
ພວງມາໄລຜ່ອນແຮງໄຟຟ້າ (EPAS)
ນັກວິຈານສ່ວນໃຫຍ່ຕ່າງຢືນຢັນໃນສະມັດຖະນະການຂັບຂີ່ທີ່ດີເລີດຂອງນະວັດຕະກຳ ຟອດ ໜຶ່ງໃນນັ້ນແມ່ນສຳພັດທີ່ໜ້າປະທັບໃຈເມື່ອຄວບຄຸມພວງມະໄລ. ພວງມະໄລຜ່ອນແຮງໄຟຟ້າຖືກອອກແບບມາເພື່ອການຕອບສະໜອງທີ່ສັບໄວ ໃຫ້ທ່ານຄວບຄຸມລົດໄດ້ຢ່າງງ່າຍດາຍ ແລະ ມີເວລາໄປໃສ່ໃຈການຈະລະຈອນບົນທ້ອງຖະໜົນໄດ້ຢ່າງເຕັມທີ່.
Smart Steering Power
- ພວງມະໄລຜ່ອນແຮງໄຟຟ້າໃຊ້ລະບົບມໍເຕີ້ໄຟຟ້ແທນທີລະບົບປ້ຳໄຮໂດລິກ ທຸກການໝູນຂອງພວງມະໄລຈະຖືກບັນທຶກໄວ້ ລະບົບທຳງານໂດຍບໍ່ເພິ່ງເຄື່ອງຍົນ ແມ້ໃນຊ່ວງເວລາທີ່ລົດດັບລະບົບຍັງສາມາດເຮັດວຽກໄດ້.
- ຊ່ວຍເພີ່ມຂີດຄວາມສາມາດໃນການປະຢັດນ້ຳມັນຂື້ນ 5% ດ້ວຍການປັບ້ນ້ຳໜັກຂອງພວງມະໄລສະເພາະຊ່ວງຄວາມໄວ ສະພາບຖະໜົນ ຫຼື ສະພາບອາກາດທີ່ຈຳເປັນເທົ່ານັ້ນ.


ການເຮັດວຽກ
- ພວງມະໄລຜ່ອນແຮງໄຟຟ້າ ຊ່ວຍຜ່ອນນ້ຳໜັກພວງມະໄລໃຫ້ທ່ານ ພ້ອມຕອບສະນອງຂະນະຂັບຂີ່ໃນເມື່ອງ ຫຼື ນຳລົດເຂົ້າຈອດ.
- ພວງມະໄລຜ່ອນແຮງໄຟຟ້ ລົດການຜ່ອນນ້ຳໜັກເຮັດໃຫ້ການໝູນພວງມະໄລເຮັດໄດ້ຍາກຂື້ນ ເພື່ອໃຫ້ງ່າຍຕໍ່ການຄວບຄຸມລົດຂະໜະຂັບຂີ່ດ້ວຍຄວາມໄວສູງບົນທ້ອງຖະໜົນ.
- ການປັບນ້ຳໜັກຂອງພວງມະໄລທີ່ນຸ່ມນວນ ໃຫ້ຜູ້ຂັບຂີ່ສຳຜັດເຖິງປະສົບການການຄວບຄຸມລົດທີ່ລາບລື້ນ.