THE NEW FORD TERRITORY 2026 ໄດ້ເປີດໂຕ ຢ່າງເປັນທາງການແລ້ວ. THE NEW FORD TERRITORY 2026 ໄດ້ເປີດໂຕ ຢ່າງເປັນທາງການແລ້ວ. ຂໍຂອບໃຈລູກຄ້າທຸກທ່ານ ທີ່ມາຮ່ວມງານເປີດໂຕສຸດຍິ່ງໃຫຍ່ ໃນວັນທີ 25 ພະຈິກ 2025 ທີ່ຜ່ານມາ ໃນຄັ້ງນີ້! Ford Territory ບໍ່ໄດ້ເປັນພຽງລົດ SUV ແຕ່ຄື່ການປະກາດຕົວຕົນແບບໝັ້ນໃຈ ທັງການອອກແບບທີ່ລ້ຳສະໄໝ ແລະ ຄວາມອະເນກປະສົງ ທີ່ຕອບໂຈດການໃຊ້ຊີວິດປະຈຳວັນ ໄດ້ຢ່າງຄົບຖ້ວນ. ດ້ວຍຮູບລັກທີ່ໂດດເດັ່ນ ແລະ ຟີເຈີອັດສະຣິຍະ ເຮັດໃຫ້ The New Ford Territory 2026 ສະມາດປະສົມປະສານ ຄວາມສວຍງາມ ແລະ ປະໂຫຍດການໃຊ້ສອຍ ໄດ້ຢ່າງລົງໂຕ ເໝາະກັບສະໄຕຍ໌ ຄົນລຸ້ນໃໝ່ສຸດໆ ບໍ່ວ່າຈະເປັນ ການຂັບຂີ່ໃນຕົວເມືອງ ຫຼື ອອກເດີນທາງຊິວໆ ນອກເມືອງ Ford Territory ກໍພ້ອມມອບປະສົບການ ການຂັບຂີ່ທີ່ທັງໝັ້ນໃຈ ແລະ ສະດວກສະບາຍ ພໍດີກັບທຸກຈັງຫວະຊີວິດ. ດ້ວຍລະບົບເຊື່ອມຕໍ່ອັດສະຣິຍະ ຫ້ອງໂດຍສານສຸດໂມເດີນ ແລະ ດີໄຊນ໌ສະດຸດຕາ The New Ford Territory 2026 ຄືຈຸດທີ່ ນະວັດຕະກຳ ມາພົບກັບ Lifestyle ຢ່າງແທ້ຈິງ. ພ້ອມກັນນັ້ນ ຍັງໄດ້ມອບສົ່ງລົດທັງ 2 ຄັນທີ່ງານ ໃຫ້ແກ່ລູກຄ້າ ທີ່ເພິນໄດ້ຈອງກັບທາງພວກເຮົາໄວ້. ຂໍອວຍພອນໄຊໃຫ້ທ່ານ ມີແຕ່ຄວາມສຸກ ແລະ ຄວາມສົມຫວັງຕາມສິ່ງທີ່ໄດ້ປາຖະໜາທຸກສິ່ງຢ່າງ. ພວກເຮົາກຽມພ້ອມ ແລະ ຍິນດີທີ່ຈະໃຫ້ບໍລິການທ່ານ.