
ລະບົບຄວບຄຸມສະຖຽນລະພາບການຊົງໂຕ (ESC)
ເພາະເຮົາໃສໃຈການເລື່ອງຄວາມປອດໄພຂະນະຂັບຂີ່ ດ້ວຍຈຳນວນລົດທີ່ເພີ່ມຂື້ນ ອາດເຮັດໃຫ້ເກີດສະຖານະການບໍ່ຄາດຄິດຈົນທ່ານຕ້ອງຫັກຫລົບເພື່ອຫລີກລ້ຽງອຸບັດຕິເຫດຫຼາຍຂື້ນໄປ ດ້ວຍລະບົບຄວບຄຸມສະຖຽນລະພາບການຊົງໂຕ ESC ຖືກອອກແບບມາເພື່ອປ້ອງກັນລົດມື່ນອອກຂ້າງທາງຂະນະຫັກພວງມະໄລຫລົບຢ່າງກະທັນຫັນ.
Stay on track
- ລະບົບຄວບຄຸມສະຖຽນລະພາບການຊົງໂຕ ESC ຈະຄອຍຈັບພາບການເຄື່ອນໄຫວຂອງລົດຈາກອົງສາຂອງພວງມະໄລ ເພື່ອຈົດຈຳລັກສະນະຂອງການໝູນພວງມະໄລອັດຕາການເລັ່ງ ເພື່ອນຳມາໃຊ້ກັບການເບຣກໂດຍອັດຕະໂນມັດຕໍ່ການໝູນພວງມະໄລ ຫາກລະບົບຈັບໄດ້ເຖິງແຮງທີ່ຫຼາຍຂື້ນ ຫຼື ນ້ອຍຈົນເກີນໄປໃນການຫັກພວງມະໄລ.
- ລະບົບຄວບຄຸມສະຖຽນລະພາບການຊົງໂຕ ESC ແມ່ນລະບົບທີ່ຮວບຮວມເທກໂນໂລຊີ້ເພື່ອຄວາມປອດໄພໄວ້ດ້ວຍກັນ ໂດຍຂື້ນຢູ່ກັບລົດແຕ່ລະລຸ້ນ.


ລະບົບປ້ອງກັນລໍ້ໝູນຟຣີ ແລະ ການຄວບຄຸມການມື່ນ (traction Control) ແລະ ລະບົບປ້ອງກັນລໍ້ລອກ (ABS)
- ລະບົບປັບແຮງບິດຂອງເຄື່ອງຍົນສູ່ລໍ້ເພື່ອຄວບຄຸມສະຖຽນລະພາບຂອງລົດ ແລະ ຄວບຄຸມການມື່ນໃນທຸກອັດຕາຄວາມໄວ ລະບົບແຮງດັນເບຣກຈະຖືກນຳມາໃຊ້ໃນສະຖານະການທີ່ຈຳເປັນອີກດ້ວຍ.
- ລະບົບປ້ອງກັນລໍ້ລອ໊ກ (ABS) ປ້ອງກັນລໍ້ລອ໊ກເມື່ອທ່ານຕ້ອງເບຣກກະທັນຫັນ.
- ລະບົບປ້ອງກັນລໍ້ລ໊ອກ (ABS) ຈະຢ້ຳເບຣກໂດຍອັດຕະໂນມັດຫລາຍຄັ້ງຕໍ່ວິນາທີ ເມື່ອເຊັ່ນເຊີ້ຈັບໄດ້ເຖິງລໍ້ທີ່ລ໊ອກ ເພື່ອລົດແຮງດັນຂອງເບຣກ.
ລະບົບປ້ອງກັນລໍ້ໝູນຟຣີ ແລະ ການຄວບຄຸມການມື່ນ (traction Control) ແລະ ລະບົບປ້ອງກັນລໍ້ລອກ (ABS)
- ລະບົບຈະກະຈາຍແຮງເບຣກໂດຍອັດຕະໂນມັດ ລະຫວ່າງລໍ້ໜ້າ ແລະ ລໍ້ຫລັງ ກ່ອນທີ່ລະບົບປ້ອງກັນລໍ້ລ໊ອກ ABS ຈະເລີ່ມຕົ້ນເຮັດວຽກຫາກລໍ້ຫລັງລ໊ອກ.
- ລະບົບຍັງຊ່ວຍກະຈ່າຍແຮງເບຣກທີເໝາະສົມ ຟດຍປັບແຮງເບຣກຕາມນ້ຳໜັກທີ່ັບັນທຸກ ບໍ່ວ່າຈະເປັນ ຜູ້ໂດຍສານທີ່ເພີ່ມຂື້ນ ຫລື ຂອງທີ່ບັນທຸກໜັກ ຫລື ທັງສອງຢ່າງ.


ລະບົບຊ່ວຍເບຣກ
- ລະບົບຈະກວດຈັບຂະນະທີ່ທ່ານຢຽບເບຣກກະທັນຫັນ ແຕ່ຍັງບໍ່ແຮງພໍທີ່ຈະເຮັດໃຫ້ລົດຢຸດ.
- ຈາກນັ້ນລະບົບຈະເພີ່ມແຮງດັນເທົ່າທີ່ຕ້ອງການ ເພື່ອເບຣກ ແລະ ລົດ ຄວາມໄວຂອງລົດ ແລະ ຊ່ວຍລົດໄລຍະທາງໃນການເບຣກ.
- ທັນທີທີ່ທ່ານປ່ອຍແປ້ນເບຣກ ລະບົບເບຣກແບບປົກກະຕິຈະກັບມາເຮັດໜ້າທີ່ຕາມປົກກະຕິ.
ລະບົບຊ່ວຍເບຣກ
- ອຸປະກອນຊ່ວຍການຂັບຂີ່່ອື່ນໆ ເຊັ່ນ Adaptive Cruise Control ແລະ ລະບົບຄວບຄຸມແຮງບິດຂະໜະເຂົ້າໂຄ້ງ (Torque Vectoring Control) ກໍ່ໃຊ້ຄວາມສາມາດ ແລະ ປະໂຫຍດສູງສຸດຈາກລະບົບຄວບຄຸມສະຖຽນລະພາບການຊົງໂຕ ESC.
