
ວ້າວ!!! ແຕກແລ້ວ…ລາງວັນໃຫ່ຍລົດຕູ້ ຟອດ ທຣານຊິດ 🎉🎉🎉
ລາວຟອດຊີຕີ ຂໍຂອບໃຈລູກຄ້າທຸກຄົນທີ່ໄວ້ວາງໃຈ ແລະ ເຊື່ອໝັ້ນໃນລົດຟອດຂອງພວກເຮົາ ດັ່ງນັ້ນ, ເພື່ອຄືນກຳໄລໃຫ້ລູກຄ້າແບບຄູນ X2 ຟອດໄດ້ແຈກໂຊກໃຫ່ຍສອງຊັ້ນ ມູນຄ່າຫຼາຍກວ່າ 500 ລ້ານກີບ ໃນຄືນວັນທີ່ 28 ຕຸລາ 2021 ທີ່ສູນລາວຟອດຊີຕີ ນະຄອນຫຼວງວຽງຈັນໄດ້ຈັດພິທີຈັບສະຫຼາກເພື່ອລຸ້ນຫາຜູ້ໂຊກດີທີ່ຈະໄດ້ຮັບລາງວັນໃຫ່ຍ ເຊິ່ງເຮົາໄດ້ແຍກເປັນ ໂຊກຊັ້ນທີ່ 1 ລົດຟອດ ທຣານຊິດ ແຮັບປີ່ບັດ ເຊິ່ງມີລາຍຊື່ລູກຄ້າທັ້ງໝົດທີ່ອອກລົດຟອດຈຳນວນ 459 ຄົນ ແລະ ໂຊກຊັ້ນທີ່ 2 ແມ່ນ ລົດຈັກ 2 ຄັນ, ຕູ້ເຢັນ, ຈັກສັກຜ້າ ແລະ ເຄື່ອງໃຊ້ໄຟຟ້າ ລວມມູນຄ່າຫຼາຍກວ່າ 100 ລ້ານກີບ ເຊິ່ງມີລາຍຊື່ລູກຄ້າທັ້ງໝົດທີ່ເຂົ້າມາໃຊ້ບໍລິການຫຼັງການຂາຍຂອງພວກຈຳນວນ 1200 ຄົນ. ແລະສຸດທ້າຍເຮົາກໍ່ໄດ້ຜູ້ໂຊກດີທີ່ໄດ້ຮັບ ລົດຕູ້ ຟອດທຣານຊິດ ແຮັບປີ່ບັດ ຂອງເຮົາເປັບທີ່ຮຽບຮ້ອຍແລ້ວ ເຊິ່ງເປັນລູກຄ້າຈາກທາງສາຂາ ສະຫວັນນະເຂດ. ແລະສຳລັບທ່ານໃດທີ່ຕ້ອງການລຸ້ນໂຊກແບບນີ້ອີກ ທ່ານສາມາດຕິດຕາມໂປຣໂມຊັ່ນຈາກທາງລາວຟອດຊີຕີໄວ້ເລີຍ ເພາະໃນໄວໆນີ້ ທາງລາວຟອດຊີຕີ ອາດຈະມາແຈກລົດໃນຝັນຂອງຫຼາຍໆຄົນນັ້ນກໍ່ຄື ຟອດ Raptor
ໝາຍເຫດ: ທາງລາວຟອດຊີຕີຂອງເຮົາໄດ້ຈັດພິທີນີ້ຂື້ນຕາມຂັ້ນເທິງວ່າງອອກຢ່າງເຂັ້ມງວດ









