ລາວຟອດຊີຕີ ມອບທຶນການຊ່ວຍເຫຼືອໃນໂຄງການ “ວຽງຈັນສີຂຽວ” ໃນວັນທີ່ 9 ກັນຍາ ທີ່ຜ່ານມາ ລາວຟອດ ຊີຕີ ວຽງຈັນໄດ້ຈັດພິທີມອບທືນຊ່ວຍເຫຼື່ອໃຫ້ແກ່ອົງການ ວຽງຈັນສີຂຽວ ໃນຈຳນວນເງີນ $5,000 ເຊິ່ງໃນແຕ່ລະປີທີ່ຜ່ານມານັ້ນ ທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ໄດ້ໃຫ້ການຊ່ວຍເຫຼື່ອຍູ້ມາໂດຍຕະຫຼອດ ຍ້ອນວ່າພວກເຮົາເອົາໃຈໃສ່ ໃນການຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ລົນນະລົງທຸກຄົນຮ່ວມກັນຮັກສາພາວາໂລກຮ້ອນໄປດ້ວຍກັນ ໃນປີທີ່ຜ່ານມາບໍລິສັດຟອດມໍເຕີຄອມປານີ ແລະ ບໍລິສັດລາວຟອດຊີຕີໄດ້ເລີ່ີມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 – 2019 ນີ້ເຊິ່ງປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງເຊິ່ງໄດ້ມອບທຶນ 20,000ໂດລາປີ 2013 ໄດ້ມອບທຶນສ້າງໂຮງຮຽນບ້ານຊໍ້ ຈຳນວນ 20,000 ໂດລາປີ 2014 ໄດ້ມອບທຶນໃຫ້ແກ່ອົງການ LIRE ເພື່ອຝຶກອົບຮົບໜ່ວຍກູ້ໄພ້ 1623 ມູນຄ່າ 20,00 ໂດລາປີ 2015 ໄດ້ມອບທຶນການສຶກສາ ໃຫ້ແກ່ໂຮງຮຽນ LANITH ມູນຄ່າ 20,000 ໂດລາປີ 2016 ໄດ້ມອບທຶນສະໜູນໃຫ້ແກ່ອົງການ ສຸພານິມິດ ສາກົນປະຈຳລາວ ມູນຄ່າ 25,000 ໂດລາປີ 2017 ໄດ້ມອບທຶນໃຫ້ແກ່ອົງການ ກົງຟຣູອ່ອງເພື່ອ ອານຸລັກປົກປັກຮັກສາສິ່ງແວດລ້ອມໃນລາວມູນຄ່າ 25,000 ໂດລາປີ 2018 ໄດ້ມອບທຶນໃຫ້ແກ່ອົງການເພື່ອສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກມູນຄ່າ 25,000ໂດລາປີ 2019 ໄດ້ມອບທຶນໃຫ້ແກ່ອົງການອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ ຈໍານວນ 20,000ໂດລາ ແລະ ອົງການ ວຽງຈັນສີຂຽວ ຈໍານວນ 5,000 ໂດລາ, ລວມມູນຄ່າ 25,000 ໂດລາ ຟອດມໍເຕີ ຄອມປານີ ແລະ ບໍລິສັດ ລາວຟອດຊີຕີ ກໍໄດ້ສືບຕໍ່ມອບທຶນການຊ່ວຍເຫຼືອປີ 2021 ນີ້ ບໍລິສັດກໍໄດ້ເລືອກອົງການ ວຽງຈັນສີຂຽວ ຈຳນວນ 5,000 ໂດລາ. ເຊິ່ງຈະໝູນໃຊ້ເງິນທຶນໃນການສະໜອງໃນການພັດທະນາເຂດຊຸມຊົນໃນມີຄວາມສະອາດ ແລະ ກວດກາເກັບກູ້ລະເບີດທີ່ບໍ່ທັນແຕກໃນແຂວງຫົວພັນ ປະເທດລາວ.ແຕ່ເຖິງຢ່າງໃດກໍ່ດີ ໃນຊ່ວງທີ່ມີການລະບາດຂອງເຊື້ຶອພະຍາດໂຄວິດນີ້ ທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາຍັງໄດ້ແບ່ງງົບປະມານຈຳນວກໜື່ງເພື່ອຊ່ວຍເຫຼື່ອຊຸກຍູ້ອ້າຍນ້ອງທະຫານ, ຕຳຫຼວດ ແລະ ແພດໝໍທີ່ເປັນແນວໜ້າຕໍ່ສູ້ກັບພະຍາດເພື່ອປະຊາຊົນທຸກຄົນ ໃນການຊ່ວຍເຫຼື່ອດັ່ງກ່າວພວກເຮົາໄດ້ມອບເຄື່ອງບໍລິໂພກ ອຸປະໂພກ ເຊັ່ນ: ອາຫານ, ເຄື່ອງດື່ມ ແລະ ລວມໄປເຖິງພາຫະນະໃຫ້ນຳໃຊ້ເຂົ້າໃນການຮັບມືກັບພະຍາດໂຄວິດທີ່ກຳລັງລະບາດໃນຕອນນີ້ ແລະ ພວກເຮົາຍັງຈະສຶບຕໍ່ປະຕິບັດ ແລະ ເຫຼື່ອຊຸກຍູ້ໃຫ້ກັບທາງໜ່ວຍງານທີ່ ເປັນແນວໜ້າຂອງເຮົາ.