
ໃນວັນທີ 16 ກັນຍາ 2020 ລາວຟອດຊີຕີ ຈັດການປະຊຸມກັບສາຂາທົ່ວປະເທດ ໂດຍຈັດຂື້ນທີ່ ນະຄອນຫລວງ. ເຊິ່ງເປັນໂອກາດທີ່ດີໃນການແບ່ງປັນປະສົບການ, ການສະຫລຸບຜົນງານທີ່ຜ່ານມາ ແລະ ແຜນໃນອານາຄົດ. ບັນດາຜູ້ຈັດການ ແຕ່ລະສາຂາ, ການເງິນ,ຈັດຊື້, ຂົນສົ່ງ, ບຸກຂະລາກອນ ແລະ ຜູ້ທີ່ເຮັດຜົນງານໄດ້ດີ ເຂົ້າຮ່ວາມງານເພື່ອເຮັດໃຫ້ງານນີ້ປະສົບຜົນສຳເລັດ