ລາວຟອດຊີຕີ ຈັດພິທີນຳສະເໜີລົດເຄື່ອນຍ້າຍເງິນສົດ (Everest Cash In Transit) ແລະ ສົ່ງມອບໃຫ້ແກ່ທະນາຄານ Vietin Bank Limited ແລະ Sacombank Lao

ລາວຟອດຊີຕີ ຈັດພິທີນຳສະເໜີລົດເຄື່ອນຍ້າຍເງິນສົດ (Everest Cash In Transit) ແລະ ສົ່ງມອບໃຫ້ແກ່ທະນາຄານ Vietin Bank Limited ແລະ Sacombank Lao

ບໍລິສັລາວຟອດຊີຕີ ເປັນຕົວແທນຈຳໜ່າຍຜະລິດພັນລົດຟອດໜຶ່ງດຽວໃນລາວທີ່ບໍ່ພຽງແຕ່ໃຫ້ບໍລິການຜະລິດຕະພັນລົດຍົນທີ່ນຳໃຊ້ໃນຊີວິດປະຈຳວັນເທົ່ານັ້ນ ພວກເຮົາຍັງມີການບໍລິການດັດແປງ ແລະ ອອກແບບລົດຟອດລຸ່ນພິເສດທີ່ພ້ອມຈະຮັບໃຊ້ເຂົ້າໃນໜ້າທີ່ວຽກງານທີ່ແຕກຕ່າງກັນ ເຊິ່ງໃນວັນທີ່ 14 ສິງຫາທີ່ຜ່ານມາ ພວກເຮົາໄດ້ຈັດງານນຳສະເໜີຜະລິດຕະພັນໃໝ່ໃຫ້ແກ່ກຸ່ມລູກຄ້າທະນາຄານທີ່ມີຄວາມຕ້ອງການນຳໃຊ້ຍານພາຫະນະທີ່ມີຄວາມປອດໄພສູງເຂົ້າໃຊ້ໃນການເຄື່ອນຍ້າຍ ແລະ ຂົນສົ່ງເງິນຕາ ເຊິ່ງຜະລິດຕະພັນໃໝ່ນີ້ ແມ່ນໄດ້ຮັບການພັດທະນາ ແລະ ອອກແບບຈາກ RMA SV ຈາກນຳເອົາລົດລຸ່ນ Ford Everest Trend 2.0 ລິດ ເທີໂບຄູ່ ຂັບເຄື່ອນດ້ວຍລະບົບ 4×4 ມາດັດແປງໃຫ້ແທດເໜາະກັບການໃຊ້ງານ ດ້ວຍການເພີ່ມຕູ້ເຊບນິລະໄພໃຫ້ຄວາມປອດໄພສູງ ມາພ້ອມຄວາມສາມາດພິເສດໃນການປ້ອງກັນອັກຄີໄພ, ລະບົບລ໋ອກພາຍໃນ ແລະ ນາຍນອກ, ຕູ້ເຊບຂະໜາດໃຫ່ຍ ສາມາດບັນຈຸເງິນສົດໄດ້ຈຳນວນຫຼາຍ, ຖັງດັບເພີງ ແລະ ລະບົບສຽງເຕືອນນິລະໄພ.

ຂອບໃຈມາຍັງທະນາຄານ Vietin Bank Limited ແລະ Sacombank Lao ທີ່ເຊື້ອໝັ້ນໃນຄຸນນະພາບ ແລະ ລະບົບຄວາມປອດໄພຂອງລົດຟອດພວກເຮົາ ທີ່ຕອບໂຈດກັບທຸການໃຊ້ງານໃນອົງກອນຂອງທ່ານ ສຳລັບບັນດາລູກຄ້າທ່ານໃດ ຫຼື ອົງກອນໃດມີຄວາມຕ້ອງການລົດຂົນສົ່ງ ຫຼື ເຄື່ອນຢ້າຍເງິນສົດສາມາດຕິດຕໍ່ທີມງານເຮົາໄດ້ທີ່ເບີ 02078855551 ພວກເຮົາພ້ອມໃຫ້ຄຳປຶກສາທ່ານຕະຫຼອດເວລາ.​

ລົງທະບຽນເພື່ອຮັບສ່ວນຫຼຸດ