
ນະຄອນຫຼວງວຽງຈັນ, ລາວ
ໃນວັນທີ 8 ເດືອນ ກັນຍາທີ່ຜ່ານມາ
ບໍລິສັດລາວຟອດຊີຕີໃດ້ມອບເຄື່ອງບໍລິຈາກໃຫ້ແກ່ ໂຮງຮຽນ ມືແຫ່ງຄວາມຫວັງ
ສູນສຶກສາຜູ້ບົກຜ່ອງທາງດ້ານການໄດ້ຍິນ ທີ່ບ້ານໜອງບົວ ເມືອງໄຊທານີ
ເຊິ່ງສ້າງຂຶ້ນເມື່ອປີ 2010 ຈາກກຸ່ມອາສາສະມັກທັງຄົນລາວ
ແລະ ອີກຫຼາຍໆປະເທດທີ່ໃຫ້ການຊ່ວຍເຫຼືອ ພາຍໃນໂຮງຮຽນມີເດັກນ້ອຍທັງໝົດ 24 ຄົນທີ່ອາໃສພັກເຊົ່າຢູ່ໂຮງຮຽນ
ເດັກນ້ອຍສ່ວນໃຫ່ຍແມ່ນເດັກນ້ອຍທີ່ເປັນເດັກກຳພ້າ ແລະ
ໃດ້ອາໃສສູນການສຶກສານີ້ເປັນທີ່ອາໃສ.
ບໍລິສັດລາວຟອດຊີຕີໃດ້ມອບຕູ້ເເຊອາຫານ ແລະ ອຸປະກອນເຄື່ອງໃຊ້ສຳລັບແຕ່ງກິນໃຫ້ກັບໂຮງຮຽນ
ເພື່ອອຳນວຍຄວາມສະດວກໃນການປຸງແຕ່ງອາຫານໃຫ້ເດັກນ້ອຍ
ພ້ອມດຽວກັນນີ້ທາງລາວຟອດຊີຕີຍັງໃດ້ຂຶ້ນແຜນໃຫ້ການສະໜັບສະໜູນ
ງານສະເຫຼີມສະຫຼອງວັນພາສາມືສາກົນ ຄັ້ງທີ 2 ທີ່ຈະຈັດຂຶ້ນເປັນທາງການ
ເຊິ່ງພາຍໃນງານໃດ້ສ້າງໃຫ້ເດັກນ້ອຍຄົນພິການມີຄວາມກ້າທີ່ຈະສະແດງອອກຫຼາຍຂຶ້ນ ແລະ
ສັງຄົມໃດ້ເຫັນເຖິງຄວາມສາມາດຂອງນ້ອງໆຜູ້ພິການທາງການໄດ້ຍິນ.
ທ່ານສາມາດຕິດຕາມຂ່າວສານນຳພວກເຮົາໃດ້ທີ່ເພດລາວຟອດຊີຕີ







