ເອເວີເຣສທ໌
ລະບົບ SYNC 4A ແລະ ກ້ອງທາງດ້ານຫຼັງເພື່ອມອບຟີເຈີການເຊື່ອມຕໍ່ແບບໃໝ່ໃຫ້ແກ່ທ່ານ.ນີ້ແມ່ນເທັກໂນໂລຊີທີ່ໜ້າປະທັບໃຈ ແລະ ມາພ້ອມກັບຄວາມສາມາດທີ່ເໜືອລະດັບທີ່ເຮັດໃຫ້ ເອເວີເຣດທ໌ ມີມູມມອງໃໝ່ດ້ວຍໜ້າຈໍ 10 ນິ້ວ ສຳຫຼັບລຸ່ນ Trend, Sport ແລະ 12 ນິ້ວ ສຳຫຼັບລຸ່ນ Titanium. ເອເວີເຣດທ໌ ຈະມອບຄວາມທ້າທາຍ ແລະ ຄວາມຕື່ນເຕັ້ນໃຫ້ທ່ານໃນທຸກໆມື້.
ເປັນລະບົບສື່ສານ ແລະ ໃຫ້ຄວາມບັນເທີງໃນລົດ,ມີຄຸນນະສົມບັດຫຼາກຫຼາຍທີ່ເຮັດໃຫ້ງ່າຍຂຶ້ນໂດຍທີ່ລະບົບຈະສະແດງ 5 ການໃຊ້ງານລ່າສຸດຂອງທ່ານ, ໃນການໃຫ້ຂໍ້ມູນນຳທາງໃດ້ຢ່າງງ່າຍດາຍໂດຍໃຊ້ທ່າທາງທີ່ໃຊ້ງານງ່າຍດ້ວຍການປະສົມປະສານ ເຊື່ອມຕໍ່ມືຖືແບບໄຮ້ສາຍ ແລະ ໜ້າຈໍສຳຜັດຂະໜາດ 10,1 ນິ້ວ ຫຼື ລຸ້ນທອບ 12,1 ນິ້ວ ທ່ານຈະໃດ້ສຳຜັດກັບໂລກໃບໃໝ່ຂອງການເຊື່ອມຕໍ່ຜ່ານລົດຂອງທ່ານ,
ບອກລາກັບສາຍສາກທີ່ຫຍຸ້ງຍາກເຊື່ອມຕໍ່ກັບ Apple CarPlay ແລະ Android Auto ແບບໄຮ້ສາຍ ແລະ ພົບກັບການຕົກແຕ່ງພາຍໃນທີ່ລຽບຫຼູຢ່າງທີ່ທ່ານຕ້ອງການ
ສຳຫຼັບເວລາເມື່ອທ່ານບໍ່ຕ້ອງການຈອດດ້ວຍຕົນເອງ, ລະບົບຊ່ວຍຈອດ 2,0 ຊ່ວຍຫຼຸດຜ່ອນການເຂົ້າຈອດບ່ອນຈອດລົດໂດຍການບັງຄັບພວງມາໄລ, ການປ່ຽນເກຍ, ການເບຣກ ແລະ ການເລັ່ງຄວາມໄວເພື່ອນຳທາງທີ່ຈອດຂະໜານ ຫຼື ຕັ້ງສາກໄດ້ຢ່າງງ່າຍດາຍ, ເຊິ່ງຈະຊ່ວຍໃນການອອກຈາກບ່ອນຈອດອີກດ້ວຍອີກດ້ວຍ
ຈາກໜ້າຈໍສະແດງຜົນຄວາມບັນເທິງຂະໜາດໃຫຍ່, ຈາກມຸມກ້ອງທີ່ມີຫຼາຍຈຸດຈະສາມາດເຫັນໃດ້ຫຼາຍກວ່າທີ່ເຄີຍ, ເຊິ່ງລວມໄປເຖິງ ການເບິ່ງຈາກມຸມສູງ ແລະ ລຸ່ມ ແບບ 360 ອົງສາ, ຈາກມູມດ້ານໜ້າ ແລະ ດ້ານຫຼັງ ແບບແຍກສ່ວນ 180 ອົງສາ
