
ໃນວັນທີ່ 9 ກັນຍາ ທີ່ຜ່ານມາ ລາວຟອດ ຊີຕີ ວຽງຈັນ
ໄດ້ຈັດພິທີມອບທືນຊ່ວຍເຫຼື່ອໃຫ້ແກ່ອົງການ ວຽງຈັນສີຂຽວ ໃນຈຳນວນເງີນ $5,000 ເຊິ່ງໃນແຕ່ລະປີທີ່ຜ່ານມານັ້ນ ທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ໄດ້ໃຫ້ການຊ່ວຍເຫຼື່ອຍູ້ມາໂດຍຕະຫຼອດ ຍ້ອນວ່າພວກເຮົາເອົາໃຈໃສ່ ໃນການຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ລົນນະລົງທຸກຄົນຮ່ວມກັນຮັກສາພາວາໂລກຮ້ອນໄປດ້ວຍກັນ ໃນປີທີ່ຜ່ານມາບໍລິສັດຟອດມໍເຕີຄອມປານີ ແລະ ບໍລິສັດລາວຟອດຊີຕີໄດ້ເລີ່ີມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 – 2019 ນີ້ເຊິ່ງ
- ປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງເຊິ່ງໄດ້ມອບທຶນ 20,000ໂດລາ
- ປີ 2013 ໄດ້ມອບທຶນສ້າງໂຮງຮຽນບ້ານຊໍ້ ຈຳນວນ 20,000 ໂດລາ
- ປີ 2014 ໄດ້ມອບທຶນໃຫ້ແກ່ອົງການ LIRE ເພື່ອຝຶກອົບຮົບໜ່ວຍກູ້ໄພ້ 1623 ມູນຄ່າ 20,00 ໂດລາ
- ປີ 2015 ໄດ້ມອບທຶນການສຶກສາ ໃຫ້ແກ່ໂຮງຮຽນ LANITH ມູນຄ່າ 20,000 ໂດລາ
- ປີ 2016 ໄດ້ມອບທຶນສະໜູນໃຫ້ແກ່ອົງການ ສຸພານິມິດ ສາກົນປະຈຳລາວ ມູນຄ່າ 25,000 ໂດລາ
- ປີ 2017 ໄດ້ມອບທຶນໃຫ້ແກ່ອົງການ ກົງຟຣູອ່ອງເພື່ອ ອານຸລັກປົກປັກຮັກສາສິ່ງແວດລ້ອມໃນລາວ
ມູນຄ່າ 25,000 ໂດລາ
- ປີ 2018 ໄດ້ມອບທຶນໃຫ້ແກ່ອົງການເພື່ອສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກມູນຄ່າ 25,000ໂດລາ
- ປີ 2019 ໄດ້ມອບທຶນໃຫ້ແກ່ອົງການອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ ຈໍານວນ 20,000ໂດລາ ແລະ ອົງການ ວຽງຈັນສີຂຽວ ຈໍານວນ 5,000 ໂດລາ, ລວມມູນຄ່າ 25,000 ໂດລາ
ຟອດມໍເຕີ ຄອມປານີ ແລະ ບໍລິສັດ ລາວຟອດຊີຕີ ກໍໄດ້ສືບຕໍ່ມອບທຶນການຊ່ວຍເຫຼືອປີ 2021 ນີ້ ບໍລິສັດກໍໄດ້ເລືອກອົງການ ວຽງຈັນສີຂຽວ ຈຳນວນ 5,000 ໂດລາ. ເຊິ່ງຈະໝູນໃຊ້ເງິນທຶນໃນການສະໜອງໃນການພັດທະນາເຂດຊຸມຊົນໃນມີຄວາມສະອາດ ແລະ ກວດກາເກັບກູ້ລະເບີດທີ່ບໍ່ທັນແຕກໃນແຂວງຫົວພັນ ປະເທດລາວ.
ແຕ່ເຖິງຢ່າງໃດກໍ່ດີ ໃນຊ່ວງທີ່ມີການລະບາດຂອງເຊື້ຶອພະຍາດໂຄວິດນີ້ ທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາຍັງໄດ້ແບ່ງງົບປະມານຈຳນວກໜື່ງເພື່ອຊ່ວຍເຫຼື່ອຊຸກຍູ້ອ້າຍນ້ອງທະຫານ, ຕຳຫຼວດ ແລະ ແພດໝໍທີ່ເປັນແນວໜ້າຕໍ່ສູ້ກັບພະຍາດເພື່ອປະຊາຊົນທຸກຄົນ ໃນການຊ່ວຍເຫຼື່ອດັ່ງກ່າວພວກເຮົາໄດ້ມອບເຄື່ອງບໍລິໂພກ ອຸປະໂພກ ເຊັ່ນ: ອາຫານ, ເຄື່ອງດື່ມ ແລະ ລວມໄປເຖິງພາຫະນະໃຫ້ນຳໃຊ້ເຂົ້າໃນການຮັບມືກັບພະຍາດໂຄວິດທີ່ກຳລັງລະບາດໃນຕອນນີ້ ແລະ ພວກເຮົາຍັງຈະສຶບຕໍ່ປະຕິບັດ ແລະ ເຫຼື່ອຊຸກຍູ້ໃຫ້ກັບທາງໜ່ວຍງານທີ່ ເປັນແນວໜ້າຂອງເຮົາ.





