ລົດໃນອົງກອນຂອງທ່ານ

ລາວຟອດຊີຕີ ເຮັດວຽກຢ່າງມີປະສິດຕິພາບດ້ວຍທີມງານທີ່ມີຄຸນນະພາບ, ມອບສິນຄ້າທີມີຄຸນນະພາບສູງ ແລະ ການໃຫ້ບໍລິການລູກຄ້າທີ່ເປັນເລີດ

ລາວຟອດຊີຕີ ເຮັດວຽກຢ່າງມີປະສິດຕິພາບດ້ວຍທີມງານທີ່ມີຄຸນນະພາບ, ມອບສິນຄ້າທີມີຄຸນນະພາບສູງ ແລະ ການໃຫ້ບໍລິການລູກຄ້າທີ່ເປັນເລີດ, ທີມຂາຍອົງກອນຂອງ ລາວຟອດຊີຕີຈະວ່າງແຜນ ແລະ ໃຫ້ຄຳແນະນຳແກ່ລູກຄ້າຕາມຄວາມຕ້ອງການຂອງລູກຄ້າ, ລາຄາທີ່ເໝາະສົມ ແລະ ຕອບສະໜອງຕໍ່ໂຄງການຂອງລູກຄ້າໄດ້ດີ, ໂດຍບໍ່ເສຍເວລາ ຫຼື ມີຄ່າໃຊ້ຈ່າຍເພີ່ມ. ນອກຈາກນີ້ ການເລືອກລົດ ແລະ ການບໍລິການໄລຍະຍາວ ແມ່ນມາພ້ອມກັບການຮັກສາສິງແວດລ້ອມ ແລະຄວາມປອດໄພ. ເຊິ່ງເປັນປັດໃຈສຳຄັນໃນການບຳລຸງຮັກສາລົດຂອງອົງກອນ.

ລົດໃຊ້ໃນການຄ້າ

ການດັດແປງ, ເປີດ-ປິດເຊິ່ງມີຄວາມຢືດຢຸ່ນເຊິ່ງໃຊ້ໃຫ້ສາມາດກຳນົດສວນທີ່ເຫລືອສຳລັບຄວາມຕ້ອງການຂອງທຸລະກິດ.

ຕາມຈຸດປະສົງ
  • ລົດຫຸ້ມເກາະ
  • ລົດສຳລັບທະຫານ.
  • ລົດຕິດຕູ້ແຊ່
  • ລົດຂົນເງິນ
  • ລົດສຳລັບອຸສາຫະກຳ ແລະ ເໝືອງ
  • ລົດຊ່ວຍເຫລືອ ແລະ ສຸກເສີນ
Fleet_Police
Security Front_LFC

ໂປຣແກຣມຢືດໄລຍະເວລາການຮັບປະກັນ ແລະ ບໍລິການ

ຂໍ້ສະເໜີສຸດພິເສດກັບແຜນການຮັບປະກັນ ແລະ ການບໍລິການເພື່ອຫລີກລ້ຽງລາຍການສ້ອມແປງທີ່ມີຄ່າໃຊ້ຈ່າຍສູງ.

ກ່ຽວກັບພະແນກຂາຍອົງກອນຂອງຟອດ

ສູນລູກຄ້າອົງກອນເປັນໜ່ວຍງານທີ່ອຸທິດຕົນໃນການໃຫ້ບໍລິການໃນລະດັບສູງແກ່ລູກຄ້າທຸກຄົນ, ບໍ່ວ່າທຸລະກິດຂອງທ່ານຈະເປັນອົງກອນ ຫຼື ພາກລັດ, ຟອດໃນຖານະຜູ້ນຳໃນໂລກດ້ານອຸດສາຫະກຳລົດຍົນ ເຮັດໃຫ້ເຮົາສາມາດໃຊ້ປະໂຫຍດສູງສຸດຈາກປະສົບການ, ເທັກໂນໂລຊີ ແລະ ຊັບພະຍາກອນເພື່ອຕອບສະໜອງຕໍ່ຄວາມຕ້ອງການທັງໝົດຂອງທຸກຄົນ.

