ງານເປີດໂຕລົດ Next-Gen ທີ່ສາຂາປາກເຊ

ປາກເຊ ລາວ, ວັນທີ່ 6 ມັງກອນ 2023 ທີ່ຜ່ານມາ ລາວຟອດຊີຕີສາຂາປາກເຊ, ໄດ້ມີການຈັດງານເປີດຕົວລົດຟອດລຸ່ນໃໝ່ທັງໝົດ 3 ລຸ່ນ ເຊິ່ງຈະມີລຸ່ນ Next-Gen Ranger Raptor, Next-Gen Ranger Wildtrak ແລະ Next-Gen Everest Titanium ພາຍໃນງານຍັງໄດ້ຮັບກຽດຂຶ້ນກ່າວຈາກທ່ານ ບົວລີ ເພັດສົງຄາມ ຄະນະປະຈຳພັກແຂວງ-ເລຂາພັກນະຄອນ-ເຈົ້າຄອງນະຄອນປາກເຊ ແລະ ທ່ານ ແດນນ໋ຽວ ມາເຊໂດ່ ຜູ້ຈັດການກຸ່ມຍານຍົນສາຂາ ປາກເຊ. ໃນການເປີດຕົວລົດຟອດລຸ່ນໃໝ່ໃນຄັ້ງນີ້ເຊິ່ງເປັນການເປີດຕົວທີ່ໃຫ່ຍທີ່ສຸດທີ່ເຄີຍມີມາ ແຕ່ເຖິ່ງຈະເປັນສາຂາກໍ່ຕາມທາງລາວຟອດຊີຕີເຮົາກໍ່ໃຫ້ຄວາມສຳຄັນເປັນຢ່າງຍີ່ງ ແລະ ພະຍາຍາມບໍລິການລູກຄ້າໃຫ້ດີທີ່ສຸດ







