ເອເວີເຣສທ໌
ໄຟຕາໜ້າຊົງ C-Claim ທີ່ໄດ້ໄດ້ຮັບການອອກແບບ DNA ຈາກຟອດ ເຊິ່ງເຮັດໃຫ້ຮູ້ທັນທີທີ່ເຫັນ ດ້ວຍໄຟຕາຊົງ C-Claim ເຊື່ອມດ້ວຍກະຈັງໜ້າຈາກຊ້າຍ ຫາ ຂວາ ສະແດງໃຫ້ເຫັນເຖິງຄວາມດຸດັນ ມາພ້ອມໄຟໜ້າແບບ Matrix LED ໃຫ້ຄວາມສະຫວ່າງຫຼາຍຂຶ້ນ ສະພາບແວດລ້ອມອ້ອມຂ້າງກວ້າງຂຶ້ນ
ໄຟທ້າຍ LED ຕິດຕັ້ງມາແບບເປັນລວງຍາວ ພ້ອມດ້ວຍຕົວໜັງສືຄຳວ່າ Everest ຂະໜາດໃຫ່ຍ 50 ມມ ເຮັດບືກເບິ່ງແລ້ວບືກບືນຂຶ້ນ
ມາພ້ອມລະບົບເປີດ/ປິດຝາທ້າຍແບບຜ່ອນແຮງ ດ້ວຍລະບົບໄຟຟ້າ ແລະ ລະບົບຄີກເຊັນເຊີ ເມື່ອເວລາທີ່ທ່ານຕ້ອງການເປີດປະຕູທ້າຍ ແຕ່ວ່າມື້ຂອງທ່ານບໍ່ວ່າງ ທ່ານກໍ່ສາມາດໃຊ້ຂາຂອງທ່ານສອດເຂົ້າໄປທີ່ກ້ອງເຊັນ
ມາພ້ອມ 7 ບ່ອນນັ່ງ, ສາມາດໃຫ້ຄວາມກວ້າງຂວ້າງສຳລັບຄອບຄົວ ຫຼື ຄົນທີ່ຮ່ວມເດີນທາງໄປກັບທ່ານ ເຊິ່ງໃຫ້ຄວາມສະດວກສະບາຍ ພ້ອມກັບຖົງລົມນິລະໄພ 7 ຈຸດ ຄວບຄຸມແຕ່ໜ້າລົດ ເຖິງ ທ້າຍລົດ
ມີຄວາມຫຼູຫຼາ, ກ້ວາງຂວ່າງ ແລະ ສີສັນສວຍງາມດ້ວຍຜິວສຳຜັດທີ່ນຸ້ມນວນແບບໃໝ່, ຕົບແຕ່ງພາຍໃນທີ່ບົ່ງບອກເຖິງຄວາມເປັນ ເອເວີເຣດທ໌ ດ້ວຍລາຍໄມ້ ພ້ອມຫຸ້ມດ້ວຍໜັງສັງເຄາະລາຍພຣາລີນທີ່ເບົາກວ່າເຊິ່ງຈະໃຫ້ມາກັບ Trend, Sport ແລະ Titanium ເຊິ່ງໃຫ້ຄວາມຮູ້ສຶກຫຼູຫຼາຍິ່ງຂຶ້ນ
ບ່ອນນັ່ງທີ່ຍຶດຍຸ່ນຂອງ ເອເວີເຣດທ໌ ເນັກເຈນ ຊ່ວຍໃຫ້ເບາະນັ່ງແຖວທີ່ສາມແຍກເປັນ 50/50 ເປັນ 7 ບ່ອນນັ່ງ ເຊິ່ງສາມາດພັບໃດ້ພຽງແຕ່ກົດປຸ່ມໃນລຸ່ນ Titanium, ທີ່ສຳຄັນບ່ອນນັ່ງແຖວທີ່ສາມຍັງໃດ້ຮັບການອອກແບບມາໃຫ້ພັບໃຫ້ພຽງກັບພື້ນເພື່ອໃຫ້ບັນທຸກເຄື່ອງທີ່ມີຄວາມຍາວໃດ້ສະດວກຂຶ້ນ