ງານເປີດໂຕລົດຕູ້ Ford Transit 4×4 ວຽງຈັນ ລາວ, ວັນທີ່ 7 ມີນາ, 2022 ລາວຟອດ ຊີຕີ ທີ່ງານ Vientiane Motor Show ໄດ້ມີການເປິດຕົວລົດ Ford Transit 4×4 Conversion ເຊິີ່ງການເປີດຕົວຄັ້ງດັ່ງກ່າວແມ່ນເປັນກຽດນຳສະເໜີໂດຍທ່ານ ເວນ ແມັກອີນທ໋ອດ ຜູ້ອຳນວຍການທົ່ວໄປຂອງ ບໍລິສັດ ລາວຟອດຊີຕີ ແລະ ທ່ານ ວິໄລສັກ ບໍລິບູນ ຫົວໜ້າຝ່າຍຂາຍຍົກ ຂອງ ບໍລິສັດ ລາວຟອດຊີຕີ. ພວກເຮົາຢາກນຳສະເໜີໃຫ້ຮູ້ວ່າ ລົດ Ford Transit 4×4 conversion ແມ່ນລົດດັດແປງລຸ່ນພິເສດທີ່ພັດທະນາຈາກທາງທີມ RMA SV ໄທແລນ ທີ່ໃຫ້ມາພ້ອມກັບອ໋ອບຊັນເສີມ ດັ່ງລາຍລະອຽດດ້ານລຸ່ມນີ້:ພາດທາມ 4X4 ພ້ອມ ດິບລ໋ອກ.ລະບົບຊ່ວງລ່າງສຳລັບອ໋ອບໂຣດ ພ້ອມການພັດທະນາ ໂຊກອັບໃໝ່ absorbers, ສະປີງ, ເພົາຂັບ, ເພົາ ແລະ ລະບົບຊ່ວງລ່າງ.ຄວາມສູງຈາກພື້ນ 24cm ເໝາະສຳລັບສາຍອ໋ອບໂຣດ.ສາມາດລຸຍນ້ຳໄດ້ 80cm.ມາພ້ອມຢາງ All Terrain ທີ່ສາມາດຂັບໄດ້ທັງໃນເມືອງ ແລະ ອ໋ອບໂຣດຢາງສຳຮອງທີ່ປະຕູຫຼັງ ງ່າຍຕໍ່ການໃນງານເມື່ອຈຕ້ອງການໃຊ້ງານ ຕິດຕັ້ງບັນໄດໄວ້ທີ່ປະຕູຫຼັງ ງ່າຍຕໍ່ການໃຊ້ງານ ໃນກໍລະນີທີ່ຕິດຕັ້ງແລັກຫຼັງຄາ ຫຼື ໃສ່ເຄື່ອງໄວ້ເທິງຫຼັງຄາ.