ຫຼີກລ້ຽງກັບຄວາມຫຍຸ້ງຍາກຕໍ່ການໃຊ້ປັກສຽບມືຖືຂອງທ່ານ,ພຽງແຕ່ທ່ານວາງໄວ້ເທິງບ່ອນສາກໄຮ້ສາຍຂອງ ເອເວີເຣດທ໌ ແລະ ທ່ານກໍ່ພ້ອມໃຊ້ງານ, ຖືກອອກແບບມາສຳຫຼັບຄອບຄົວຍຸກໃໝ່, ມາພ້ອມຊ່ອງສຽບ USB A ແລະ USB C ສຳຫຼັບແຖວຫນ້າແລະແຖວທີ່ສອງນອກຈາກນີ້ຍັງມີຊ່ອງສຽບໄຟ 12 V ແລະ ປັກ 230V ສຳຫຼັບແຖວທີ່ອງ ແລະ 12V ສຳລັບແຖວທີ່ສາມອີກດ້ວຍ (ສຳລັບລຸ່ນ Titanium)
ປັບແຕ່ງແຜງຫນ້າປັດດິຈິຕໍແບບໃໝ່ຂອງ ເອເວີເຣດທ໌ ດ້ວຍຕົວທ່ານເອງ, ເລືອກຂໍ້ມູນຂອງທ່ານທີ່ຕ້ອງການເບິ່ງ – ໃຊ້ສຳຜັດຢ່າງເຕັມທີ່ຫຼືເຮັດທຸກສິ່ງໃຫ້ນ້ອຍທີ່ສຸດ,
ບໍ່ຕ້ອງຄົ້ນຫາຜ່ານຫນ້າປຶ້ມຫຼາຍຮ້ອຍຫນ້າອີກຕໍ່ໄປ,ເຂົ້າເຖິງຄູ່ມືສຳຫຼັບເຈົ້າຂອງແບບດິຈິຕອນ ຂໍ້ມູນກ່ຽວກັບຄຸນລັກສະນະຂອງລົດ ແລະ ອື່ນໆອີກຫຼາຍໆຢ່າງ ພ້ອມໃຊ້ງານຜ່ານໜ້າຈໍ SYNC 4A ຂອງທ່ານ
ລະບົບປັບອາກາດ, ປະລິມານການແຜ່ກະຈາຍຂອງອາກາດແບບອັດຕະໂນມັດ ແລະ ປັບໃສ່ໃຫ້ອິງຕາມການຂັບຂີ່ ແລະ ສະພາບອາກາດພຽງແຕ່ທ່ານກົດປຸ່ມ ໂອໂຕ້ເພື່ອເປີດໂໝດອັດຕະໂນມັດ, ເຊິ່ງຈະເປັນການກາບປັບອາກາດແບບແຍກໂຊນ ຊ້າຍ/ຂວາ ແລະ ເມື່ອລະບົບຢູ່ໃນໂໝດ ໂມໂນ ອຸນຫະພູມທັງໝົດຈະເຊື່ອມໂຢງກັບໂຊນຄົນຂັບ ເມື່ອເຈົ້າເປີດໂໝດໂມໂນ ລະບົບສອງໂຊນຈະໃຫ້ເຈົ້າຕັ້ງອຸນຫະພູມທີ່ແຕກຕ່າງກັນສຳຫຼັບຝັ່ງຄົນຂັບແລະຜູ້ໂດຍສານດ້ານໜ້າ
ສະຕາດລົດໃຫ້ເປັນເລື່ອງ່າຍດ້ວຍປຸ່ມສະຕາດອັດສະລິຍະຂອງຟອດ, ຂັ້ນຕອນທຳອິດໃຫ້ຢຽບເບຣກໃນລົດຟອດທີ່ຢູ່ໃນເກຍ P ຫຼື ລົດເກຍກະປຸກໃຫ້ຢຽບຄັດແທນ ແລ້ວເອົາກະແຈໄວ້ກະເປົາ ຫຼື ທີ່ໃດກໍ່ໃດ້ພາຍໃນລົດ, ພຽງແຕ່ກົດປຸ່ມສະຕາດ/ ຫຍຸດ
ໂໝດການຂັບຂີ່ທີ່ປັບໄດ້ ທັງໝົດ 6 ໂໝດ ເຊັ່ນ: ໂໝດທຳມະດາ, ປະຫຍັດ, ລາກແກ່, ທາງມື່ນ, ຂີ້ຕົມ/ຂຸມ ແລະ ໂໝດທາງຊາຍ ທີ່ມີຢູ່ໃນ Trend 4×4 ແລະ Titanium+ 4×4
