນະ ແລະ ລະບົບຄວາມປອດໄພຂອງລົດຟອດ ທາງລາວຟອດ ຊີຕີ ໄດ້ຈັດກຽມອຸປະສັກຕ່າງໆໃນການເດີນທາງບໍ່ວ່າຈະເປັນການທົດສອບລະບົບເບຣກທີ່ ABS ພ້ອມທັກລ້ຽວກະທັນຫັນ, ລະບົບຄວບຄຸມການຊົງຕົວ ເລວາເຂົ້າໂຄ້ງດ້ວຍຄວາມໄວສູງ (TCS), ດ່ານທົດສອບລະດັບຄວາມຄ່ອງແຂ້ວ ເມື່ອມີສິ່ງກີດຂວ້າງ. ຈາກປະສົບການລູກຄ້າທີ່ເຂົ້າຮ່ວມງານທົດລອງຂັບຂອງພວກເຮົາ ບອກໄດ້ເລີຍວ່າເປັນອີກໜຶ່ງປະສົບການທີ່ໜ້າປະທັບໃຈກັບລະບົບຄວາມປອດໄພຂອງລົດຟອດ ທີ່ສາມາດເອົາຢູ່ກັບທຸກສະຖານະການ ບໍ່ວ່າທ່ານຍິງ ແລະ ທ່ານຊາຍກໍ່ສາມາດຂັບຜ່ານອຸປະສັກໄດ້ດ້ວຍຄວາມປອດໄພ ເຖິງແມ່ນວ່າມິຕິຕົວຖັງຂອງລົດກະບະຟອດ ອາດຈະໃຫ່ຍກວ່າທຸກລຸ່ນໃນບ້ານເຮົາ ແຕ່ສາມາດຂັບຂີ່ໄດ້ແບບສະບາຍ ແລະ ຍັງເພີ່ມທັກສະການຂັບຂີ່ ແລະ ເຮັດໃຫ້ໝັ້ນໃຈເມື່ອເວລາອອກເດີນທາງຕົວຈິງ
ຈາກການທີ່ພວກເຮົາໃຫ້ການທົດລອງຂັບແລ້ວ ຍັງມີການນຳສະເໜີກ່ຽວກັບການບຳລຸງຮັກສາລົດ ດ້ວຍຕົວທ່ານເອງ ຈາກຜູ້ຊ່ຽວຊານດ້ານເຕັກນິກຈາກລາວຟອດ ຊີຕີ ເພື່ອໃຫ້ຮູ້ຄວາມຮູ້ທາງດ້ານການນຳໃຊ້ລົດຂອງທ່ານ ແລະ ຮູ້ຈັກນຳໃຊ້ ແລະ ຮູ້ທັນເມື່ອຕົກຢູ່ໃນສະຖານະການຈິງ. ໃຫ້ຄວາມຮູ້ການກວດເຊັກລົດກ່ອນອອກເດີນທາງໃນແຕ່ລະຄັ້ງ, ໄຟເຕືອນ ທີ່ທ່ານບໍ່ຄວນເບິ່ງຂ້າມ, ຮູ້ຈັກສັນຍານໄຟຕ່າງໆ, ທັງໝົດນີ້ກໍ່ເພື່ອໃຫ້ທຸກທ່ານສາມາດນຳໃຊ້ໃນຊີວິດປະຈຳວັນໄດ້.
ຂໍຂອບໃຈລູກຄ້າບັນດາທ່ານທົ່ວທຸກພາກ ທັງພາກເໜືອ ແລະ ພາກໃຕ້ ທີ່ໃຫ້ຄວາມສົນໃຈເປັນຢ່າງຫຼວງຫຼາຍໃນການທົດລອງຂັບ ແລະ ເຂົ້າຮ່ວມງານກັບພວກເຮົາ ເພື່ອເປັນການເພີ່ມຄວາມຕື່ນເຕັ້ນໃຫ້ບັນດາທ່ານ ພວກເຮົາຍັງໄດ້ຈັດກຽມຂອງລາງວັນໃຫ້ແກ່ລູກຄ້າທີ່ມາຮ່ວມງານຢ່າງຫຼວງຫຼາຍ ບໍ່ວ່າຈະເປັນເຄື່ອງໃຊ້ໄຟຟ້າ ແລະ ຂອງທິລະນຶກຈາກຟອດລວມມູນຄ່າຫຼາຍກວ່າ 150ລ້ານກີບ. ເພື່ອບໍ່ໃຫ້ພາດຂໍ້ມູນຂ່າວສານທ່ານສາມາດຕິດຕາມທາງເຟສບຸກແຟນເພສ Lao Ford City Vientiane ຕື່ມໄດ້ເພື່ອເຂົ້າຮ່ວມໃນກິດຈະກຳຕໍ່ໄປ.



























