
ໃນວັນທີ່ 1 ຫາ 5 ທັນວາ 2021 ທີ່ຜ່ານມາ, ບໍລິສັດ ລາວຟອດຊີຕີ ໄດ້ບໍລິຈາກເງິນທຶນພ້ອມຍານພາຫະນະສອງຄັນເພື່ອຊ່ວຍເຫຼື່ອໃຫ້ທີມ ໄດ້ ເພື່ອເປັນລົດດູແລຮັກສາວາມສະດວກ ແລະ ປອດໄພ ໃນລະຫວ່າງການເດີນທາງ. ກ່ອນອື່ນໝົດ ພວກເຮົາໄດ້ເລີ່ມຈັດ ແລະ ກະກຽມເຄື່ອງຢ່າງຂື້ນລົດເຊີວິກຂອງເຮົາໃນວັນທີ່ 1 ທັນວາ ແລະ ໄດ້ເລີ່ມອອກເດີນທາງ ໃນການເດີນທາງຄັ້ງນີ້ ພວກເຮົາໄດ້ອອກເດີນທາງຈາກປະຕູໄຊ ໄປຫາ ວັງວຽງ ໂດຍໃຊ້ເສັ້ນທາງ ຈາກບ້ານເກີນ ໄປຫາຈຸດພັກທີ່ ວັງວຽງ. ແລ້ວໃນວັນທີ່ 3 ທັນວາ ພວກເຮົາໄດ້ເດີນທາງອອກຈາກວັງວຽງ ໄປຫາ ເມືອງຫີນເຫີບ ແລ້ວເດີນໜ້າໄປທີ່ ເມືອງເຟືອງ.




ທີມ ໄດ້ ຄືທີມປັ່ນລົດຖີບເພື່ອການກຸສົນເຊິ່ງຈະໄດ້ຈັດຂື້ນໃນທຸກໆປີ ເພື່ອລະດົມທຶນຈາກຜູ້ສະໜັບສະໜຸນ ທີ່ໄດ້ຮັບການຄັດເລືອກຈາກທຸກອົງກອນໃນລາວ. ທີມໄດ້ ໄດ້ເລີ່ມໃຫ້ການລະດົມທຶນການກຸສົນຕັ້ງແຕ່ປີ 2008 ໃຫ້ແກ່ຜູ້ເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ, ຜູ້ເຄາະຮ້າຍຈາກການຄ້າມະນຸດ, ຊ່ວຍເດັກນ້ອຍໄຮ້ທີ່ພັກອາໄສ ແລະອື່ນໆ ແລະໃນປີນີ້ ທີມໄດ້ ຮ່ວມກັບ ບໍລິສັດ ລາວຟອດຊີຕີ ໄດ້ຈັດງານນີ້ຂຶ້ນມາເພື່ອ ລະດົມທຶນຊ່ວຍເຫຼື່ອສູນອານຸລັກຊ້າງ
