Author archives

ງານມອບລົດ ຕູ້ຟອດ ທຣານຊິດສ ໃຫ້ກັບ ບໍລິສັດ ດີເອດເອວ

ໃນວັນທີ 29 ຕຸລາ 2020, ລາວຟອດຊີຕີໄດ້ຈັດງານມອບສົ່ງລົດຕູ ຟອດ ທຣານຊິດສ ທີ່ ສຳນັກງານໃຫຍ່ບໍລິສັດ ດີເອດເອວ ນະຄອນຫລວງວຽງຈັນ, ໂດຍພວກເຮົາມີຄວາມພາກພູມໃຈຢ່າງຍິ່ງທີ່ບໍລິສັດ ດີເອດເອວລາວ ເລືອກໃຊ້ລົດຕູ້ ຟອດທຣານຊິດ, ເພື່ອເປັນສ່ວນໜຶ່ງຂອງລົດຮັບໃຊ້ຫ້ອງກນ ແລະ ການຂົນສົ່ງ, ສຳລັບລູກຄ້າຂອງ ດີເອດເອວ ລາວ ລົດຕູ້ຟອດທຣານຊິດສແມ່ນໄດ້ມີການປັບແຕ່ງ, ເພື່ອໃຫ້ແທດເໝາະກັບຄວາມຕ້ອງການຂອງ ດີເອດເອວລາວ ແລະ ມີພື້ນທີ່ຈັດເກັບເຄຶ່ອງ 10 ຄິວບິດ ແລະ ຮັບນ້ຳໜັກໄດ້ເຖິງ 1.6 ໂຕນ, ປະສານກັບຟີເຈີ້ຄວາມປອດໄພ. ຖືໄດ້ວ່າລົດຕູ້ຟອດທຣານຊິດເປັນທາງເລືອກທີ່ເໝາະສົມທີ່ສຸດສຳລັບວຽກການຂົນສົ່ງ ແລະ ທຸລະກິດ.

ຮ່ວມສະເຫລີມສະຫລອງວັນຊາດຂອງອາເມລິກາ

ໃນວັນທີ 24 ກັນຍາ 2020 ສະຖານທູດອາເມລິກາ ໄດ້ ສະຫລອງຄົບຮອບ 244 ປີ ແຫ່ງການປະກາດອິສະຫລະພາບຂອງສະຫະລັດອາເມລິກາ ທີ່ໂຮງແຮມ ຄລາວ ພາຊ້າ ນະຄອນຫລວງວຽງຈັນ.ເຊັ່ນດຽວກັນກັບທຸກປີທີ່ລາວຟອດຊີຕີ ໄດ້ຮັບກຽດເຂົ້າຮ່ວມເປັນໜຶ່ງໃນຜູ້ສະໜັບສະໜູນ ແລະ ຍັງນຳລົດຟອດເຊິ່ງເປັນລົດສາຍພັນອາເມລິກາແທ້ມາໂຊໃນງານອີກດ້ວຍ.

ການແຂ່ງຂັນກອບ

ຫລັງຈາກສະຖານະການ ໂຄວິດ 19 ໃນຖືກຄວບຄຸມໄດ້. ລາວຟອດຊີຕີ ໄດ້ໃຊ້ໂອກາດນີ້ ໂດຍຈັດການແຂ່ງຂັນກອບຂື້ນທີ່ສະໜາມລອງແທງ ກອບຄັບ ໂດຍໄດ້ເຊີນຕົວແທນຈຳໜ່າຍທົ່ວປະເທດ ແລະ ນັກທຸລະິດເຂົ້າຮ່ວມ. ຫລັງຈາກການແຂ່ງຂັນຈົບລົງແມ່ນໄດ້ມີການຮັບປະທານອາຫານທ່ຽງຮ່ວມກັນ. ແລະຍັງໄດ້ມີການໂອ້ລົມ ສຶກສາຫາລືກັນກ່ຽວກັບແຜນການພັດທະນາທຸລະກິດໃນອະນາຄົດ ແລະ ການເຕີບໃຫຍ່ໄປນຳກັນ. ໂດຍໃນງານນີ້ ເຮົາສາມາດປິດການຂາຍ ຟອດ ເຣນເຈີ ຈຳນວນ 6 ຄັນ. ໃນອານາຄົດພວກເຮົາມີແຜນທີ່ຈະຈັດງານປະເພດນີ້ຂື້ນອີກ ເລື່ອຍໆ

