ເຣນເຈີ ແຣັບເຕີ
Bi-Turbo
Ecoboost V6 Engine
Ford ໄດ້ພັດທະນາເທັກເຕັກໂນໂລຊີລະບົບຂັບເຄື່ອນກ້າວໄປອີກຂັ້ນ. ມາພ້ອມກັບລະບົບເຄື່ອງຈັກໃໜ່ 2.0L ເທີໂບຄູ່ ທີ່ອອກແບບໃຫ້ເຂົ້າກັບກະປຸກເກຍໃໝ່ 10 ສະປີດ, ເກຍອັດຕະໂນມັດທີ່ມີເຕັກໂນໂລຊີແບບໃໝ່ລ່າສຸດທີ່ສົ່ງພະລັງເຕັມຮູບແບບ, ມີແຮງບິດທີ່ສູງຂຶ້ນ, ອັດຕາເລັ່ງທີ່ສູງຂຶ້້ນ ແລະ ການປ່ຽນເກຍທີ່ໄວກວ່າເກົ່າ
ລະບົບຂັບເຄຶ່ອນແບບໃໝ່ທີ່ມາພ້ອມໂໝດຂັບຂີ່ເຖິງ 6 ໂໝດ, ສາມາດຂັບຂີ່ຕາມເສັ້ນທາງທຸກແບບໂດຍການເລືອກ ໂໝດການຂັບຂີ່ແບບງ່າຍ, ໂໝດ Baja ທີ່ໄດ້ຊື່ມາຈາກການແຂ່ງຂັນທະເລຊາຍ ແລະ ສາມາດຂັບຂີ່ທາງທີ່ມີຄວາມໜື່ນດ້ວຍຄວາມໄວ.
ມາພ້ອມຢາງ 33 ນິ້ວ, ໃນລຸ້ນ BF Goodrich All – Terrain ລາຍຢາງອອກມາໃນແບບພິເສດທີ່ເຮັດໃຫ້ອາຍຸງານຂອງຢາງລົດຍາວຂຶ້ນ ແລະຂອບຢາງທີ່ແຂງແກ່ນ ກວ່າ 20 % ເມືອທຽບໃສ່ຢາງມາດຕະຖານ.
Water Wading
ຖະໜົນທີ່ມີຄວາມລຳບາກບໍ່ມີບັນຫາສຳລັບ Ranger Raptor ອອກແບບມາໃຫ້ຫ່າງຈາກພື້ນ 283ມິນລີແມັດ ເພື່ອຫຼີກລ່ຽງສິ່ງກີດຂວາງໄດ້ແບບສະບາຍ, ສາມາດລຸຍນ້ຳໄດ້ເຖິງ 800ມິນລີແມັດເຮັດໃຫ້ສາມາດຂ້າມນ້ຳໄດ້ແບບສະບາຍ ແລະ ໂຕຖັງລົດມີຄວາມສູງສາມາດເຮັດໃຫ້ຜູ້ຂັບຂີ່ີ່ເຫັນເສັ້ນທາງໄດ້ແບບສະດວກສະບາຍ ແລະ ງ່າຍຂຶ້ນ.
ການປັບປ່ຽນເກຍຢູ່ພວງມະໄລເປັນແບບແມ໋ກຊ້ຽມຄຸ່ກັບພວງມະໄລທີ່ເປັນໜັງຫຸ້ມເຮັດໃຫ້ສາມາດປ່ຽນເກຍໄດ້ໄວໂດຍທີ່ບໍ່ຕ້ອງປ່ອຍພວງມະໄລ.
Ranger Raptor ມີລະບົບກັນມື່ນອອກແບບມາເພື່ອໃຫ້ການຊົງໂຕທີ່ດີຢ້ຽມໃນເສັ້ນທາງທີ່ຍາກລຳບາກບໍ່ວ່າເຮົາຈະບັນຈຸວັດສະດຸທີ່ມີນ້ຳໜັກຫຼາຍກໍ່ຕາມ
ພວກເຮົາໄດ້ພັດທະນາໂຕຖັງລົດ Ranger ໂດຍໃຊ້ໂລຫະທີ່ແຂງແກ່ນ ແລະ ໂລອັນລອຍທີ່ເຮັດໃຫ້ໂຕຖັງລົດແຂງແກ່ນຂຶ້ນ, ເຫຼັກແຕະພື້ນແມ່ນມີຄວາມໜາ 2 ເທົ່າເມື່ອທຽບໃສ່ລົດ Ranger, ມາພ້ອມໂລຫະທີ່ແຂງແກ່ນຄວາມໜ້າ 2.3ມິນລີແມັດ, ເພື່ອຮອງຮັບການກະແທກຈາກສະພາບການຂັບຂີ່ທີ່ຍາກລຳບາກ, ຕົວຖັງລົດແມ່ນມີຄວາມແຂງແກ່ນພຽງພໍກັບການກະແທກຈາກການກະໂດດຂອງໂຕລົດ ແລະ ຫົນທາງທີ່ບໍ່ມີີຄວາມລາບພຽງ