ການຕົກແຕ່ງພາຍໃນທີ່ຫຼູຫຼາ ແລະ ສະດວກສະບາຍຂຶ້ນ ຈາກການປັບຄັນຊີໃໝ່, ກວ້າງຂຶ້ນ ແລະ ລະບົບຊ່ວງລ່າງໄດ້ຮັບການອັບເດດໃໝ່ ເວົ້າງ່າຍໆກໍ່ຄື ເອເວີເຣດທ໌ ສາມາດໃຫ້ການຂັບຂີ່ທີ່ສົມດຸນ ບໍ່ວ່າຈະເປັນທາງດີ ຫຼື ທາງຍາກ
ລະບົບຮັກສາຊ່ອງທາງໃຊ້ກ້ອງເບິ່ງໄປທາງໜ້າເພື່ອກວດຈັບວ່າທ່ານອອກນອກເລນໂດຍບໍ່ໄດ້ຕັ້ງໃຈຫຼືບໍ່ ຈາກນັ້ນລະບົບຈະເຕືອນດ້ວຍການສັ່ນພວງມາໄລແລະສະແດງພາບເຕືອນແຕ່ຖ້າຫາກທ່ານຕອບສະໜອງຊ້າຫຼືບໍ່ຕອບສະໜອງ ລະບົບຈະຊ່ວຍທ່ານດ້ວຍການໝູນພວງມາໄລເພື່ອຊ່ວຍໃຫ້ທ່ານກັບເຂົ້າເລນທີ່ຖືກຕ້ອງຢ່າງປອດໄພ ເທັກໂນໂລຊີນີ້ຖືກອອກແບບມາສຳຫຼັບຖະໜົນຫຼາຍເລນ (ທາງຫຼວງ),ດັ່ງນັ້ນມັນຈະປິດອັດຕະໂນມັດເມື່ອທ່ານໃຊ້ຄວາມໄວຕຳກ່ວາ 43 ກມ/ ຊົ່ວໂມງ ຫຼືສາມາປິດໄດ້ດ້ວຍຕົວຂອງທ່ານເອງ
ຫາກກວດພົບການຕຳທີ່ອາດຈະເກີດຂຶ້ນສຽງເຕືອນຈະດັງຂຶ້ນ ແລະ ຂໍ້ຄວາມເຕືອນຈະສະແດງໃນສູນຂໍ້ຄວາມ ແຕ່ຫາກການຕອບສະໜອງຂອງທ່ານບໍ່ພຽງພໍລະບົບສຸກເສີນອັດຕະໂນມັດ (AEB) ຈະເພີ່ມແຮງ ແລະເພີ້ມຄວາມໄວຂອງຕົວຊ່ວຍເບຣກເພື່ອໃຫ້ຕອບສະໜອງໄດ້ເຕັມທີ່ເມື່ອທ່ານຫຍຽບເບຣກ,ຫາກວ່າທ່ານບໍ່ໃດ້ດຳເນີນການແກ້ໄຂ ແລະເກີດການຕຳຂຶ້ນ ລະບົບເບຣກອາດໃຊ້ງານໂດຍອັດຕະໂນມັດ
ທຸກການຂັບຂີ່ສາມາດມີຜົນກະທົບຢ່າງຫຼາຍຕໍ່ຄວາມຕ້ອງການປ່ຽນຖ່າຍນ້ຳມັນເຄື່ອງຂອງທ່ານ,ລະບົບກວດສອບນ້ຳມັນເຄື່ອງແບບອັດສະລິຍະ ໃນລົດຟອດເປັນລະບົບອັດສະລິຍະທີ່ຕວດສອບລະດັບນ້ຳມັນ ແລະ ແຈ້ງເຕືຶອນທ່ານດ້ວຍການສະແດງເທິງຈໍເພື່ອໃຫ້ທ່ານປ່ຽນຖ່າຍນ້ຳມັນ
ເນັກເຈນ ເອເວີເຣດທ໌ ໃຊ້ລະບົບກວດຈັບມູມບອດຂຶ້ນໄປສູ່ອີກລະດັບ. BLIS ລະບົບກວດຈັບມູມບອດ, ພ້ອມການຄວບຄຸມທີ່ສາມາດເເຈ້ງເຕືອນທ່ານຫາກກວດພົບຍານພາຫະນະໃນຈຸດທີ່ເບິ່ງບໍ່ເຫັນ ຂອງເອເວີເຣດ໌ ຫື ພ່ວງຂອງທ່ານ ເພີ້ມຄວາມອຸ່ນໃຈ ແລະ ເຮັດໃຫ້ການຂັບຂີ່ປອດໄພຂື້ນ ແລະ ເຮັດໃຫ້ທ່ານຜ່ອນຄາຍລົງ.
