
ໃນວັນທີ່ 1-4 ທັນວາທີ່ຜ່ານມາ ບໍລິສັດລາວຟອດຊີຕີຂອງພວກເຮົາໄດ້ໃຫ້ການ
ສະໜັບສະໜູນລົດຟອດໃຫ້ກັບທີມ “ເຮັດໄດ້” ເພື່ອເປັນພາຫະນະຂົນສົ່ງສຳພາລະໃນການເດີນທາງ ເຊິ່ງໃນທຸກໆປີພວກເຮົາຈະໃຫ້ການສະໜັບສະໜູນເລື່ອຍໆມາ. ທີມເຮັດໄດ້ ຄືກຸ່ມອາສາສະມັກທີ່ປັ່ນລົດຖີບໃນທາງອ໋ອບໂຣດ ເພື່ອລະດົມທຶນຊ່ວຍເຫຼືອໃຫ້ແກ່ພາກສ່ວນທີ່ຕ້ອງການຄວາມຊ່ວຍເຫຼືອ ເຊິ່ງໃນປີນີ້ທີມເຮັດໄດ້ ກໍ່ໄດ້ປັ່ນລົດຖີບເພື່ອລະດົມທຶນຊ່ວຍເຫຼືອມູນນິທິອະນຸລັກຮັກສາສັດປ່າ ເພື່ອການອະນຸລັກສັດປ່າໃຫ້ຍືນຍົງ ແລະ ທ້າຍນີ້ພວກເຮົາຍັງຈະສຶບຕໍ່ໃຫ້ຄວາມຊ່ວຍເຫຼືອສັງຄົມໃນທຸກໆປີ



