
ໃນວັນທີ່ 6 ກັນຍາທີ່ຜ່ານມາ ບໍລິສັດລາວຟອດຊີຕີ ຊຶ່ງເປັນຕົວແທນຜູ້ຈັດຈຳໜ່າຍຜະລິດຕະພັນລົດຟອດຢ່າງເປັນທາງການໃນປະເທດລາວ ໄດ້ເພີ່ມຂະຫຍາຍການບໍລິການເພື່ອໃຫ້ໃກ້ຊິດ ແລະ ຕອບສະໜອງຄວາມຕ້ອງການຂອງກຸ່ມລູກຄ້າໄດ້ຢ່າງພຽງພໍໍ ຈຶ່ງໄດ້ກໍ່ຕັ້ງເສີມຂະຫຍາຍສາຂາໃຫ້ບໍລິການບັນດາລູກຄ້າເຂດເມືອງໄຊທານີ, ເມືອງໄຊເສດຖາ ແລະ ເຂດອື່ນໆ
ໃນພິທີການອັນສຳຄັນດັ່ງກ່າວແມ່ນໄດ້ກຽດຂຶ້ນກ່າວເປີດພິທີ ແລະ ປັນສັກຂີພິຍານໂດຍທ່ານ ທະນົງສິນ ກັນລະຍາ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ຄຣິສຕຽນ ວິດແມນ ຮອງປະທານກຸ່ມບໍລິສັດ RMA, ທ່ານ ບີຈູ່ ນາລາຍານານ ຜູ້ອຳນວຍການບໍລິຫານກຸ່ມບໍລິສັດລົົດຍົນ RMA Laos ແລະ ທ່ານ ວິລາພັນ ບຣາລີ ຜູ້ຈັດການຝ່າຍການຕະຫຼາດ ແລະ ພັດທະນາສາຍສຳພັນ
ບໍລິສັດ ລາວຟອດຊີຕີ ຂອງພວກເຮົາແມ່ນ ແມ່ນໜຶ່ງບໍລິສັດຈັດຈຳໜ່າຍລົດຍົນຊັ້ນນຳຂອງໂລກທີ່ມີຄຸນນະພາບ ແລະ ສະມັດທະນະທີ່ເໜືອຊັ້ນ ພາຍໃຕ້ຄວາມສຳເລັດນີ້ ແມ່ນໄດ້ມາຈາກຊີ້ນຳ ແລະ ບໍລິຫານໂດຍບໍລິສັດລະດັບສາກົນ ນັ້ນກໍ່ຄືບໍລິສັດRMA ຕັ້ງແຕ່ປີ 1994 ເປັນຕົ້ນມາ RMA ໄດ້ເລີ່ມເຂົ້າມາສູ່ປະເທດລາວ ແລະ ກາຍເປັນຜູ້ນຳໃນຂະແໜງການຕ່າງໆບໍ່ວ່າຈະເປັນລົດຍົນ, ການກະສິກຳ ແລະ ພື້ນຖານໂຄງລ່າງ. ບໍລິສັດລາວຟອດຊີຕີເລີ່ມສ້າງຕັ້ງຂຶ້ນໃນ ປີ2004 ພວກເຮົາໄດ້ເລີ່ມນໍາເຂົ້າຜະລິດຕະພັນລົດຟອດຢ່າງເປັນທາງການ. ເພື່ອໃຫ້ບໍລິການລູກຄ້າຢ່າງທົ່ວເຖິງພວກເຮົາຈຶ່ງຂະຫຍາຍສາຂາ ເພື່ອໃຫ້ຕອບສະໜອງກັບຄວາມຕ້ອງການຂອງລູກຄ້າການຕັດສິນໃຈເປີດຫ້ອງຂາຍສາຂາພະຂາວໃນຄັ້ງນີ້ບໍ່ພຽງແຕ່ເປັນສູນກາງການຂາຍເທົ່ານັ້ນ ແຕ່ຍັງເປັນການເປີດປະຕູເພື່ອໃຫ້ການບໍລິການເຂດເມືອງໄຊທານີ ແລະ ອື່ນໆເຊິ່ງໝັ້ນໃຈໄດ້ວ່າລູກຄ້າຂອງພວກເຮົາທຸກຄົນສາມາດເຂົ້າເຖິງການບໍລິການຂອງພວກເຮົາຢ່າງທົ່ວເຖິງ.
ທີ່ RMA, ການບໍລິການລູກຄ້າໃຫ້ດີທີ່ສຸດຄືໝາກຫົວໃຈທຸກຢ່າງທີ່ພວກເຮົາປະຕິບັດໃນປັດຈຸບັນ. ພວກເຮົາເຂົ້າໃຈວ່າລູກຄ້າຂອງພວກເຮົາຄືຄວາມສຳຄັນອັນດັບໜຶ່ງຂອງການເຮັດວຽກໃນທຸກໆມື້ ແລະ ພວກເຮົາພະຍາຍາມໃຫ້ບໍລິການທີ່ດີເລີດເກີນຄວາມຄາດໝາຍໃນທຸກໆຄັ້ງ. ເນື່ອງຈາກການທີ່ພວກເຮົາເປີດຫ້ອງຂາຍໃນມື້ນີ້, ພວກເຮົາບໍ່ພຽງແຕ່ວາງສະແດງລົດຍົນຂອງພວກເຮົາເທົ່ານັ້ນ, ແຕ່ຍັງເປັນການເປີດປະຕູສູ່ສິ່ງທ້າທາຍ ແລະ ຄວາມເປັນໄປໄດ້ໃໝ່ໆສຳລັບລູກຄ້າຂອງພວກເຮົາ. ທີມງານຂອງພວກເຮົາພ້ອມທີ່ຈະໃຫ້ຄຳແນະນຳທ່ານ ເພື່ອໃຫ້ແນ່ໃຈວ່າບັນດາທ່ານຈະໄດ້ຍານພະຫະນະທີ່ສົມບູນແບບ ແລະ ຕອບສະໜອງຄວາມຕ້ອງການຂອງທ່ານບໍ່ວ່າຈະເປັນການຮັບໃຊ້ວຽກປະຈຳວັນ, ການປະຈົນໄພ ຫຼື ການເດີນທາງໃນແຕ່ລະມື້.

















