ລາວຟອດຊີຕີສະໜັບສະໜູນສູນສຶກສາບົກຜ່ອງດ້ານການໄດ້ຍິນ

ນະຄອນຫຼວງວຽງຈັນ, ລາວ ໃນວັນທີ 8 ເດືອນ ກັນຍາທີ່ຜ່ານມາ ບໍລິສັດລາວຟອດຊີຕີໃດ້ມອບເຄື່ອງບໍລິຈາກໃຫ້ແກ່ ໂຮງຮຽນ ມືແຫ່ງຄວາມຫວັງ ສູນສຶກສາຜູ້ບົກຜ່ອງທາງດ້ານການໄດ້ຍິນ ທີ່ບ້ານໜອງບົວ ເມືອງໄຊທານີ ເຊິ່ງສ້າງຂຶ້ນເມື່ອປີ 2010 ຈາກກຸ່ມອາສາສະມັກທັງຄົນລາວ ແລະ ອີກຫຼາຍໆປະເທດທີ່ໃຫ້ການຊ່ວຍເຫຼືອ ພາຍໃນໂຮງຮຽນມີເດັກນ້ອຍທັງໝົດ 24 ຄົນທີ່ອາໃສພັກເຊົ່າຢູ່ໂຮງຮຽນ ເດັກນ້ອຍສ່ວນໃຫ່ຍແມ່ນເດັກນ້ອຍທີ່ເປັນເດັກກຳພ້າ ແລະ ໃດ້ອາໃສສູນການສຶກສານີ້ເປັນທີ່ອາໃສ.
ບໍລິສັດລາວຟອດຊີຕີໃດ້ມອບຕູ້ເເຊອາຫານ ແລະ ອຸປະກອນເຄື່ອງໃຊ້ສຳລັບແຕ່ງກິນໃຫ້ກັບໂຮງຮຽນ ເພື່ອອຳນວຍຄວາມສະດວກໃນການປຸງແຕ່ງອາຫານໃຫ້ເດັກນ້ອຍ ພ້ອມດຽວກັນນີ້ທາງລາວຟອດຊີຕີຍັງໃດ້ຂຶ້ນແຜນໃຫ້ການສະໜັບສະໜູນ ງານສະເຫຼີມສະຫຼອງວັນພາສາມືສາກົນ ຄັ້ງທີ 2 ທີ່ຈະຈັດຂຶ້ນເປັນທາງການ ເຊິ່ງພາຍໃນງານໃດ້ສ້າງໃຫ້ເດັກນ້ອຍຄົນພິການມີຄວາມກ້າທີ່ຈະສະແດງອອກຫຼາຍຂຶ້ນ ແລະ ສັງຄົມໃດ້ເຫັນເຖິງຄວາມສາມາດຂອງນ້ອງໆຜູ້ພິການທາງການໄດ້ຍິນ. ທ່ານສາມາດຕິດຕາມຂ່າວສານນຳພວກເຮົາໃດ້ທີ່ເພດລາວຟອດຊີຕີ

ລົງທະບຽນເພື່ອຮັບສ່ວນຫຼຸດ