ເອເວເຣດທ໌ ຂອງທ່ານສາມາດກວດຈັບໄດ້ວ່າມີວັດຖຸ ຫຼື ຄົນຍ່າງຢູ່ຫຼັງລົດທ່ານ ຫຼື ລົດກຳລັງຈະຖອຍຫຼັງ, ມັນຈະສົ່ງສຽງເຕືອນໃຫ້ທ່ານຮັບຮູ້ ແລະ ຖ້າຫາກທ່ານບໍ່ຕອບສະໜອງ ລະບົບຈະຊ່ວຍທ່ານເບຣກທັນທີ
IACC ຊ່ວຍຮັກສາຄວາມໄວຂອງທ່ານເມື່ອທ່ານຂັບຂີ່ຢູ່ຕາມທາງແບບ Stop & Go ສາມາດເຮັດໃຫ ເອເວີເຣດທ໌ ຈະຫຼຸດຜ່ອນຄວາມໄວລົງຕາມການຈະລາຈອນຂ້າງໜ້າ ຫາກມີການຫຍຸດນິ້ງ ຫຼື ຊະລໍໂຕ ລົດຂອງທ່ານກໍ່ຈະຢຸດ ແລະ ເລັ່ງເອງອັດຕະໂນມັດ ລະບົບແລ່ນໃນເລນຈະຊ່ວຍຈັດຊ່ອງທາງລົດ ແລະ ສະເເກນເຄື່ອງໝາຍເລນເພື່ອຊ່ວຍໃຫ້ທ່ານຢູ່ໃນເສັ້ນທາງ
ລະບົບແຈ້ງເຕືອນຜູ້ຂັບຂີ່ສາມາດກວດສອບລະດັບຄວາມຕື່ນຕົວຂອງທ່ານຕາມພຶດຕິກຳການຂັບຂີ່ຂອງທ່ານ, ຫາກລະບົບກວດພົບວ່າຮູບແບບການຂັບຂີ່ຂອງທ່ານ ຜິດປົກກະຕິ ລະບົບຈະສົ່ງຄຳເຕືອນດ້ວຍພາບ ແລະສຽງໃນແຜງໜ້າປັດເພື່ອຊ່ວຍໃຫ້ທ່ານຕື່ນຕົວ
ເອເວີເຣດທ໌ ສາມາດເເຈ້ງເຕືອນທ່ານເຖິງການຕຳທີ່ອາດຈະເກີດຂຶ້ນກັບຍານພາຫະນະໃນຂ້າງໜ້າ ຫຼື ຕອນນີ້,ລະບົບກວດຈັບຍານພາຫະນະເມື່ອທ່ານລຽ້ວ,ຫາກເກີດຄວາມສ່ຽງຕໍ່ການຕຳ ແຕ່ທ່ານບໍ່ມີການຕອບສະໜອງ ເບຣກຈະເຮັດວຽກໂດຍອັດຕະໂນມັດ
ອອກແບບມາໂດຍຄຳນຶງເຖິງການເດີນທາງ, ເອເວີເຣດທ໌ ສາມາດຮອງຮັບການບັງຄັບລ້ຽວໃດ້ຢ່າງນິ້ມນວນເພື່ອຊ່ວຍປ້ອງກັນບໍ່ໃຫ້ລົດຂອງທ່ານອອກນອກເລນ
ທຸກໆຕຳແໜ່ງບ່ອນນັ່ງມາພ້ອມກັບລະບົບເຂັມຂັດນິລະໄພຂັ້ນສູງ ແລະ ຖົງລົມນິລະໄພເພີ້ມເຕີມຕາມຄວາມຈຳເປັນ ແລະ ເປັນຄັ້ງທຳອິດສຳຫຼັບເອເວີເຣດທ໌, ຕອນນີ້ມີຖົງລົມນິລະໄພເຖິງ 7 ຈຸດ ລວມເຖິງຖົງລົມນິລະໄພລະຫວ່າງຜູ້ໂດຍສານທາງດ້ານໜ້າ ເຊິ່ງຊ່ວຍການປົກປ້ອງຈາກການຕຳດ້ານໜ້າ
ຖ້າຫາກລະບົບເຕືອນການຕຳ ລະບຸວ່າໄລຍະທາງໜ້າມີອຸປະຕິເຫດ ຫຼື ມີການເບຣກກະທັນຫັນ ແລະ ມີໄລຍະສັ້ນເກີນໄປທີ່ຈະເບຣກໃດ້ໃນທັນເພື່ອການລ່ຽງການຕຳ, ເອເວີເຣດທ໌ ຂອງທ່ານຈະຊ່ວຍຫັກລ້ຽວອັດຕະໂນມັດ(ໂດຍທີ່ທ່ານບໍ່ຕ້ອງບັງຄັບ) ເພື່ອຊ່ວຍໃຫ້ທ່ານຫຼີກລ້ຽງສິ່ງກີດຂວາງໄດ້
Be the First Received Special Promotions