ລາວຟອດຊີຕີໃຫ້ການຊ່ວຍເຫຼືອລົດ Transit Ambulance ແລະ Ranger XLT AT ໃຫ້ໜ່ວຍງານພາກລັດ ແລະ ສະມາຄົມບັນເທົາທຸກ ໃນຊ່ວງການກັບມາຂອງພະຍາດໂຄວິດ 19 ນີ້ທາງບໍລິສັດລາວຟອດຊີຕີກໍໄດ້ມີການສະໜັບສະໜູນຍານພາຫະນະ Ford Ambulance ໃຫ້ແກ່ກະຊວງພາຍໃນ ພ້ອມເຄື່ອງບໍລິໂພກ ແລະ ນໍ້າດື່ມ, ນອກຈາກນັ້ນພວກເຮົາກໍໄດ້ສະໜັບສະໜູນລົດ Ford Ranger XLT AT ໃຫ້ແກ່ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງເພື່ອໄປຮັບໃຊ້ໃນແຂວງວຽງຈັນ,ບໍລິສັດລາວຟອດຊີຕີຂອງພວກເຮົາຊາບຊຶ້ງໃຈເປັນຢ່າງຍິ່ງທີ່ມີເຈົ້າໜ້າທີ່ປະຕິບັດວຽກງານ ເປັນດ່ານໜ້າທີ່ຊ່ວຍເຫຼືອປະຊາຊົນລາວຢ່າງທີ່ບໍ່ອິດເມື່ອຍ.