
ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2022 ທີ່ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວ ການແຂ່ງຂັນບານເຕະ ຊິງຂັນ ສຕລ-ລາວຟອດ 2022 (LFF – Lao Ford Cup 2022) ຂຶ້ນ. ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໄຊຊະນະ ທອງຄຳຈັນ ຫົວຫນ້າອະນຸກຳມະການຕະຫລາດ ແລະ ສື່ມວນຊົນ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ເລເຂາທິການສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເວນ ແມັກອິນທ໊ອສ (Wayne McIntosh, Managing Director – Automotive, Sales) ຜູ້ບໍລິຫານຈັດການທົ່ວໄປ ບໍລິສັດ Lao Ford City ກໍ່ໄດ້ເຂົ້າມາຮ່ວມ. ນອກຈາກນັ້ນຍັງມີບັນດາແຂກ, ສື່ມວນຊົນ ແລະ ຕາງໜ້າຈາກສະໂມສອນ ກິລາບານເຕະ ກໍໄດ້ເຂົ້າມາຮ່ວມ.
ຈຸດປະສົງຂອງພິທີຖະແຫຼງຂ່າວແມ່ນເພື່ອແນະນໍາຜູ້ໃຫ້ການສະໜັບສະໜູນຫຼັກໃນການແຂ່ງຂັນບານເຕະຊິງຂັນ ສຕລ-ລາວຟອດ 2022 (LFF – Lao Ford Cup 2022) ແລະ ຈັບສະຫຼາກເພື່ອຊອກຫາຄູ່ການແຂ່ງຂັນ.
ເປັນກຽດຂຶ້ນກ່າວເປີດພິທີຖະແຫຼງຂ່າວໂດຍແມ່ນທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ຈາກນັ້ນທ່ານ ເວນ ແມັກອິນທ໊ອສ (Wayne McIntosh, Managing Director – Automotive, Sales) ຜູ້ບໍລິຫານຈັດການທົ່ວໄປ ບໍລິສັດ Lao Ford City ກໍ່ໄດ້ຂຶ້ນກ່າວຈຸດປະສົງຂອງການສະໜັບສະໜູນການແຂ່ງຂັນ.
ໃນພິທີຖະແຫຼງຂ່າວຍັງໄດ້ມີການເຊັນສັນຍາຮ່ວມມືກັນລະຫວ່າງ ສະຫະພັນບານເຕະແຫ່ງຊາດລາວ ແລະ ບໍລິສັດ Lao Ford ເຊິ່ງໃນປີນີ້ ບໍລິສັດ Lao Ford City ຈະເປັນຜູ້ໃຫ້ການສະໜັບສະໜູນຫຼັກການແຂ່ງຂັນບານເຕະ ຊິງຂັນ ສຕລ-ລາວຟອດ 2022 (LFF –Lao Ford Cup 2022) ເປັນມູນຄ່າຈໍານວນ 35,000 ໂດລາ.








