
ລາວຟອດຊີຕີ ເຮັດວຽກຢ່າງມີປະສິດຕິພາບດ້ວຍທີມງານທີ່ມີຄຸນນະພາບ, ມອບສິນຄ້າທີມີຄຸນນະພາບສູງ ແລະ ການໃຫ້ບໍລິການລູກຄ້າທີ່ເປັນເລີດ, ທີມຂາຍອົງກອນຂອງ ລາວຟອດຊີຕີຈະວ່າງແຜນ ແລະ ໃຫ້ຄຳແນະນຳແກ່ລູກຄ້າຕາມຄວາມຕ້ອງການຂອງລູກຄ້າ, ລາຄາທີ່ເໝາະສົມ ແລະ ຕອບສະໜອງຕໍ່ໂຄງການຂອງລູກຄ້າໄດ້ດີ, ໂດຍບໍ່ເສຍເວລາ ຫຼື ມີຄ່າໃຊ້ຈ່າຍເພີ່ມ. ນອກຈາກນີ້ ການເລືອກລົດ ແລະ ການບໍລິການໄລຍະຍາວ ແມ່ນມາພ້ອມກັບການຮັກສາສິງແວດລ້ອມ ແລະຄວາມປອດໄພ. ເຊິ່ງເປັນປັດໃຈສຳຄັນໃນການບຳລຸງຮັກສາລົດຂອງອົງກອນ.
ລົດໃຊ້ໃນການຄ້າ
ການດັດແປງ, ເປີດ-ປິດເຊິ່ງມີຄວາມຢືດຢຸ່ນເຊິ່ງໃຊ້ໃຫ້ສາມາດກຳນົດສວນທີ່ເຫລືອສຳລັບຄວາມຕ້ອງການຂອງທຸລະກິດ.
ຕາມຈຸດປະສົງ
- ລົດຫຸ້ມເກາະ
- ລົດສຳລັບທະຫານ.
- ລົດຕິດຕູ້ແຊ່
- ລົດຂົນເງິນ
- ລົດສຳລັບອຸສາຫະກຳ ແລະ ເໝືອງ
- ລົດຊ່ວຍເຫລືອ ແລະ ສຸກເສີນ

ໂປຣແກຣມຢືດໄລຍະເວລາການຮັບປະກັນ ແລະ ບໍລິການ
ຂໍ້ສະເໜີສຸດພິເສດກັບແຜນການຮັບປະກັນ ແລະ ການບໍລິການເພື່ອຫລີກລ້ຽງລາຍການສ້ອມແປງທີ່ມີຄ່າໃຊ້ຈ່າຍສູງ.

ກ່ຽວກັບພະແນກຂາຍອົງກອນຂອງຟອດ
ສູນລູກຄ້າອົງກອນເປັນໜ່ວຍງານທີ່ອຸທິດຕົນໃນການໃຫ້ບໍລິການໃນລະດັບສູງແກ່ລູກຄ້າທຸກຄົນ, ບໍ່ວ່າທຸລະກິດຂອງທ່ານຈະເປັນອົງກອນ ຫຼື ພາກລັດ, ຟອດໃນຖານະຜູ້ນຳໃນໂລກດ້ານອຸດສາຫະກຳລົດຍົນ ເຮັດໃຫ້ເຮົາສາມາດໃຊ້ປະໂຫຍດສູງສຸດຈາກປະສົບການ, ເທັກໂນໂລຊີ ແລະ ຊັບພະຍາກອນເພື່ອຕອບສະໜອງຕໍ່ຄວາມຕ້ອງການທັງໝົດຂອງທຸກຄົນ.

ເລືອກທາງອັນຊານສະຫລາດ
ຟອດມີຜະລິດຕະພັນທີ່ມີຄວາມແຂງແກ່ນທີ່ສຸດມານຳສະເໜີ, ດ້ວຍລົດທີ່ເໝາະກັບທຸກທຸລະກິດ – ອີງຕາມປະເພດອຸດສາຫະກຳ, ບໍ່ມີຜູ້ຜະລິດລົດລາຍໃດຈະສາມາດນຳສົງຜະລິດຕະພັນຕາມຄວາມຕ້ອງການຂອງທ່ານໄດ້ທໍພວກເຮົາ.

