ໃນວັນທີ່ 17 ທີ່ຜ່ານມາກຸ່ມບໍລິສັດ RMA Lao ໄດ້ຈັດພິທີເປີດສາຂາບໍລິການໃໝ່ປະຈຳແຂວງຄຳມ່ວນ ພ້ອມການຕັດລິບບິນໃນການເປີດສາຂາຈຳໜ່າຍລົດຍົນໃນເຄື່ອທີ່ເມືອງທ່າແຂກ ແຂວງຄຳມ່ວນຢ່າງເປັນທາງການ ເຊິ່ງກຸ່ມບໍລິິສັດ RMA Lao ເປັນໜຶ່ງກຸ່ມບໍລິສັດທີ່ຈັດຈຳໜ່າຍລົດຍົນທີ່ໃຫຍ່ທີ່ສຸດໃນລາວ ໂດຍເລີ່ມໃຫ້ບໍລິການໃນປະເທດລາວຕັ້ງແຕ່ປີ 1994 ຫຼື 30 ທີ່ຜ່ານມາ ເຊິ່ງບໍລິການທາງດ້ານລົດຍົນ, ອາຫານ, ລົດເຊົ່າ, ສິນເຊື່ອ ແລະ ຮັບເໝົາກໍ່ສ້າງເຊິ່ງຜະລິດຕະພັນລົດຍົນໃນເຄືອຈະມີທັງລົດຫຼູ, ລົດໃຊ້ໃນຄອບຄົວ, ລົດໃຊໃນທຸລະກິດ ແລະ ໃຊ້ໃນອຸດສາຫະກຳເຊັ່ນ: ຜະລິດຕະພັນລົດຍົນຟອດ, ແລນໂລເວີ, ມາຮີນດຣາ, ຄາຍຍີ, ຈອນເດຍ, JCB ແລະ TCM. ນອກນນີ້ຍັງມີສູນບໍລິການສ້ອມແປງທົ່ວໄປສຳລັບລົດທຸກລຸ່ນທຸກຍີຫໍ້ຈາກ Quick Lane ທີ່ມີອຸປະກອນເຄື່ອງມືທີ່ທັນສະໄໝໄວ້ບໍລິການໃຫ້ທຸກທ່ານ ເຊິ່ງກຸ່ມຜະລິດຕະພັນເຫຼົ່ານີ້ສາມາດຕອບໂຈດກັບທຸກຄວາມຕ້ອງການຂອງບັນດາລູກຄ້າຊາວແຂວງຄຳມ່ວນເປັນຢ່າງດີ. ງານຕັດລິບບິນໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມ ແລະ ຂຶ້ນກ່າວໂດຍທ່ານ ແກ້ວອຸດອນ ບູດສິງຂອນ ຮອງເຈົົ້າແຂວງ ແຂວງຄຳມ່ວນ ພ້ອມດ້ວຍຂະໜະ ທີ່ຫັນເທິງຄວາມສຳຄັນທີ່ຈະສ້າງການເຕີບໂຕ ແລະ ເສີມຂະຫຍາຍໃຫ້ແກ່ຫົວໜ່ວຍທຸລະກີດຂອງແຂວງໃຫ້ເຂັ້ມແຂງຂຶ້ນຕື່ມ. ແລະ ທ່ານ ບີຈູ່ ນາລາຍະນານ …