
ເມືອງ ຄູນຄຳ, ແຂວງ ຄຳມ່ວນ, ລາວ. ບໍລີສັດ ລາວຟອດຊີຕີ ເຊິ່ງເປັນບໍລິສັດທີ່ຈັດຈຳໜ່າຍລົດຍົນຍີ່ຫໍ່ຟອດ ແລະ ການບໍລິການທາງດ້ານຍານຍົນ ແຕ່ເພື່ອຄວບຄູ່ກັນໄປກັນຄວາມຍືດຍຸ່ນຂອງສັງຄົມ ພວກເຮົາຍັງເຫັນເຖິງຄວາມສຳຄັນຂອງທຸກໆການເຄື່ອນໄຂທີ່ເກີດຂຶ້ນໃນສັງຄົມລາວໃນປະຈຸບັນ ແລະ ເຮົາກໍ່ເຫັນໄດ້ເລີຍວ່າໃນຊ່ວງຕົ້ນເດືອນສິງຫາທີ່ຜ່ານມານີ້ ເນື່ອງຈາກໃນຫຼາຍຂົງເຂດທົ່ວທຸກພາກໃນປະເທດລາວເຮົາ ມີຝົນຕົກໜັກຕິດຕໍ່ກັນຫຼາຍມື້ຈຶ່ງເຮັດໃຫ້ໃນຫຼາຍເຂດປະສົບກັບອຸຖົກກະໄພທາງທຳມະຊາດທີ່ເຮົາບໍ່ສາມາດຫຼີກຫຼ່ຽງໄດ້ ເຊິ່ງໃນນັ້ນໜັກສຸດກໍ່ຄືທາງພາກກາງໂດຍສະເພາະເມືອງຄູນຄຳ ແຂວງຄຳມ່ວນ ທີ່ໄດ້ຮັບຜົນກະທົບໜັກກວ່າທຸກເຂດ. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາຄົນລາວບໍ່ຖິ້ມກັນ ສະນັ້ນ ບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ເຫັນເຖິງຄວາມຫຍຸ່ງຍາກຂອງສັງຄົມທີ່ເກີດຂຶ້ນໃນຄັ້ງນີ້ ພວກເຮົາຈຶ່ງໄດ້ປຶກສາຫາລືເພື່ອສົ່ງຕໍ່ຄວາມຫ່ວງໃຍເຖິງຊາວຜູ້ປະສົບໄພທີ່ໄດ້ຮັບຜົນກະທົບຈາກເຫດການອຸຖົກກະໄພນ້ຳຖ້ວມຄັ້ງຮຸນແຮງໃນຮອບ 10 ປີ ທີ່ເມືອງຄູນຄຳ, ແຂວງຄໍາມ່ວນ ໃນຊ່ວງທີ່ຜ່ານມາ. ເຊິ່ງໃນວັນທີ 9-10 ສິງຫາທີ່ຜ່ານມານີ້ ທາງບໍລິສັດ ລາວຟອດຊີຕີ ກໍ່ໄດ້ອອກເດີນທາງໄປບໍລິຈາກດ້ວຍຂະບວນລົດຟອດ 6 ຄັນ ໃນນັ້ນເປັນການນຳທັຍຂອງລົດຟອດ Bronco, Next-Gen Ranger Raptor V6, Next-Gen Ranger Wildtrak, Next-Gen Everest Trend ແລະ Next-Gen Ranger XLT ເຊິງການໄປບໍລິຈາກໃນຄັ້ງນີ້ ພວກເຮົາໄດ້ກະກຽມເປັນປະເພດເຂົ້າສານອາຫານແຫ່ງ ເຊັ່ນ: ເຂົ້າສານ 3,6 ໂຕນ, ປາກະປ໋ອງ 5,000 ປ໋ອງ, ຢາດີໄຂ້+ດີຫວັດ+ດີຖອກທ້ອງ 650 ຊຸດ, ແປ້ງນົວ 600 ຖົງ, ເກືອ 600 ຖົງ ແລະ ນົມ 600 ແພັກ ເຊິ່ງມູນຄ່າເຄື່ອງບໍລິຈາກໃນຄັ້ງນີ້ເປັນຈຳນວນເງິນ 100 ລ້ານກີບ. ຈາກການໄປບໍລິຈາກແມ່ນສາມາດບໍລິຈາກເກືອບທັງໝົດທຸກຄົວເຮືອນຜູ້ທີ່ຂາດເຂີນອາຫານການກິນພາຍໃນ 5 ບ້ານ ຂອງເມືອງຄູນຄຳ, ແຂວງຄຳມ່ວນ.
ທ້າຍນີ້, ເຖິງວ່າທຸກການເດີນທາງຈະພົບກັບສະພາບຄວາມຫຍຸ່ງຍາກພຽງໃດ ແລະ ພະຍາກອນອາກາດຈະໂຫດຮ້າຍຊ່ຳໃດ ພຽງແຕ່ທ່ານອອກເດີນທາງກັບລົດຟອດ ທ່ານຈະອຸ່ນໃຈ ແລະ ສາມາດຜ່ານໄປໄດ້ກັບທຸກສະຖານະການທີ່ທ່ານຈະພະເຊີນໃນການພະຈົນໄພຂອງທ່ານ. ສຳລັບກິດຈະກຳດີໆຕໍ່ໄປ ທ່ານສາມາດຕິດຕາມໄດ້ທີ່ເພສ Lao Ford City Vientiane ຫຼື ເວບໄຊ້ www.laofordcity.com