ລາງວັນພະນັກງານທີ່ເຮັດວຽກກັບບໍ່ລິສັດເປັນເວລາດົນ

ໃນວັນທີ່ 1 ຕຸລາ 2020, ລາວຟອດຊີຕີ ເຊິ່ງເປັນບໍລິສັດໃນເຄືອຂອງ ອາເອັມເອ ກຣູບ ໄດ້ຈັດງານມອບໃບຍ້ອງຍໍໃຫ້ກັບພະນັກງານຜູ້ທີ່ເຮັດວຽກທີ່ບໍລິສັດຟອດ ຍາວນານເຖິງ 10ປີ. ເຊິ່ງໃນປີນີ້ມີຜູ້ໄດ້ຮັບລາງວັນຈຳນວນ 4 ທ່ານ. ເຊິ່ງໃນແຕ່ລະປີ ອາເອັມເອ ກຣຸບໄດ້ຈັດງານດັ່ງກ່າວຂື້ນເພື່ອເປັນການກະຕຸ້ນໃຫ້ພະນັກງານ ແລະ ໃນປີຕໍ່ໆໄປ.

ລາວຟອດຊີຕີ ຈັດການປະຊຸມກັບສາຂາທົ່ວປະເທດ

ໃນວັນທີ 16 ກັນຍາ 2020 ລາວຟອດຊີຕີ ຈັດການປະຊຸມກັບສາຂາທົ່ວປະເທດ ໂດຍຈັດຂື້ນທີ່ ນະຄອນຫລວງ. ເຊິ່ງເປັນໂອກາດທີ່ດີໃນການແບ່ງປັນປະສົບການ, ການສະຫລຸບຜົນງານທີ່ຜ່ານມາ ແລະ ແຜນໃນອານາຄົດ. ບັນດາຜູ້ຈັດການ ແຕ່ລະສາຂາ, ການເງິນ,​ຈັດຊື້, ຂົນສົ່ງ, ບຸກຂະລາກອນ ແລະ ຜູ້ທີ່ເຮັດຜົນງານໄດ້ດີ ເຂົ້າຮ່ວາມງານເພື່ອເຮັດໃຫ້ງານນີ້ປະສົບຜົນສຳເລັດ

ເຣນເຈີ ແຣັບເຕີ

Ranger raptor ບໍ່ແມ່ນພຽງແຕ່ 150 mm ກ້ວາງກ່ວາ ແລະ 50mm ສູງກ່ວາ Ford Ranger ເທົ່ານັ້ນ. ແຕ່ໄດ້ມີການອອກແບບພິເສດສໍາລັບການຂັບຂີ່ Off-road ໂດຍສະເພາະ.

ເທຣິທໍຣີ

All new territory ມາພ້ອມກັບໜ້າຈໍຂະໜາດ 10 ນິ້ວ ແລະ ກ້ອງ 360ອົງສາ, ລະບການສາກໂທລະສັບໄຮສາຍ ແລະ ອື່ນໆ.

ເອັກສ໌ໂປຼເຣີ

Ford Explorer ປີ2018 ແມ່ນມີເຄື່ອງຈັກທີ່ສົ່ງພາລະກໍາລັງສູງ ແລະ ມີລະບົບ 4WD ແລະ ໂໝດການຂັບຂີ່ສາມາດເລືອກຕາມສະພາບຫົນທາງຕ່າງໆພາຍໃນລົດຍັງມີ ຫ້ອງຂັບ, ຫ້ອງຜູ້ໂດຍສານ ແລະ ບໍລິເວນເກັບພັດສະດຸທີ່ກ້ວາງຂວາງພ້ອມສໍາລັບການເດີນທາງທຸກປະການ.

ມັສແຕງ

Mustang 2.3L EcoBoost Fastback

New Mustang ແມ່ນໄດ້ມີການຜະລິດອອກໃຫ້ເໝາະກັບການຂັບຂີ່ທີ່ສະດວກສະບາຍໃຫ້ກັບທ່ານ. ເລີ່ມຈາກຮູບຊົງຂອງໜ້າປັດທີ່ໂດດເດັ່ນ ແລະ ສຽງຂອງເຄື່ອງຈັກທີ່ມີເອກະລັກ. ລົດແຫ່ງຕໍານານຄັນນີ້ແມ່ນຖືກສ້າງມາເພື່ອໃຫ້ເຈົ້າເປັນເຈົ້າຂອງ.