ເລືອກທາງອັນຊານສະຫລາດ

ຟອດມີຜະລິດຕະພັນທີ່ມີຄວາມແຂງແກ່ນທີ່ສຸດມານຳສະເໜີ, ດ້ວຍລົດທີ່ເໝາະກັບທຸກທຸລະກິດ – ອີງຕາມປະເພດອຸດສາຫະກຳ, ບໍ່ມີຜູ້ຜະລິດລົດລາຍໃດຈະສາມາດນຳສົງຜະລິດຕະພັນຕາມຄວາມຕ້ອງການຂອງທ່ານໄດ້ທໍພວກເຮົາ.

ຄວາມປວດໄພ

ຟອດໄດ້ຮັບລາງວັນຄວາມປອດໄພລະດັບ 5ດາວ ຫລ້າສຸດຈາກອົງການ ANCAP

Eco Boost logo

ຄວາມອັດສະລິຍະ

ບັດຄອລລິ້ງຂອງລົດຟອດເປັນເທັກໂນໂລຊີ້ທີ່ອັດສະລິຍະທີ່ສຸດ, ນັບຈາກການເຊື່ອມຕໍ່ບລູທູດ Bluetooth® ໄປຈົນເຖິງການຂັບຂີ່ວິບາກ ແລະ ການລາກແກ່.

ຄວາມແຂງແກ່ນ

ລາງວັນຊະນະເລີດຈາກຈັກອີໂຄບູດໃນການລົດມົນລະພິດໂດຍທີ່ບໍ່ມີການສູນເສຍປະສິດທິພາບໄປແມ້ແຕ່ນ້ອຍ.

ຄຸນນະພາບ

ພວກເຮົາສັນຍາວ່າຈະຊ່ວຍທ່ານໃຫ້ໄດ້ຮັບປະໂຫຍດສູງສຸດຈາກທີມງານຂອງພວກເຮົາ. ດ້ວຍຕົ້ນທືນທີ່ຕ່ຳ ແລະ ໄດ້ຮັບການຄຸ້ມຄອງສູງສຸດ.

ພົບກັບສິ່ງທີ່ທ່ານຕ້ອງການໃນພາກພື້ນ

ການທຳຄວາມຮູ້ຈັກກັບຄວາມຕ້ອງການລົດຂອງທ່ານເປັນສິ່ງສຳຄັນເພື່ອທີ່ຈະແນ່ໃຈວ່າເຮົາໄດ້ຈັດຫາສິ່ງທີ່ທຸລະກິດຂອງທ່ານຕ້ອງການ, ສູນຟອດຂອງພວກເຮົາ ມີກະຈາຍທົ່ວປະເທດ, ນັ້ນໝາຍຄວາມວ່າພວກເຮົາສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງທ່ານໄດ້ຢ່າງໄວ, ພ້ອມທັງຮັບປະກັນການມອບສົ່ງລົດຂອງທ່ານດ້ວຍຄວາມລາບລື້ນ ແລະ ປາດສະຈາກປັນຫາໃດໆ.

ພົບກັບສິ່ງທີ່ທ່ານຕ້ອງການໃນພາກພື້ນໃນທົ່ວໂລກ

ສູນບໍລິການຟອດເຮັດວຽກໃກ້ຊິກັບ ບໍລິສັດຟອດມໍເຕີເພື່ອແກ້ໄຂປັນຫາລູກຄ້າອົງກອນຟອດມໍເຕີຄອມພານີ, ໂດຍຈະຊ່ວຍໃຫ້ພວກເຮົາສາມາດຈັດຫາລົດທີ່ເໝາະສົມສຳລັບຄວາມຕ້ອງການຂອງຜູ້ຊົມໃຊ້.

ທີມລູກຄ້າອົງກອນຂອງຟອດຖືກສ້າງຂື້ນຈາກທຸກບໍລິສັດທົ່ວໂລກຂອງຟອດມໍເຕີຄອມພານີ ແລະ ມີຄວາມຊຳນານໃນການຈັດການຄວາມຕ້ອງການຈາກລູກຄ້າທີ່ມີຢູ່ຫລາຍປະເທດ.

ເໜືອສິ່ງອື່ນໃດກຸ່ມຜະລິດຕະພັນຂອງຟອດມີຄວາມຫລາກຫລາຍບໍ່ຄືໃຜ, ບໍ່ພຽງແຕ່ການສົ່ງມອບລົດຕາມຄວາມຕ້ອງການ ແຕ່ຍັງມີພື້ນທີ່ໃນການເລືອກໃຫ້ການເລືອກໃຊ້ອີກນຳ.