ການຊ່ວຍເຫຼືອສຸກເສີນ ແນ່ນອນວ່າລົດຟອດທຸກຄັນຖືກສ້າງມາເພື່ອໃຫ້ໃຊ້ໄດ້ຈົນເຖິງອາຍຸການໃຊ້ງານ. ແຕ່ເຖີງຢ່າງນັ້ນຍັງມີຄວາມສ່ຽງຈາກປັດໃຈພາຍນອກ ແລະ ເຫດການທີ່ບໍ່ຄາດຄິດ, ແລະພວກເຮົາກໍ່ໄດ້ຄຳນຶງເຖິງສິ່ງນັ້ນ. ພວກເຮົາໄດ້ພັດທະນາບໍລິການຊ່ວຍເຫຼືອສຸກເສີນບົນທ້ອງຖະໜົນເພື່ອໃຫ້ຜູ້ໃຊ້ລົດຟອດທຸກຄົນອຸ່ນໃຈຫລາຍຂື້ນເວລາຢູ່ທ້ອງຖະໜົນບໍ່ວ່າທ່ານຈະຢູ່ທີ່ໃດໃນລາວ.ບໍລິການສຸກເສີນຕະຫລອດ 24 ຊົ່ວໂມງຂອງພວກເຮົາ ສາມາດຊ່ວຍທ່ານໄດ້ໃນກໍລະນີສຸກເສີນ ເຊັ່ນການສະຕາດລົດບໍ່ໄດ້ ຫຼື ເກີດຂໍ້ຜິດຜາດທີ່ຕ້ອງໄດ້ລາກລົດຈາກກໍລະນີນຳ້ມັນເບີດ, ກະແຈເສຍ ແລະ ບັນຫາອື່ນໆ. ທ່ານສາມາດໂທຫາພວກເຮົາໄດ້. ໜ້າວຽກຂອງການບໍລິການ ການໃຫ້ຄຳປຶກສາຈາກນ່າຍຊ່າງສຳລັບການເກີດອຸປະຕິເຫດ ຫຼື ລົດເພ.ການຮ້ອງຂໍບໍລິການຊ່ວຍເຫຼືອສຸກເສີນແບບບໍ່ຈຳກັດຄັ້ງ ຕໍ່ປີ.ການຮ້ອງຂໍບໍລິການລາກລົດແບບບໍ່ຈຳກັດຄັ້ງຕໍ່ປີ.ການລາກຈູງໄປສູນບໍລິການທີ່ໃກ້ທີ່ສຸດໂດຍບໍ່ຄິດໄລ່ໄລຍະທາງ ຫລື ລາກໄປສະຖານທີ່ອື່ນ ໂດຍ 15 ກມ ທຳອິດຈະບໍ່ມີຄ່າໃຊ້ຈ່າຍ. ແຕ່ຫລັງຈາກນັ້ນ ຈະມີຄ່າທຳນຽມ 10,000 ກີບ/ກມ ລູກຄ້າຕ້ອງໄດ້ຮັບຜິດຊອບ.ສຳລັບການລາກແກ່ໄລຍະໄກ. (50 ກມ ຂື້ນໄປ) ໃນກໍລະນີນີ້ ຝ່າຍ ຄອລເຊັນເຕີຈະຄິດໄລອັດທີ່ຄົ່ງທີ່ທີ່ລາຄາຖືກທີ່ສຸດໃຫ້ທ່ານ. ໂດຍໄດ້ຮັບຄວາມຍິນຍອມຈາກທ່ານ.”ລົດທີ່ລະບົບລ໋ອກຜິດພາດ”: ຫາກກຸນແຈສຳຮອງລັດສະໝີ 20ກມ. ການຊ່ວຍເຫຼືອສຸກເສີນ ຈະຈັດການໄປເອົາກຸນແຈສຳຮອງ ແລະ ໄປຫາຕຳແໜ່ງລົດທີ່ທ່ານຢູ່. ຫາກໄລຍະເກີນ 20ກມ. ແມ່ນຈະມີຄ່າໃຊ້ຈ່າຍ 10,000ກີບ/ກມ. ໃນກໍລະນີຈຳເປັນ ອາດຈະໄດ້ມີການບໍລິການຊ່ຽນກຸນແຈໃຫ້ທ່ານ. ແຕ່ຄ່າບໍລິການດັ່ງກ່າວຈະເປັນຄວາມຮັບຜິດຊອບຂອງລູກຄ້າ.ໃນກໍລະນີນ້ຳມັນເບີດ, ແມ່ນພວກເຮົາຈະບໍຄິດໄລ່ຄ່າບໍລິການນຳ້ມັນ 5ລິດທີ່ອິດ ເພື່ອໃຫ້ທ່ານໄປເຖິງປ້ຳນ້ຳມັນທີ່ໃກ້ທີ່ສຸດ. ໂດຍບໍລິການນີ້ຟຣີນີ້ຈະສາມາດໃຊ້ໄດ້ປີລະຄັ້ງເທົ່ານັ້ນ ໃນຄັ້ງຕໍ່ໆໄປແມ່ນຈະໄດ້ຄິດໄລ່ຄ່າບໍລິການຕາມໂຕຈິງ. ການປ່ຽນລົດສຳຮອງໃຫ້ໃຊ້, ຖ້າຈຳເປັນ, ໃນກໍລະນີທີ່ລົດລູກຄ້າຈຳເປັນຕ້ອງໄດ້ລາກ. ທີມຄອລເຊັນເຕີ້ຈະຕິດຕໍ່ບໍລິສັດເຊົ່າລົດທີ່ໄວ້ໃຈໄດ້ ທັງໃນເລື່ອງລາຄາ ແລະ ຄ່າໃຊ້ຈ່າຍອື່ນໆ ໂດຍຄວາມຮັບຜິດຊອບຈະເປັນຂອງລູກຄ້າ. *ການຊ່ວຍເຫຼືອສຸກເສີນຟຣີ ສິດທິພິເສດ ສຳລັບບໍລິການຊ່ວຍເຫລືອສຸກເສີນຟຣີ ສຳລັບລູກຄ້າຟອດ 3ປີທຳອິດ ຫຼື 60,000 ກມ ຈາກມື້ຊື້.*ມີຂໍ້ກຳນົດ ແລະ ເງື່ອນໄຂ Lao Ford City Vientiane Mon-Sat 8AM-5PM Souphanouvong Avenue, Khunta Village, Sikhottabong District, Vientiane Capital 021-241-108, 021-244-408 Google Map Lao Ford City Savannakhet Mon-Sat 8AM-5PM Kaisone Phomvihan Road KM7, Oudomvilay Village, Kaisone Phomvihan District, Savannakhet Province 030-2003-002 Google Map Lao Ford City Luang Prabang Mon-Sat 8AM-5PM 13 North Road, Viengmai Village, Luang Prabang District, Luang Prabang Province 071-213-233 Google Map Lao Ford City Pakse Mon-Sat 8AM-5PM 13 South Road, Khane Kheung Village, Pakse District, Champasack Province 031-253-162 Google Map Lao Quick Lane Mon-Sat 8AM-5PM, Sun 9AM-4PM Dongpaina Road, Saphanthong Neua Village, Sisattanak District, Vientiane Province 021-263-999 Google Map LAO FORD CITY Dealer and service center