
ວຽງຈັນ – 13 ກໍລະກົດ 2022, LGBTQ
ແມ່ນຄຳຫຍໍ່ທີ່ໄດ້ມາຈາກຄຳວ່າ
ເລສບ້ຽນ, ເກ, ມີຫຼາຍເພດ ຫຼື ແປງເພດແລ້ວ
ຄຳພວກນີ້ແມ່ນຂໍ້ກຳນົດທີ່ໃຊ້ເພື່ອການອະທິບາຍທັດສະນະທາງເພດຂອງບຸກຄົນໃດຫຼືຕົວຕົນທາງເພດ
ກຸ່ມຄົນເຫຼົ່ານີ້ແມ່ນຢູ່ທົ່ວທຸກມູມໂລກ ແລະ ແນ່ນອນປະເທດລາວເຮົາກໍ່ເປັນໜຶ່ງໃນນັ້ນ.
ລາວຟອດຊີຕີແມ່ນຕົວແທນຜູ້ຈັດຈຳໜ່າຍລົດຟອດພຽງເຈົ້າດຽວໃນລາວທີ່ເຫັນເຖິງຄວາມສຳຄັນຂອງກຸ່ມຄົນທີມີຄວາມຫຼາກຫຼາຍທາງເພດຫລືເອີ່ນອີກຢ່າງໜຶ່ງວ່າ
LGBTQ
ດັ່ງນັ້ນລາວຟອດຊີຕີຈຶື່ງມີຄວາມຍິນດີທີ່ຈະສະໜັບສະໜູນທຸກໆການເຄື່ອນໄຫວ.
ແລະໃນເດືອນກໍລະກົດນີ້ ແມ່ນເດືອນແຫ່ງຄວາມຫຼາກຫຼາຍທາງເພດ ແລ້ວໃນວັນທີ່ 13
ກໍລະກົດທີ່ຜ່ານມາ ທາງລາວຟອດຊີຕີຂອງພວກເຮົາກໍ່ໄດ້ເປັນຜູ້ສະໜັບສະໜູນຫຼັກໃນງານ “Drag
Queen Competition” ທີ່ຈັດຂຶ້ນສຳລັບກຸ່ມຄົນທີ່ມີຄວາມຫຼາກຫຼາຍທາງເພດ.
ພາຍໃນງານພວກເຮົາຍັງໄດ້ມີຂອງລາງວັນຢ່າງຫຼວງຫຼາຍໃຫ້ແກ່ຜູ້ທີ່ເຂົ້າຮ່ວມການແຂ່ງຂັນ
ນອກຈາກນີ້ພາຍໃນງານພວກເຮົາຍັງໄດ້ມີການໂຊລົດເພື່ອໃຫ້ຜູ້ເຂົ້າຮ່ວມແຕ່ລະຄົນໄດ້ມາຖ່າຍຮູບກ່ອນເຂົ້າໄປໃນງານ.
ສຸດທ້າຍນີ້ ບໍລິສັດລາວຟອດຊີຕີຂອງພວກເຮົາແມ່ນມີຄວາມຫ່ວງໄຍທຸກໆການເຄື່ອນໄຫວຂອງສັງຄົມແລະພ້ອມທີ່ຈະໃຫ້ການສະໜັບສະໜູນທຸກຄົນ
ແລ້ວພົບກັນໃໝ່ໃນປີໜ້າ.









