
ລາວຟອດຊີຕີ ພ້ອມທີ່ຈະເປີດປະສົບການ ໃຫ້ທ່ານໄດ້ສຳຜັດເຖິງຄວາມສະດວກສະບາຍໃນການບຳລຸງຮັກສາຍານພາຫະນະຂອງທ່ານແບບເຖິງທີ່ ດ້ວຍການເພີ່ມບໍລິການສ້ອມແປງແບບເຄື່ອນທີ່ ທີ່ທ່ານສາມາດເອີ່ນຫາລາວຟອດຊີຕີໄດ້ຕະຫຼອດ 24 ຊົ່ວໂມງ
ໃນວັນທີ່ 27 ກຸມພາ ຕົວແທນຜູ້ຈັດຈຳໜ່າຍລົດຟອດ ບໍລິສັດ ລາວຟອດຊີຕີ ໄດ້ເສີມທັບຍົກລະດັບການບໍລິການໃຫ້ລູກຄ້າຕະຫຼາດລາວ ດ້ວຍການເປີດຕົວລົດ Next-Gen Ford Mobile Service ພ້ອມທີ່ຈະມາເສີມທັບໃຫ້ກັບລາວຟອດຊີຕີທຸກສາຂາທົ່ວປະເທດລາວ ຜ່ານການນນຳສະເໜີຂອງທ່ານ ສົມບູນ ລົດສ້ອມແປງບໍລິການເຄື່ອນທີ່ລຸ່ນນີ້ ໄດ້ໃຊ້gໄດ້ໃຊ້ເຄື່ອງຈັກ 2.0ລິດ ເທີໂບ ມາພ້ອມລະບົບຂັບເຄື່ອນ 4×4, ອຸປະກອນການໃຊ້ງານແບບຄົບຄັນສຳລັບໄວ້ລົງສະໜາມແບບເຕັມຕົວ ເພື່ອຕອບໂຈດກັບພາລະກິດສຸກເສີມຕ່າງໆ
ທາງດ້ານຫຼັງຈະມາພ້ອມກັບຫ້ອງເກັບເຄື່ອງ ແລະ ຫ້ອງປະຕິບັດການຕົວຈິງ ເຊັ່ນ: ພຶ້ນທີ່ຈັດເກັບເຄື່ອງມືຊ່າງ, ປ້ຳລົມ, ທໍ່ລົມ ແລະ ໝໍ້ໄຟເສີມ, ປັກຈ່າຍໄຟ 220V, ຊັ້ນວາງເຄື່ອງ, ປ້ຳລົມແມ່ແຮງ, ຖັງເກັບນ້ຳ ແລະ ແຜງໂຊລ້າເຊວ ທັງໝົດນີ້ກໍ່ເພື່ອການກຽມພ້ອມບໍລິການສຸກເສີນໃຫ້ແກ່ລຸກຄ້າທີ່ເກີດເຫດຈຳເປັນລະຫວ່າງການເດີນທາງ
ສຳລັບລົດບໍລິການສ້ອມແປງເຄື່ອນທີ່ຂອງພວກເຮົາແມ່ນຈະໃຫ້ບໍລິການລູກຄ້າແບບ onsite service ເຊິ່ງເຮົາສາມາດໃຫ້ບໍລິການລູກຄ້າພາຍໃນນະຄອນຫຼວງວຽງຈັນ ໃນກໍລະນີທີ່ລູກຄ້າບໍ່ສາມາດນຳລົດເຂົ້າມາທີ່ສູນບໍລິການຂອງພວກເຮົາ ຫຼື ທ່ານໃດທີ່ບໍ່ສະດວກນຳລົດເຂົ້າມາກວດເຊັກ ຫຼື ປ່ຽນຖ່າຍນຳມັນເຄື່ອງ ທາງເຮົາກໍມີບໍລິການເຖິງທີ່ຮອດໜ້າບ້ານລູກຄ້າເລີຍ
ລົດບໍລິການສ້ອມແປງແບບເຄື່ອນທີ່ຂອງພວກເຮົາບໍ່ພຽງແຕ່ເຮົາໃຫ້ບໍລິການສຳລັບລູກຄ້າເຮົາເທົ່ານັ້ນ ພວກເຮົາພ້ອມຈະຈັດຈຳໜ່າຍໃຫ້ກັບທາງບໍລສັດທີ່ເຮັດວຽກພາກສະໜາມເຊັ່ນ: ບໍລິສັດຂຸດຄົ້ນບໍ່ແຮ່, ບໍລິສັດຮັບເໝົາກໍ່ສ້າງ, ໂຄງການເກັບກູ້ລະເບີດ, ເຂື່ອນໄຟຟ້າ, ຮ້ານສ້ອມແປງທີ່ຢາກຈະຂະຫຍາຍບໍລິການໃໝ່ ແລະ ກົນຈັກໜັກຕ່າງໆ ທັງນີ້ເພື່ອມອບສິດທິພິເສດໃຫ້ແກ່ບໍລິສັດເຫຼົ່ານີ້ ພວກເຮົາຍັງຈະມອບບັດນ້ຳມັນໃຫ້ຟຣີ 10,000,000 ກີບ ສຳລັບລູກຄ້າທີ່ອອກລົດນຳພວກເຮົາແຕ່ມື້ນີ້ ເຖິງ 31 ມີນານີ້ເທົ່ານັ້ນ







