ສິ້ນສຸດການລໍຄອຍກັບການເປີດຕົວຟອດ ບອງໂຄ້ ເຈົ້າຂອງສາຍາ Built Wild

ໃນວັນທີ່ 12 ກັນຍາທີ່ຜ່ານມາ ບໍລິສັດລາວຟອດຊີຕີສາຂາພະຂາວໄດ້ເປີດຕົວລົດລຸ່ນໃໝ່ທີ່ພ້ອມຈະພະຈົນໄພໃນແດນລາວລ້ານຊ້າງ ກັບຟອດບອງໂຄ ເຈົ້າຂອງສາຍາ Built Wild ອີກໜຶ່ງລົດສາຍອ໋ອບໂຣດສະມັດທະນະສູງທີ່ທົ່ວໂລກຕ່າງຕ້ອງການເປັນເຈົ້າ ເຊິ່ງລາວຟອດຊີຕີແມ່ນໜຶ່ງໃນຕົວແທນຜູ້ຈັດຈຳໜ່າຍລົດຍົນຟອດທີ່ໄດ້ຮັບໂຄຕ້າຈັດຈຳໜ່າຍລົດຟອດບອງໂຄ້ນີ້ຈຳນວນສາມລຸ່ນ ເຊິ່ງໃນງານເປີດຕົວທີ່ຜ່ານມາລາວຟອດຊີຕີໄດ້ເປີດເຜີຍໃຫ້ເຫັນເຖິງລົດຟອດ Bronco Raptor, Bronco Wildtrak and Bronco Badlands ໂສມປີ 2024 ກັບຂຸມພະລັງເຄື່ອງຈັກ 2.7ລິດ V6 ວາງໃນ Bronco Wildtrak and Bronco Badlands ສາມາດຮີດແຮງມ້າໄດ້ສູງເຖິງ 330 ແຮງມ້າ 563 ແຮງບິດ ແລະ ເຄື່ອງຈັກ 3.0ລິດ ວາງໃນລຸ່ນ Bronco Raptor ໃຫ້ແຮວ້ມາສູງສຸດ 416 ແຮງມ້າ ພ້ອມແຮງບິດທີ່ 597 Nm ກັບຊ່ວງລ່າງ HOSS 4.0 ໂຊກອັບໄຟຟ້າ Racing Fox Shock Five Link ສຸດຍອດລະບົບຊ່ວງລ່າງທີ່ໃຊ້ໃນລາຍການແຂ່ງງຂັນ Bajah ແລະ Rally ກັບຫົນທາງສຸດໂຫດ ນີ້ກໍ່ຖືໄດ້ວ່າ Ford Bronco ເປັນລົດ SUV High Performance ທີ່ໃຫ້ຄວາມສະດວກສະບາຍທັງໃນທາງອ໋ອບໂຣດ ແລະ ອອນໂຣດ ດ້ວຍຄວາມຫຼາກຫຼາຍລະບົບການຂັບເຄື່ອນ ແລະ ໂໝດຂັບຂີ່.

Ford Bronco ບໍ່ພຽງແຕ່ເປັນ High Performance ແຕ່ຍັງມາພ້ອມລະບົບເທັກໂນໂລຊີທີ່ທັນສະໄໝອີກດ້ວຍເຊັ່ນ: ລະບົບເປີດ/ປິດໄຟສູງ/ຕ່ຳອັດຕະໂນມັດ, ລະບົບແຈ້ງເຕືອນການຕຳໜ້າ/ຫຼັງພ້ອມເບຣກອັດຕະໂນມັດ, ລະບົບເຕືອນມູມອັບສາຍຕາ, ລະບົບຄວບຄຸມຄວາມໄວແປຜັນຜັນ, ລະບົບຫັກລ້ຽວອັດຕະໂນມັດ, ລະບົບແລ່ນໃນເລ່ນ, ກ້ອງຮອບຄັນ 360 ອົງສາ

Ford Bronco ເປັນລົດລຸ່ນທີ່ນິຍົມໃນກຸ່ມລູກຄ້າທີ່ມັກໃນການພະຈົນໄພແບບປີນໄປ່ ຫຼື ພະຈົນໄພໃນປ່າເລີກ ເຊິ່ງຕັ້ງແຕ່ປີ 1966 ທີ່ໄດ້ກຳເນີດຂຶ້ນ ກຸ່ມລູກຄ້າທົວໂລກກໍ່ໃຫ້ຄວາມສົນໃຈເປັນຢ່າງຍິ່ງ ໃນຄວາມສາມາດ ແລະ ຄວາມສວຍງາມທີ່ເປັນເອກກະລັກຂອງຟອດ.

ເທິງຢ່າງໃດກໍ່ຕາມສິ່ງເຫຼົ່ານີ້ມັນເກີດຂຶ້ນແລ້ວໃນປະເທດລາວ ກັບການເປີດຕົວລົດຟອດ High Performance ທີ່ຈະມາໃຫ້ສັງຄົມລາວໄດ້ຈັບຕ້ອງກັບສຸດຍອດລົດທີ່ໄຮ້ຄູ່ແຂງລຸ່ນນີ້ ເຊິ່ງໃນງານດັງເປີດຕົວໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍບັນດາທ່ານຈາກສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທ່ານ ດາວວອນ ພະຈັນທະວົງ ພ້ອມດ້ວຍຂະນະ ແລະ ຂະນະຜູ້ບໍລິຫານກຸ່ມຍານຍົນຂອງບໍລິສັດ RMA Laos ທ່ານ ບີຈູ່ ນານຍາລະນານ, ທ່ານ ໂລເບີດໂຕ ດາຊີວວາ ແລະ ທ່ານ ເດວິດ ເຈບເຟ ຂຶ້ນກ່າວຄຳປາໄສໃນຄັ້ງນີ້.

ເຖິງຢ່າງໃດກໍ່ຕາມເພື່ອໃຫ້ຄວາມສຳຄັນໃນການເປີດຕົວໃນຄັ້ງນີ້ລາວຟອດຊີຕີ ຍັງໄດ້ສົ່ງມອບລົດ ທີ່ບັນດາລູກຄ້າໄດ້ຈອງໄວ້ກ່ອນໜ້ານີ້ແລ້ວ ຈຳນວນ 8 ຄັນ. ຂໍຂອບໃຈທີ່ໄວ້ວາງໃຈໃນການບໍລິການ ແລະ ຍິນດີຕ້ອນຮັບສູ່ຄອບຄົວຄົນຮັກລົດຟອດຢ່າງເປັນທາງການ. ຂໍສະແດງຄວາມຂອບໃຈມາຍັງບັນດາແຂກຜູ້ມີກ່ຽດທຸກທ່ານທີ່ເສຍສະຫຼະເວລາອັນມີຄ່າຂອງທ່ານເພື່ອມາຮ່ວມເປັນສັກຂີພິຍານໃນການເປີດຕົວລົດຟອດໃນຄັ້ງນີ້

ລົງທະບຽນເພື່ອຮັບສ່ວນຫຼຸດ