- ຄວາມປວດໄພ: ຟອດໄດ້ຮັບລາງວັນຄວາມປອດໄພລະດັບ 5ດາວ ຫລ້າສຸດຈາກອົງການ ANCAP
- ຄວາມອັດສະລິຍະ: ບັດຄອລລິ້ງຂອງລົດຟອດເປັນເທັກໂນໂລຊີ້ທີ່ອັດສະລິຍະທີ່ສຸດ, ນັບຈາກການເຊື່ອມຕໍ່ບລູທູດ Bluetooth® ໄປຈົນເຖິງການຂັບຂີ່ວິບາກ ແລະ ການລາກແກ່.
- ຄວາມແຂງແກ່ນ: ລາງວັນຊະນະເລີດຈາກຈັກອີໂຄບູດໃນການລົດມົນລະພິດໂດຍທີ່ບໍ່ມີການສູນເສຍປະສິດທິພາບໄປແມ້ແຕ່ນ້ອຍ.
- ຄຸນນະພາບ: ພວກເຮົາສັນຍາວ່າຈະຊ່ວຍທ່ານໃຫ້ໄດ້ຮັບປະໂຫຍດສູງສຸດຈາກທີມງານຂອງພວກເຮົາ. ດ້ວຍຕົ້ນທືນທີ່ຕ່ຳ ແລະ ໄດ້ຮັບການຄຸ້ມຄອງສູງສຸດ.

ພົບກັບສິ່ງທີ່ທ່ານຕ້ອງການໃນພາກພື້ນ
ການທຳຄວາມຮູ້ຈັກກັບຄວາມຕ້ອງການລົດຂອງທ່ານເປັນສິ່ງສຳຄັນເພື່ອທີ່ຈະແນ່ໃຈວ່າເຮົາໄດ້ຈັດຫາສິ່ງທີ່ທຸລະກິດຂອງທ່ານຕ້ອງການ, ສູນຟອດຂອງພວກເຮົາ ມີກະຈາຍທົ່ວປະເທດ, ນັ້ນໝາຍຄວາມວ່າພວກເຮົາສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງທ່ານໄດ້ຢ່າງໄວ, ພ້ອມທັງຮັບປະກັນການມອບສົ່ງລົດຂອງທ່ານດ້ວຍຄວາມລາບລື້ນ ແລະ ປາດສະຈາກປັນຫາໃດໆ.
ພົບກັບສິ່ງທີ່ທ່ານຕ້ອງການໃນພາກພື້ນໃນທົ່ວໂລກ.
ສູນບໍລິການຟອດເຮັດວຽກໃກ້ຊິກັບ ບໍລິສັດຟອດມໍເຕີເພື່ອແກ້ໄຂປັນຫາລູກຄ້າອົງກອນຟອດມໍເຕີຄອມພານີ, ໂດຍຈະຊ່ວຍໃຫ້ພວກເຮົາສາມາດຈັດຫາລົດທີ່ເໝາະສົມສຳລັບຄວາມຕ້ອງການຂອງຜູ້ຊົມໃຊ້.
ທີມລູກຄ້າອົງກອນຂອງຟອດຖືກສ້າງຂື້ນຈາກທຸກບໍລິສັດທົ່ວໂລກຂອງຟອດມໍເຕີຄອມພານີ ແລະ ມີຄວາມຊຳນານໃນການຈັດການຄວາມຕ້ອງການຈາກລູກຄ້າທີ່ມີຢູ່ຫລາຍປະເທດ.

ເໜືອສິ່ງອື່ນໃດກຸ່ມຜະລິດຕະພັນຂອງຟອດມີຄວາມຫລາກຫລາຍບໍ່ຄືໃຜ, ບໍ່ພຽງແຕ່ການສົ່ງມອບລົດຕາມຄວາມຕ້ອງການ ແຕ່ຍັງມີພື້ນທີ່ໃນການເລືອກໃຫ້ການເລືອກໃຊ້ອີກນຳ.